ໄຊສົມບູນ ເອົາໃຈໃສ່ຄຸ້ມຄອງ-ກວດກາ ສິນຄ້າອຸປະໂພກ-ບໍລິໂພກພາຍໃນແຂວງ

0
778

ແຫລ່ງຂ່າວຈາກແຂວງໄຊສົມບູນ ໃຫ້ຮູ້ວ່າ: ວັນທີ 26 ເມສາ 2021 ນີ້,ທ່ານ ທອງດໍາ ຂຸນອຸດົມ ຫົວໜ້າພະແນກ ອຸດສະຫະກໍາການຄ້າ ແຂວງໄຊສົມບູນ ສົມ ທົບກັບ ຫ້ອງການອຸດສະຫະກໍາການຄ້າ ເມືອງອະນຸວົງ ລົງກວດກາສິນຄ້າອຸປະໂພກ-ບໍລິ ໂພກ ຢູ່ຕະຫລາດໂຊກໄຊ ເມືອງອະນຸວົງ ເພື່ອບໍ່ໃຫ້ພໍ່ຄ້າຊາວຂາຍສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ ເປັນຕົ້ນ ຜ້າອັດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.

ຜ່ານການລົງກວດກາຕົວຈິງເຫັນວ່າ ສະພາບລວມຂອງສິນຄ້າຢູ່ພາຍ ໃນເທສະບານແຂວງໄຊສົມບູນ ແມ່ນບໍ່ທັນພົບເຫັນໃນການສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ແລະ ການກັກຕຸນສິນຄ້າເພື່ອກໍາໄລເທື່ອ. ສໍາລັບການສະໜອງສິນຄ້າໃນທ້ອງຕະຫລາດ ເຫັນວ່າຍັງມີຄວາມພຽງພໍກັບຄວາມຕ້ອງການ ໂດຍສະເພາະສິນຄ້າປະເພດສະບຽງອາຫານ ເປັນ ຕົ້ນ ຊີ້ນງົົວ-ຊີ້ນຄວາຍ ເປັນຊີ້ນກ້ອນສົດ ປະເພດ 1 ລາຄາ 60.000 ກີບຕໍ່ກິໂລ, ຊີ້ນໜູປະເພດ 1 ລາຄາ 45.000 ກີບ ຕໍ່ກິໂລ, ໄກ່ລາດປອກ 50.000 ກີບຕໍ່ກິໂລ, ປານິນ ປາກະຊັງ 27.000 ກີບຕໍ່ກິໂລ, ປາດຸກພັນ 22.000 ກີບຕໍ່ກິໂລ ແລະ ເຄື່ອງອຸປະໂພກ-ບໍລິໂພກອື່ນໆ ກໍໄດ້ຂາຍເປັນປົກກະຕິຕາມລາຄາທ້ອງຕະຫລາດ ແລະ ປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດ ໄດ້ກໍານົດໄວ້.

ໃນໂອກາດລົງກວດກາຄັ້ງນີ້, ທ່ານ ທອງດໍາ ຂຸນອຸດົມ ໄດ້ເນັ້ນໜັກໃຫ້ພໍ່ຄ້າຊາວຂາຍ, ຫົວໜ່ວຍທຸລະກິດໃນຕະຫລາດໂຊກໄຊ ໃຫ້ເປັນເຈົ້າການ ຈັດຕັ້ງປະຕິບັດຕາມຄໍາສັ່ງຂອງຄະນະສະເພາະກິດວາງອອກ ບໍ່ໃຫ້ພາກສ່ວນໃດສວຍໃຊ້ໂອກາດດັ່ງກ່າວ ເພື່ອປັບລາຄາສິນຄ້າຕາມລໍາພັງ ແລະ ໃຫ້ປະຕິບັດມາດຕະການ ໃນການປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພ້ອມທັງໄດ້ແນະນໍາໃຫ້ພໍ່ຄ້າຊາວຂາຍຕ້ອງຕິດປ້າຍລາຄາສິນຄ້າເປັນເງິນກີບ ເພື່ອໃຫ້ສັງຄົມໄດ້ເຫັນ ແລະ ຮູ້ເຖິງລາຄາສິນຄ້າຕົວຈິງ ທີ່ໄດ້ວາງຂາຍຢູ່ພາຍໃນຮ້ານຂາຍຍ່ອຍ-ຂາຍສົ່ງ ແລະ ພາຍໃນທ້ອງຕະຫລາດ ຕື່ມອີກ.

ລາຍງານໂດຍ: ຂປລ

LEAVE A REPLY

Please enter your comment!
Please enter your name here