ພະນັກງານສົ່ງອາຫານ foodpanda ໄດ້ຮັບການສັກວັກຊີນແລ້ວ!

0
2740

ໃນວັນທີ 7 ພຶດສະພາ 2021, ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ຫຼື foodpanda ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດຕັ້ງປະຕິບັດໂຄງການຊັກວັກຊີນໃຫ້ກັບ ພະນັກງານສົ່ງອາຫານຟູດແພນດ້າ ຫຼື ໄຣເດີ້ ພາຍໃນນະຄອນຫຼວງວຽງຈັນ ແລະ ຄາດວ່າ ພະນັກງານສົ່ງອາຫານຢູ່ຕ່າງແຂວງຈະໄດ້ຮັບການຊັກວັກຊີນໃນໄວໆນີ້.

ໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ 19 ພາຍໃນປະເທດຢ່າງຕໍ່ເນື່ອງ, ອີກພາກສ່ວນໜຶ່ງທີ່ຍັງຄົງເຮັດວຽກໜັກຮັບໃຊ້ສັງຄົມແມ່ນ ພະນັກງານໄຣເດີ້ ໃນການໄປຮັບ ແລະ ສົ່ງອາຫານໃຫ້ກັບປະຊາຊົນ ໃນແຕ່ລະຂົງເຂດ. ທັ້ງໃດທັ້ງນັ້ນ, ເພື່ອເປັນການປ້ອງກັນໄຣເດີ້ຈາກພະຍາດໂຄວິດ 19 ແລະ ຊ່ວຍໃຫ້ ພະນັກງານໄຣເດີ້ເອງໄດ້ເຂົ້າເຖີງການສັກວັກຊີນໄດ້ງ່າຍ ແລະ ໄວຂຶ້ນ, ຟູດແພນດ້າຈຶ່ງ ໄດ້ຮ່ວມມືກັບ ພາກສ່ວນທີ່ກ່ຽວຂ້ອງ ໃນການສັກວັກຊີນໃຫ້ກັບພະນັັກງານສົ່ງອາຫານຟູດແພນດ້າເປັນຈຳນວນຫຼວງຫຼາຍ. 

LEAVE A REPLY

Please enter your comment!
Please enter your name here