ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນເມສາ 2021

0
1354

ໃນວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນນາມຕາງໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍອະນຸຍາດຖະແຫລງຜົນກອງປະຊຸມສະໄໝສາມັນ ປະຈໍາເດືອນເມສາ ຂອງລັດຖະບານຊຸດທີ IX ທີ່ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 22 ແລະ ໄດ້ອັດລົງໃນຕອນແລງວັນທີ 23 ເມສາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາທ່ານ ສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງຕໍ່ 7 ເອກະສານທີ່ສຳຄັນ ຄື:

1. ໄດ້ຮັບຟັງບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມ ເດືອນພຶດສະພາ 2021: ກອງປະຊຸມເຫັນວ່າການປະຕິບັດໜ້າທີ່ວຽກງານ ຂອງລັດຖະບານ ຊຸດທີ 9 ໃນເດືອນເມສານີ້ ເຖິງວ່າເປັນເວລາສັ້ນ ແຕ່ກໍໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີຂອງລັດຖະບານ ຊຸດທີ VIII ເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກຫລາຍດ້ານ ໃນນັ້ນ ມີສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ວຽກງານສ່ວນຫລາຍກໍໄດ້ສືບຕໍ່ດຳເນີນເປັນປົກກະຕິ ແລະ ມີຜົນສໍາເລັດໃນຫລາຍດ້ານ ເປັນຕົ້ນສາມາດຮັກສາສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໄດ້ໂດຍພື້ນຖານ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄດ້ດຳເນີນໃນບາດກ້າວເບື້ອງຕົ້ນ ທີ່ມີລັກສະນະຕັ້ງໜ້າກວ່າເກົ່າ.

2. ໄດ້ພິຈາລະນາຮ່າງວິໃສທັດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈິຕອນ ແຫ່ງຊາດ ໄລຍະ 5 ປີ ຄັ້ງທີ I: ກອງປະຊຸມໄດ້ເຫັນດີດ້ານຫລັກການຮັບຮອງເອົາທັງ 3 ເອກະສານ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ເປັນຕົ້ນ ການຈັດລຽງໂຄງສ້າງ, ການອະທິບາຍຄໍາສັບ ແລະ ອື່ນໆ ໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້;ກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະໃຫ້ຊັດເຈນ ແລະ ແທດເໝາະກັບຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງ.

3. ໄດ້ພິຈາລະນາຮ່າງເອກະສານກ່ຽວກັບການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ ແລະ ສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງການພັດທະນາ ໃນໄລຍະໃໝ່: ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງເອກະສານດັ່ງກ່າວ ມອບໃຫ້ພາກສ່ວນກ່ຽວຂ້ອງປັບປຸງເນື້ອໃນທີ່ຕິດພັນກັບກົນໄກ, ຫລັກສູດການຮຽນ-ການສອນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມຈະແຈ້ງ, ສອດຄ່ອງກັບເງື່ອນໄຂຕົວຈິງ ແລະ ສາມາດປະຕິບັດໄດ້.

4. ໄດ້ພິຈາລະນາຮ່າງຍຸດທະສາດ ການພັດທະນາລະບົບສະຖາບັນການເງິນ-ເງິນຕາ 5 ປີ (2021-2025) ແລະ ວິໄສທັດຮອດປີ 2030 ສະບັບປັບປຸງ: ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງຍຸດທະສາດດັ່ງກ່າວ ໂດຍມອບໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງບາງເນື້ອໃນໃຫ້ລະອຽດ, ຄົບຖ້ວນ, ຈະແຈ້ງ, ຮັດກຸມ, ສາມາດຈັດຕັ້ງປະຕິບັດ ແລະ ຄຸ້ມຄອງໄດ້ເປັນຕົ້ນ ມາດຕະການໃນການປ່ອຍກູ້, ການເຂົ້າເຖິງແຫລ່ງທຶນ, ມາດຕະການຄຸ້ມຄອງເງິນຕາ, ການປະຕິບັດນະໂຍ ບາຍອັດຕາແລກປ່ຽນ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດໃຫ້ຮັດກຸມຂຶ້ນຕື່ມ ແລະ ບັນຫາອື່ນໆ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ. ພ້ອມນັ້ນໄດ້ຊີ້ນໍາໃຫ້ທະນາຄານ ແຫ່ງ ສປປ ລາວ (1)ປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກການບໍລິຫານພາຍໃນ ຂອງສະຖາບັນການເງິນ, ການບໍລິການໃຫ້ມີຄວາມທັນສະໄໝ, ວ່ອງໄວ, ມີປະສິດທິຜົນສາມາດຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການ ແລະ ຜູ້ຜະລິດພາຍໃນເຂົ້າເຖິງແຫລ່ງທຶນຢ່າງໂປ່ງໃສ ແລະ ສາມາດກວດສອບໄດ້; (2) ກຳນົດນະໂຍບາຍ ທາງດ້ານທຸລະກິດ ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນແຕ່ລະໄລຍະ ໂດຍຫັນເປັນບາດກ້າວໃໝ່ ແລະ ມີລັກສະນະບຸກທະລຸຢ່າງແທ້ຈິງ.

5. ຮ່າງດໍາລັດ ວ່າດ້ວຍລົດບໍລິຫານລັດ (ສະບັບສ້າງໃໝ່) ແລະ ຮ່າງດໍາລັດວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານລະດັບສູງ (ສະບັບປັບປຸງ): ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາສອງຮ່າງດຳລັດດັ່ງກ່າວ ແຕ່ໃຫ້ຂະແໜງການທີ່ກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ການໃຫ້ນິຍາມຖືກຕ້ອງ-ຄົບຖ້ວນ, ການຈັດລຽງເນື້ອໃນ ໃຫ້ເປັນໝວດໝູ່, ຮັດກຸມ, ສັ້ນ-ກະທັດຮັດ, ອ່ານແລ້ວເຂົ້າໃຈງ່າຍ, ກຳນົດຂອບເຂດການນຳໃຊ້ ໃຫ້ຊັດເຈນ-ລະອຽດ-ຈະແຈ້ງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ໂດຍສະເພາະ ທາງດ້ານເສດຖະ ກິດ-ສັງຄົມ, ການຈັດຕັ້ງ ແລະ ພື້ນທີ່ການນຳໃຊ້ລົດ ບົນພື້ນຖານແນໃສ່ເຮັດໃຫ້ການຄຸ້ມຄອງ-ນໍຳໃຊ້ລົດລັດ ແລະ ການປະຕິບັດນະໂຍບາຍ ມີຄວາມເປັນເອກະພາບລວມສູນ, ປະຢັດ-ຕ້ານການຟູມເຟືອຍ, ສາ ມາດເປັນບ່ອນອີງທີ່ໜັກແໜ້ນ ແລະ ຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

6. ຮ່າງດໍາລັດ ວ່າດ້ວຍການແຕ່ງກາຍ:ເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ປົກປັກຮັກສາ ວັດທະ ນະທຳອັນດີງາມ ແລະ ເປັນເອກະລັກຂອງຊາດ, ຂອງເຜົ່າ ໃຫ້ມີຄວາມຍືນຍົງ, ທັງເປັນການສົ່ງເສີມພູມປັນຍາ ແລະ ຫົວຄິດປະດິດສ້າງຂອງຄົນລາວ ທາງດ້ານຫັດຖະກຳຢ່າງແທ້ຈິງ, ລັດຖະບານ ເຫັນສົມ ຄວນມີນິຕິກຳຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເປັນບ່ອນອີງ ເພື່ອຄວາມເປັນເອກະພາບ ໃນການກຳນົດເຄື່ອງນຸ່ງ ກໍ່ຄືຊຸດປະຈຳຊາດ ຂອງລາວເຮົາ ທັງເພດຍິງ ແລະ ເພດຊາຍ. ຜ່ານການພິຈາລະນາ, ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາການຄົ້ນຄວ້າດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນຳໄປສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ໂດຍປ່ຽນຊື່ເປັນດຳລັດວ່າດ້ວຍຊຸດແຕ່ງກາຍປະຈຳຊາດ, ນອກນັ້ນ ໃຫ້ກຳນົດຮູບແບບຂອງຊຸດ ເຊັ່ນ: ຄໍ, ຖົງ, ແຂນ, ກະດູມ, ຂາ, ປາຍເສື້ອ-ສິ້ນ ແລະ ອື່ນໆ.

ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັນກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດ ປະເມີນຄືນສະພາບການຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ແລ້ວລາຍງານຄືນຢ່າງທັນການສົມຄວນ ເພີ່ມມາດຕະການຄືແນວໃດ; ປະເມີນຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດຂອງພະຍາດ ເປັນຕົ້ນ ສະຖານທີ່ກັກກັນຜູ້ທີ່ມີຄວາມສ່ຽງຕິດເຊື້ອ ແລະ ປິ່ນປົວຄົນເຈັບ, ນໍ້າຢາກວດຫາເຊື້ອພະຍາດ, ຢາສັກປ້ອງກັນພະຍາດ, ອຸປະກອນການແພດ ແລະ ຄວາມຕ້ອງການດ້ານອື່ນໆ; ໃຫ້ຂະແໜງສາທາລະນະສຸກ ເລັ່ງສັກຢາກັນພະຍາດໃຫ້ໄວ; ໃຫ້ບັນດາຂະແໜງການ ຕິດຕາມ,ກວດກາການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 15/ນຍ ທີ່ຕິດພັນກັບໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງການຕົນ ໂດຍມີການປະສານສົມທົບກັນ ຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດ ທິພາບ, ປະສິດທິຜົນ, ເຂັ້ມງວດ ແລະ ເດັດຂາດ.

ພ້ອມກັນນີ້, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈະລົງຕິດຕາມຊຸກຍູ້, ໃຫ້ກຳລັງໃຈພະນັກງານແພດ-ໝໍ, ກວດກາ ແລະ ຊີ້ນຳວຽກງານການຈັດຕັ້ງປະຕິບັດວຽກງານຕົວຈິງ ຢູ່ໂຮງໝໍ, ສະຖານທີ່ເກັບຕົວຢ່າງ ແລະ ສະຖານທີ່ຈຳກັດບໍລິເວນຕ່າງໆ.

ໃນການກ່າວປິດກອງປະຊຸມ ປະຈຳເດືອນເມສາ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ສະມາຊິກລັດຖະບານ ນຳເອົາຜົນກອງປະຊຸມ ໄປຜັນຂະຫຍາຍເປັນແຜນລະອຽດ ແລະ ແຜນປະຕິບັດງານຂອງຂະແໜງການຕົນ. ພ້ອມກັນນີ້ ຍັງໄດ້ມີທິດຊີ້ນຳໃຫ້ເອົາໃຈໃສ່ວຽກງານຈຸດສຸມປະຈຳເດືອນພຶດສະພາ 2021 ດັ່ງນີ້:

1) ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ:
ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ໝັ້ນຄົງ, ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ພ້ອມກັນນັ້ນ, ກໍ່ສືບຕໍ່ເພີມທະວີການປະສານສົມທົບລະຫວ່າງຂະ ແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນເພື່ອຮັບປະກັນຄວາມເຂັ້ມງວດການເຂົ້າອອກຢູ່ບັນດາດ່ານຊາຍແດນ ແລະ ສະກັດກັ້ນການລັກລອບເຂົ້າເມືອງແນໃສ່ປ້ອງກັນການລະບາດຂອງພະຍາດ ໂຄວິດ-19, ຄວາມບໍ່ສະຫງົບຕາມຊາຍແດນ ແລະ ບັນຫາອື່ນໆ;

2) ຂົງເຂດເສດຖະກິດ :

  • – ສືບຕໍ່ລະດົມຂົນຂວາຍການລົງທຶນດ້ວຍຫຼາຍຮູບການ, ແກ້ໄຂບັນດາສິ່ງກີດຂວາງເພື່ອສ້າງເງື່ອນ ໄຂສະດວກໃຫ້ແກ່ນັກລົງທຶນ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ. ພ້ອມນີ້, ກໍເລັ່ງລັດການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີປະສິດທິຜົນ ເພື່ອກະຕຸກຊຸກຍູ້ການສ້າງຖານລາຍຮັບເພີ່ມຂຶ້ນ.
  • – ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ ໃຫ້ສໍາເລັດຕາມແຜນການ, ຮັບປະກັນການເບີກຈ່າຍເງິນ ເດືອນໃຫ້ເປັນປົກກະຕິ. ສຸມໃສ່ຊອກຫາແຫລ່ງດຸ່ນດ່ຽງ ເພື່ອຮັບປະກັນການຊຳລະໜີ້ສິນທັງພາຍໃນ ແລະ ຕ່າງປະເທດ, ສືບຕໍ່ປັບປຸງກົນໄກຫັນເປັນທັນສະໄໝການເກັບລາຍຮັບງົບປະມານໃຫ້ສໍາເລັດ ເພື່ອຮັບປະ ກັນການແກ້ໄຂບັນຫາຮົ່ວໄຫລຂອງງົບປະມານ; ກະກຽມລາຍງານສະຫລຸບຂາດຕົວງົບປະມານປີ 2020 ແລະ ການຈັດແບ່ງລາຍຮັບລາຍຈ່າຍງົບປະມານແຫ່ງລັດ 5 ປີ ຄັ້ງທີ 9 (2020-2025).
  • – ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນລະຫວ່າງທະນາຄານກັບຮ້ານແລກປ່ຽນເງິນຕາບໍ່ໃຫ້ມີຄວາມຫລຸດໂຕນກັນຫລາຍ ແລະ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້ ນັບທັງມີມາດຕະການຕິດ ຕາມການເຄື່ອນໄຫວຂອງທະນາຄານທຸລະກິດ, ສະຖາບັນການເງິນໃຫ້ເຄື່ອນໄຫວຖືກຕ້ອງຕາມກົດໝາຍແລະ ລະບຽບການພ້ອມທັງມີມາດຕະການສົ່ງເສີມການນໍາໃຊ້ເງິນກີບ ໃນການຊື້ຂາຍແລກປ່ຽນສິນຄ້າໃຫ້ຫລາຍຂຶ້ນກວ່າເກົ່າ.
  • – ສືບຕໍ່ຕິດຕາມຊຸກຍູ້ ແລະ ສົ່ງເສີມການຜະລິດຂອງປະຊາຊົນ ໃນຂອບເຂດທົ່ວປະເທດ ໂດຍສະ ເພາະແມ່ນການຜະລິດ ເພື່ອສະໜອງໃຫ້ແກ່ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ ແລະ ເພື່ອສົ່ງອອກ.
  • – ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ການນໍາເຂົ້າສົ່ງອອກສິນຄ້າເພື່ອຊຸກຍູ້ການຜະລິດພາຍໃນ ແລະ ສົ່ງເສີມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ.
  • – ສືບຕໍ່ສຸມໃສ່ປັບປຸງກົນໄກການອອກໃບຕາດິນ ໃຫ້ມີຄວາມສະດວກວ່ອງໄວ, ຮັບປະກັນຄຸນນະພາບ ແລະ ສຳເລັດຕາມແຜນການທີ່ກຳນົດໄວ້.
  • – ຕິດຕາມປະລິມານນໍ້າ ແລະ ກວດກາບັນດາເຂື່ອນຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ການບໍລິຫານຈັດ ການນໍ້າບໍ່ໃຫ້ມີຜົນກະທົບຕໍ່ປະຊາຊົນ, ພ້ອມດຽວກັນນັ້ນກໍ່ໃຫ້ເອົາໃຈໃສ່ຕິດຕາມ ແລະຊຸກຍູ້ການຈັດຕັ້ງປະຕິບັດໂຄງການທີ່ໄດ້ອະນຸມັດໄປແລ້ວເຊັ່ນ: ໂຄງການໄຟຟ້າຖ່ານຫີນ, ໂຄງການສາຍສົ່ງ ແລະ ໂຄງການບໍ່ແຮ່ໃຫ້ມີປະສິດທິຜົນສູງສຸດ.
  • – ກະກຽມຄວາມພ້ອມໃນການສ້ອມແປງເສັ້ນທາງ, ແກ້ໄຂບັນຫາດິນເຊາະເຈື່ອນຖົມທາງໃນຊ່ວງລະດູຝົນເພື່ອຮັບປະກັນການສັນຈອນໄປມາໃຫ້ມີຄວາມສະດວກ ແລະ ຮັບປະກັນຄວາມປອດໄພ. ພ້ອມໃຫ້ສືບຕໍ່ຊຸກຍູ້ໂຄງການທາງລົດໄຟລາວ-ຈີນ ແລະ ການກໍ່ສ້າງທາງດ່ວນໃຫ້ສາມາດປະຕິບັດໄດ້ຕາມແຜນ ການ.

3) ຂົງເຂດວັດທະນະທຳ-ສັງຄົມ

  •  ສືບຕໍ່ເອົາໃຈໃສ່ກະກຽມການຮຽນການສອນ, ການສອບເສັງເລື່ອນຊັ້ນ ແລະ ການສອບເສັງຈົບຊັ້ນປໍ5, ມໍ4 ແລະ ມໍ 7 ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບທັງໃຫ້ສອດຄ່ອງກັບເງື່ອນໄຂທີ່ມີການລະ ບາດຂອງພະຍາດໂຄວິດ 19.
  •  ສືບຕໍ່ເພີ່ມທະວີການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍານົດໄວ້ໃນຄໍາສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ພ້ອມດຽວກັນນັ້ນກໍ່ສືບຕໍ່ແຈກຢາຍ ແລະ ດໍາເນີນການສັກຢາວັກຊິນຕ້ານພະຍາດໂຄວິດ 19 ໃຫ້ບັນດາກຸ່ມເປົ້າໝາຍ ຢ່າງເປັນລະບົບ, ຫລີກເວັ້ນຄວາມສ່ຽງ ໃນການຕິດເຊື້ອ.
  •  ສືບຕໍ່ຕິດຕາມຜົນກະທົບ ຈາກມາດຕະການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19 ຕໍ່ຜູ້ປະກອບການ ແລະ ແຮງງານ.
  •  ສືບຕໍ່ຕິດຕາມສະພາບຫາງສຽງຂອງສັງຄົມ ທີ່ມີລັກສະນະສ້າງພາບພົດອັນບໍ່ດີຕໍ່ພັກ ແລະລັດຖະບານ, ເອົາໃຈໃສ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ 19.
  •  ສືບຕໍ່ຕິດຕາມເຝົ້າລະວັງການປ່ຽນແປງດິນຟ້າອາກາດ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ທັນສະ ພາບການເພື່ອໃຫ້ປະຊາຊົນ ໄດ້ກະກຽມຮັບມືກັບການປ່ຽນແປງດັ່ງກ່າວ. ພ້ອມທັງຕິດຕາມເຝົ້າລະວັງ ແລະ ກະກຽມຄວາມພ້ອມໃນດ້ານຕ່າງໆເພື່ອຕ້ານແລ້ງຕ້ານຖ້ວມ.

4) ຂົງເຂດການປົກຄອງແລະຍຸຕິທໍາ :

  •  ສືບຕໍ່ປັບປຸງກົງຈັກ, ການມອບໂອນວຽກງານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີໃຫ້ຂະແໜງການທີ່ກ່ຽວຂ້ອງໃຫ້ສຳເລັດໂດຍໄວ. ພ້ອມດຽວກັນກໍ່ສືບຕໍ່ເປັນໃຈກາງໃນການກວດກາ ແລະປັບປຸງຄືນພາລະບົດບາດຂອງຂະແໜງການຕ່າງໆ ໃຫ້ສອດຄ່ອງກັບລະບຽບແລະກົນໄກການເຮັດວຽກຂອງລັດຖະບານຊຸດທີ IX.
  •  ສືບຕໍ່ປັບປຸງກົດໝາຍ, ບັນດານິຕິກຳຕ່າງໆຈຳນວນໜຶ່ງໃຫ້ມີຄວາມສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການໃໝ່ ໂດຍປະສານສົບທົບບັນດາກະຊວງ ແລະອົງການໃນການກະກຽມຮ່າງກົດໝາຍທີ່ມີແຜນນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX.

5) ຂົງເຂດວຽກງານການຕ່າງປະເທດ :

  • ສືບຕໍ່ຕິດຕາມຢ່າງໃກ້ຊິດ ກ່ຽວກັບສະພາບການພາກພື້ນ ແລະ ສາກົນໂດຍມີການວິເຄາະວິໄຈເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດແລະສັງຄົມຕໍ່ປະເທດເຮົາທັງມີມາດຕະການຮັບມືທີ່ເປັນລະບົບຮັດກຸມ ເພື່ອສືບຕໍ່ສ້າງສະພາບແວດລ້ອມອັນເອື້ອອໍານວຍໃຫ້ແກ່ການຮ່ວມມືໃນພາກພື້ນ ແລະ ສາກົນ. ພ້ອມກັນນີ້ ກໍ່ໃຫ້ສືບຕໍ່ກະກຽມຮອບດ້ານແຜນການເຄື່ອນ ໄຫວວຽກງານຕ່າງປະເທດຂອງການນໍາຂັ້ນສູງຂອງພັກ ແລະ ລັດ ຕາມກົນໄກຜ່ານປະຕູດຽວຢູ່ກະຊວງການຕ່າງປະເທດ.

6) ກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕ້ອງໄດ້ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່, ສຶກສາອົບຮົມຢ່າງກວ້າງຂວາງ ແລະ ເລິກເຊິ່ງດ້ວຍຫລາຍຮູບແບບ ແລະ ວິທີການເພື່ອໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ເພີ່ມຄວາມເປັນເຈົ້າໃນການປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ 19, ສະບັບເລກທີ15/ນຍ, ລົງວັນທີ21 ເມສາ 2021.

ທັງໝົດນັ້ນແມ່ນຜົນຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນເມສາ 2021 ຂອງລັດຖະບານຊຸດທີ IX.

ໄລຍະນີ້ພວກເຮົາກຳລັງປະຕິບັດຄຳສັ່ງເລກທີ 15 ຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດCOVID-19 . ສະນັ້ນ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນທົ່ວສັງຄົມ ຕື່ນຕົວ, ເປັນເຈົ້າການ, ໃຫ້ການຮ່ວມມື ແລະພ້ອມກັນປະຕິບັດປະຕິບັດມາດຕະການຕ່າງໆ ທີ່ກຳນົດໄວ້ຢ່າງເຂັ້ມງວດ.
ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here