ສປ ຈີນ ຊ່ວຍເຫລືອວັກຊີນປ້ອງກັນພະຍາດໂຄວິດ-19 ຈໍານວນ 3ແສນໂດສໃຫ້ ສປປ ລາວ

0
1304

ພິທີມອບ-ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ300.000ໂດສ ແລະ ເຂັມສັກຢາຈຳນວນໜຶ່ງໂດຍການຊ່ວຍເຫຼືອລ້າຈາກລັດຖະບານແຫ່ງ ສປ ຈີນ ໃຫ້ແກ່ ສປປລາວ,ໄດ້ຈັດຂຶ້ນໃນຕອນບ່າຍວັນທີ27 ເມສາ 2021,ທີ່ ກະຊວງສາທາລະນະສຸກ. ຕາງໜ້າລັດຖະບານຈີນມອບໂດຍສະຫາຍຈ່ຽງຈາຍຕຸ່ງ,ເອກອັກຄະລັດຖະທູດແຫ່ງ ສປຈີນ ປະຈຳ ສປປ ລາວແລະຕາງໜ້າລັດຖະບານລາວຮັບໂດຍສະຫາຍກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ເຊິ່ງມີລັດຖະມົນຕີ, ຮອງລັດຖະມົນຕີແລະພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງສອງຝ່າຍລາວ-ຈີນເຂົ້າຮ່ວມ.

ໃນພິທີດັ່ງກ່າວ,ສະຫາຍກິແກ້ວ ໄຂຄຳພິທູນໄດ້ຕາງໜ້າໃຫ້ພັກ-ລັດຖະບານແລະປະຊາຊົນລາວກ່າວສະແດງຄວາມຂອບໃຈເປັນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ, ໂດຍຜ່ານສະຫາຍ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປລາວ ທີ່ເວລາໃດກໍ່ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ລັດຖະບານ ກໍ່ຄື ປະຊາຊົນລາວ,ຊຶ່ງສະແດງໃຫ້ເຫັນເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ ຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ມີຕໍ່ລັດຖະບານ ແລະ ປະຊາຊົນລາວ ແລະ ເປັນການຢືນຢັນເຖິງການເປັນເພື່ອນມິດສະຫາຍ ອ້າຍນ້ອງ ທີ່ເປັນມູນເຊື້ອ, ສາຍພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ.

ນອກຈາກນີ້, ສະຫາຍກິແກ້ວ ໄຂຄຳພິທູນ ຍັງໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອອັນສະເໝີຕົ້ນສະເໝີປາຍ ແລະ ທັນການ ບໍ່ວ່າຈະເປັນທາງດ້ານອຸປະກອນການເເພດ, ໜ້າກາກອະນາໄມ, ນໍ້າຢາກວດເຊື້ອພະຍາດ, ໂດຍສະເພາະ ຢາວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ໄລຍະຜ່ານມາ ວັກຊີນທີ່ ສປ ຈີນ ໃຫ້ການຊ່ວຍເຫລືອ ສປປ ລາວ ແມ່ນມີປະສິດທິພາບ ແລະ ຄວາມປອດໄພສູງ, ຊຶ່ງລັດຖະບານ ສປປ ລາວ ໄດ້ນຳໄປສັກໃຫ້ແກ່ພະນັກງານປະຈຳດ່ານ, ແພດຫມໍ, ເຈົ້າໜ້າທີ່ຢູ່ດ່ານໜ້າ ແລະ ພໍ່ແມ່ປະຊາຊົນລາວ ລວມທັງທູຕານຸທູດຕ່າງປະເທດ ແລະ ຄົນຕ່າງປະເທດທີ່ດຳລົງຊີວິດຢູ່ ສປປ ລາວ. ການຊ່ວຍເຫຼືອເພີ່ມເຕີມໃໝ່ໃນຄັ້ງນີ້, ຈະເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ພວມຄຸກຄາມປະຊາຊົນລາວໃນຂອບເຂດທົ່ວປະເທດຢ່າງຮ້າຍແຮງ.

ໃນໂອກາດດຽວກັນ, ສະຫາຍ ຈ່ຽງ ຈາຍຕຸ່ງ ໄດ້ສະແດງຄວາມຍິນດີໃນການຊ່ວຍເຫຼືອຄັ້ງນີ້ຊຶ່ງບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບສູງຂອງສປຈີນແຕ່ຍັງໄດ້ສ່ອງແສງໃຫ້ເຫັນເຖິງທາດແທ້ຂອງຄູ່ຮ່ວມຊະຕາກໍາລາວ-ຈີນໃນການຊ່ວຍໜູນກັນອີກດ້ວຍ. ສປຈີນ ຍິນດີຄຽງຄູ່ກັບຝ່າຍ ສປປ ລາວເພື່ອປະກອບສ່ວນເຂົ້າໃນການສ້າງຄູ່ຮ່ວມຊະຕາກໍາທາງດ້ານສາທາລານະສຸກຂອງມວນມະນຸດເພື່ອນໍາເອົາຜົນປະໂຫຍດສູ່ປະຊາຊົນທົ່ວໂລກ. ສປຈີນໄດ້ໃຫ້ການຊ່ວຍເຫຼືອມອບວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ລວມ 4ຄັ້ງມີທັງໝົດ 1.700.000ໂດສ ເຊິ່ງຄັ້ງທີ1 ມອບໃນທ້າຍປີ2020 ຈໍານວນ 300.000ໂດສ, ຄັ້ງທີສອງ 300.000ໂດສ, ຄັ້ງທີສາມ 800.000ໂດສ ແລະ ຄັ້ງນີ້ແມ່ນ 300.000ໂດສ.

LEAVE A REPLY

Please enter your comment!
Please enter your name here