ທ່ານຮອງປະທານປະເທດ ເນັ້ນໃຫ້ ເມືອງໄຊຍະບູລີ ເອົາໃຈໃສ່ 5 ບັນຫາສໍາຄັນ

0
1360

ໃນຕອນບ່າຍຂອງວັນທີ 21 ເມສາ ປີນີ້, ທ່ານ ປອ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ໄຊຍະບູລີ, ໃຫ້ການຕ້ອນຮັບ ແລະ ນໍາພາຢ້ຽມຢາມ ເມືອງ ໄຊຍະບູລີ ໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີທ່ານ ບຸນແທນ ທິແກ້ວ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ ໄຊຍະບູລີ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໂອກາດຢ້ຽມຢາມເມືອງ ໄຊຍະບູລີ ຄັ້ງນີ້ ທ່ານ ປອ ບຸນທອງ ຈິດມະນີ ຮອງປະທານປະເທດ ໄດ້ເນັ້ນໃຫ້ການນໍາທຸກພາກສ່ວນຂອງເມືອງຈົ່ງເອົາໃຈໃສ່ 5 ບັນຫາສໍາຄັນຄື:

(1) ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານໃຫ້ໄດ້ທຸກກົນອຸບາຍເລ່ລ່ຽມທຸກຮູບການຂອງກຸ່ມຄົນບໍ່ດີດ້ວຍຫຼາຍຮູບການທີ່ຫວັງຈະມ້າງເພທໍາລາຍເມືອງກໍ່ຄືແຂວງ ໄຊຍະບູລີ, ປຸກລະດົມຂົນຂວາຍປະຊາຊົນ ຕໍ່ວຽກງານຕ້ານ ແລະ ສະກັດກັ້ນ ບັນຫາຢາເສບຕິດ, ພ້ອມທັງສຶກສາອົບຮົມລູກຫຼານໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງຢາເສບຕິດ,

(2) ສືບຕໍ່ພັດທະນາວຽກງານເສດຖະກິດ-ສັງຄົມຂອງເມືອງ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແຜນການ, ແຜນງານ ທີ່ເມືອງວາງອອກ, ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງເມືອງ-ແຂວງໃຫ້ແທດເໝາະກັບສະພາບຕົວຈິງຢູ່ແຕ່ລະບ້ານ, ພ້ອມທັງສ້າງເປັນແຜນດໍາເນີນງານ, ກໍານົດເປັນໂຄງການຢ່າງລະອຽດ, ການເກັບລາຍຮັບແມ່ນໃຫ້ຄຸ້ມຄອງ ແລະ ເກັບຕາມແຫຼ່ງລາຍຮັບທີ່ມີພາຍໃນເມືອງ, ພ້ອມທັງຄຸ້ມຄອງ ແລະ ນໍາເຂົ້າງົບປະມານແຫ່ງລັດໃຫ້ໝົດ, ນໍາໃຊ້ເຄື່ອງມືທັນສະໄໝເຂົ້າຊ່ວຍໃນການເກັບລາຍຮັບເພື່ອປ້ອງກັນການຮົ່ວໄຫຼວຂອງລາຍຮັບ ແລະ ຕ້ອງໄດ້ຄົ້ນຄົ້ວເພື່ອສ້າງຖານແຫຼ່ງລາຍຮັບໃໝ່,

(3) ເອົາໃຈໃສ່ປັບປຸງວຽກງານພາຍໃນພັກ, ຈັດຕັ້ງຮໍ່າຮຽນລະບຽບຂອງພັກພ້ອງທັງຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ປັບປຸງກົງຈັກການຈັດຕັ້ງຂອງເມືອງ, ບ້ານໃຫ້ຖືກຕາມທິດທີ່ຂັ້ນເທິງວາງອອກ,

(4) ໃຫ້ເອົາໃຈໃສ່ຈັດຕັ້ງເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ຖົ່ວເຖິງ ແລະ ສໍາເລັດຕາມລະດັບຄາດໝາຍ, ພ້ອມນັ້ນກໍ່ຕ້ອງພ້ອມກັນຈັດຕັ້ງປະຕິບັດໃຫ້ສໍາເລັດ ແລະ ເກີດດອກອອກຜົນ,

(5) ໃຫ້ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢ່າງເຂັ້ມງວດ, ເອົາໃຈໃສ່ເຝົ້າລະວັງແຮງງານລາວທີ່ກັບຈາກຕ່າງປະເທດທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງ, ໂຄສະນາໃຫ້ພໍ່ແມ່ປະຊາຊົນໃນທົ່ວເມືອງໃຫ້ຮັບຮູ້ຜົນຮ້າຍຂອງພະຍາດດັ່ງກ່າວ ແລະ ວິທີປ້ອງກັນຕົນເອງ; ຈາກນັ້ນການນໍາຂອງເມືອງກໍ່ໄດ້ນໍາພາທີມງານຂອງທ່ານຮອງປະທານປະເທດຢ້ຽມຢາມເບິ່ງການປູກຖົ່ວເຫຼືອງ ແລະ ໂຮງງານລ້າງ-ຄັດໝາກຖົ່ວເຫຼືອງຝັກສົດຂອງບໍລິສັດ ກະສິກໍານໍາເຂົ້າ-ສົ່ງອອກ ຫຼຸຍເສີນ ລາວ-ຈີນຈໍາກັດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

LEAVE A REPLY

Please enter your comment!
Please enter your name here