ເຈົ້າແຂວງຈຳປາສັກ ຕິດຕາມການປະຕິບັດວຽກງານຂອງຄະນະສະເພາະກິດ ແກ້ໄຂການລະບາດພະຍາດ COVID-19

0
1826

ໃນວັນທີ 25 ເມສາ 2021, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາ ການປະຕິບັດວຽກງານຂອງ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແຂວງຈຳປາສັກ ຢູ່ຫລາຍຈຸດ ເຊັ່ນ:

ໜ່ວຍສະເພາະກິດ ຈຸດກວດກາການເຂົ້າ-ອອກ ລະຫວ່າງແຂວງ, ຈຸດກວດກາເຂົ້າ-ອອກ ນະຄອນປາກເຊ ຫາ ເມືອງໂພນທອງ ແລະ ຈຸດກວດກາ ດ່ານຊາຍແດນສາກົນວັງເຕົ່າ ທີ່ໄດ້ຈັດຕັ້ງ ແລະ ປະຕິບັດຄໍາສັ່ງເພີ້ມເຕີມ ຂອງທ່ານເຈົ້າແຂວງຈຳປາສັກ ສະບັບເລກທີ 04/ຈຂ.ຈສ, ລົງວັນທີ 23 ເມສາ 2021, ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດ COVID-19 ກໍ່ຄື ຫ້າມຄົນຢູ່ແຂວງຈໍາປາສັກ ເດີນທາງໄປຕ່າງແຂວງ, ຫ້າມຄົນຕ່າງແຂວງ ເດີນທາງເຂົ້າແຂວງ ຈໍາປາສັກ, ຍົກເວັ້ນຜູ້ທີ່ມີພູມລໍາເນົາ, ເຮັດວຽກປະຈໍາຢູ່ແຂວງຈໍາປາສັກ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ; ໃຫ້ໂຈະການບໍລິການລົດຂົນສົ່ງສາທາລະນະ ລະຫວ່າງແຂວງ ແລະ ລະຫວ່າງເມືອງ. ສໍາລັບຜູ້ທີ່ມີຄວາມຈໍາເປັນ ຕ້ອງເດີນທາງໄປປະຕິບັດໜ້າທີ່ຢູ່ຕ່າງແຂວງ, ຕ່າງເມືອງ ແມ່ນໃຫ້ຂໍໜັງສື ອະນຸມັດການເດີນທາງນໍາຄະນະສະເພາະກິດຂັ້ນແຂວງ, ຂັ້ນເມືອງ ຊຶ່ງມີສໍານັກງານຕັ້ງຢູ່ພະແນກສາທາລະນະສຸກແຂວງ, ຫ້ອງການສາທາລະນະສຸກນະຄອນ, ເມືອງໃນເວລາລັດຖະການ.

ຈາກນັ້ນ, ໄດ້ລົງຢ້ຽມ ຢາມ ແລະ ໃຫ້ກຳລັງໃຈພະນັກງານ ເຈົ້າໜ້າທີ່ແພດໝໍ ທີ່ ສູນປິ່ນປົວ ໂພນທອງ ທີ່ມີສາມາດຮອງຮັບຜູ້ປ່ວຍອາການປານກາງ ຫາ ອາການໜັກ ໄດ້ທັງໝົດ 45 ຕຽງ ແລະມີແຜນທີ່ຈະຂະຫຍາຍ ແລະ ສ້າງໂຮງໝໍສະໜາມເພື່ອຮອງຮັບ ຖ້າຫາກວ່າມີການລະບາດພະຍາດ ຢ່າງຮ້າຍແຮງໃນທົ່ວສັງຄົມ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ຊີ້ນຳໃຫ້ກອງເລຂາ ຄະນະສະເພາະກິດປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19 ແຂວງຈໍາປາສັກ ຈະຕ້ອງໃຫ້ຄະນະພັກແຕ່ລະຂັ້ນ ຊີ້ນຳເອົາໃຈໃສ່ບັນຫາການໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດຖືກຕ້ອງ ວິທີການປ້ອງກັນພະຍາດ, ເຮັດເປັນປະຈຳ ແລະ ກາຍເປັນວັດທະນະທຳໃໝ່ ໃນການດຳລົງຊີວິດປະຈຳວັນໃສ່ຜ້າປິດປາກ-ດັງ ທົ່ວສັງຄົມໃຫ້ໄດ້ 100%, ລ້າງມື ແລະ ເວັນໄລຍະຫ່າງທາງສັງຄົມ ໜ່ວຍງານສະເພາະກິດຕ້ອງໄດ້ເພີ່ມທະວີຄວາມເຄື່ອນທີ່ລາດຕະເວນ, ຕິດຕາມ ແລະ ປ້ອງກັນເວນຍາມຢູ່ຈຸດຕ່າງໆ ໃນເທດສະບານນະຄອນປາກເຊ ແລະ 09 ເມືອງ ຢ່າງເຂັ້ມງວດ.

ຂ່າວ: ທັດຊະນະ

LEAVE A REPLY

Please enter your comment!
Please enter your name here