ໃນຕອນເຊົ້າ ວັນທີ 24 ເມສາ 2021 ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແລະ ຄະນະ ໄດ້ໄປຢ້ຽມ ຢາມ ໃຫ້ກຳລັງໃຈ ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ 150 ຕຽງຫຼັງໃໝ່ ພ້ອມທັງ ກວດກາ-ຊີ້ນຳວຽກງານ ການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະ ຍາດໂຄວິດ-19, ໂດຍມີການນຳຂອງ ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ ແລະ ໂຮງໝໍມິດຕະພາບ 150 ຕຽງ ໃຫ້ການຕ້ອນຮັບ.
![](https://tholakhong.com/wp-content/uploads/2021/04/fb_img_16192425839346845424884840589535.jpg)
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ໄດ້ຮັບຟັງການລາຍງານ ສະພາບການແຜ່ລະບາດ ຂອງພະ ຍາດໂຄວິດ-19 ຢູ່ປະເທດເຮົາ ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ແລະ ສະພາບການປິ່ນປົວຜູ້ຕິດເຊື້້ອໂຄວິດ-19 ທີ່ກຳ ລັງປິ່ນປົວຢູ່ໂຮງໝໍຕ່າງໆ; ໄດ້ຮັບຟັງການລາຍງານ ກ່ຽວກັບຄວາມພ້ອມດ້ານຕ່າງໆ ໃນການຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນຕໍ່ໜ້າ ເປັນຕົ້ນ ດ້ານສະຖານທີ່ຮອງຮັບ, ຢາປິ່ນປົວ, ວັກຊິນປ້ອງກັນ, ນໍ້າຢາກວດເຊື້ອພະ ຍາດ, ອຸປະກອນການແພດຕ່າງໆ ລວມທັງ ແຜນການດ້ານວິຊາການ, ການປະຕິບັດນະໂຍບາຍ ຕໍ່ພະນັກງານແພດໝໍ, ຄວາມຫຍຸ້ງຍາກຕ່າງໆ ແລະ ອື່ນໆ.
![](https://tholakhong.com/wp-content/uploads/2021/04/fb_img_16192425910961766767355718790004.jpg)
ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ຍ້ອງ ຍໍຊົມເຊີຍພະນັກງານແພດໝໍ ແລະ ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ໃນການເອົາໃຈໃສ່ປະຕິບັດໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຕົນ ດ້ວຍຄວາມດ້ວຍຄວາມອົດທົນພະຍາຍາມ, ເສຍສະຫຼະສູງ ແລະ ມີຜົນສຳເລັດດີສົມຄວນ.
ອັນສຳຄັນ, ທ່ານໄດ້ຊີ້ນຳໃຫ້ພາກສ່ວນ ແລະ ຂະແໜງການທີ່ກ່ຽວຂ້ອງ ເອົາໃຈໃສ່ຕໍ່ບາງວຽກງານ ເປັນຕົ້ນ ໃຫ້ນະຄອນຫຼວງວຽງຈັນ ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດ ຄຳສັງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ໂດຍສະເພາະ ວຽກງານກວດກາ ແລະ ຈຳກັດ ການເຄື່ອນໄຫວໄປມາ ຂອງຜູ້ຄົນ ໃນເຂດທີ່ມີຄວາມສ່ຽງສູງ ກໍ່ຄືບັນດາບ້ານ ທີ່ມີຜູ້ຕິດເຊື້ອພະຍາດ; ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າສ້າງແຜນທົດລອງ ນຳຜູ້ຕິດເຊື້ອ ທີ່ມີອາການເບົາບາງ ໄປປິ່ນປົວຢູ່ນອກໂຮງໝໍ ກໍ່ຄືບ່ອນທີ່ມີເງື່ອນໄຂສະດວກ ຂອງຄອບຄົວຜູ້ຕິດເຊື້ອ ແຕ່ຢູ່ພາຍໃຕ້ການປິ່ນປົວ, ແນະນຳ, ຕິດຕາມ, ກວດກາ ແລະ ຄຸ້ມຄອງ ຂອງພະນັກງານແພດໝໍ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນຄວາມແອອັດ ການປິ່ນປົວຢູ່ໂຮງໝໍ ໃນກໍລະນີມີການລະບາດຫຼາຍ ໃນຕໍ່ໜ້າ; ເອົາໃຈໃສ່ເບິ່ງແຍງການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ ຂອງພະນັກ ງານແພດໝໍໃຫ້ດີ, ໃຫ້ມີສຸຂະພາບແຂງແຮງ,
![](https://tholakhong.com/wp-content/uploads/2021/04/fb_img_16192425808855754743715918282115.jpg)
ຮັບປະກັນ ສາມາດປະຕິບັດໜ້າທີ່ໄດ້ດີຢ່າງຕໍ່ເນື່ອງ, ລວມທັງ ການປະຕິ ບັດນະໂຍບາຍຕໍ່ເຂົາເຈົ້າ ຕາມເງື່ອນໄຂ ແລະ ເວລາທີ່ເໝາະສົມ; ສືບຕໍ່ສີດຢາຂ້າເຊື້ອ ບັນດາບໍລິເວນ ທີ່ຜູ້ຕິດເຊື້ອ ໄດ້ໄປເຄື່ອນໄຫວ; ສືບຕໍ່ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ໄວ ໂດຍໃຫ້ມີລັກສະນະຍາດແຍ່ງ ແລະ ສູ້ຊົນຫຼາຍກວ່າເກົ່າ; ໃຫ້ສະໜອງ ແລະ ເປີດເຜີຍຂໍ້ມູນຜູ້ຕິດເຊື້ອທີ່ຈຳເປັນ ໃຫ້ແກ່ທ້ອງຖິ່ນຜູ້ຕິດເຊື້ອອາໄສຢູ່ ແລະ ສັງຄົມຮັບຊາບຢ່າງກວ້າງຂວາງ ເພື່ອສາມາດປະຕິບັດມາດຕະການປ້ອງກັນ ແລະ ແກ້ໄຂໄດ້ຢ່າງທັນການ ແລະ ຖືກຕ້ອງ; ໃຫ້ສະເໜີແຜນຕ່າງໆ ທີ່ເປັນທາງການໄວ ເປັນຕົ້ນ ແຜນຄວາມຕ້ອງການຕ່າງໆ, ແຜນການເຄື່ອນໄຫວວຽກງານຕ່າງໆ ທີ່ເປັນອັນໃໝ່; ດຳເນີນຂັ້ນຕອນຕ່າງໆ ໃນການແກ້ໄຂ ແລະ ຊ່ວຍເຫຼືອ ບັນດາພາກເອກະຊົນ ທີ່ມີເງື່ອນໄຂ ແລະ ສະເໜີເຈດຈຳນົງ ຢາກຊື້ວັກຊິນປ້ອງກັນພະຍາດ ມາສັກໃຫ້ພະນັກງານຂອງຕົນ ແລະ ຊ່ວຍເຫຼືອລັດຖະບານ ໃຫ້ໄວ ແລະ ທັນສະ ພາບການ; ເອົາໃຈໃສ່ ເຮັດວຽກໂຄສະນາເຜີຍແຜ່ ໃຫ້ແຂງແຮງກວ່າເກົ່າ ໃນນັ້ນ ດ້ານເນື້ອໃນ ໃຫ້ເພີ່ມຄວາມຮູ້ກ່ຽວກັບການປ້ອງກັນ, ການປິ່ນປົວຂັ້ນພື້ນຖານ, ລວມທັງ ການປຸກລະດົມປະຕິບັດພັນທະ ແລະ ການມີສ່ວນຮ່ວມຂອງສັງ ຄົມ ໃຫ້ສັງຄົມໄດ້ຮັບຮູ້-ເຂົ້າໃຈ ແລະ ເຂົ້າຮ່ວມຫຼາຍກວ່າເກົ່າ;
![](https://tholakhong.com/wp-content/uploads/2021/04/fb_img_16192425745212395923333601318322.jpg)
ໃນເວລາຕໍ່ມາ, ທ່ານ ພັນຄຳ ວິພາວັນ ແລະ ຄະນະ ໄດ້ສືບຕໍ່ໄປກວດກາເບິ່ງສະຖານທີ່ ເພື່ອກະກຽມຄວາມພ້ອມ ຮອງຮັບປິ່ນປົວຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີທີ່ມີການແຜ່ລະບາດຫຼາຍ ຢູ່ສະໜາມກິລາລ້ານຊ້າງ (ສະໜາມກິລາໃນຮົ່ມ) ທີ່ບ້ານດອນກອຍ, ເມືອງສີສັດຕະນາກ ຊຶ່ງເປັນໜຶ່ງສະຖານທີ່ ທີ່ມີຄວາມເໝາະສົມ.
Cr: Lao National Radio