ສັກວັກຊິນປ້ອງກັນໂຄວິດ ໃຫ້ແຮງງານໂຮງງານຕັດຫຍິບ ເກືອບ 5 ພັນຄົນ

0
1813

ລາຍງານຈາກ ກົມອຸດສາຫະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າໃຫ້ຮູ້ວ່າ: ສືບເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຮອບສອງ ຢູ່ປະເທດເຮົາ ທີ່ເລີ່ມທະວີຄວາມຮຸນແຮງຂຶ້ນ ຫຼັງຈາກປີໃໝ່ລາວເປັນຕົ້ນມາ ແລະ ພາຍໃຕ້ນະໂຍບາຍຂອງລັດຖະບານເພື່ອລະດົມໃຫ້ທຸກຄົນໄດ້ຮັບການສັກວັກຊິນ, ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ປະທານສະມາຄົມອຸດສາຫະກຳຕັດຫຍິບລາວ ທັງເປັນສະມາຊິກສະພາແຫ່ງຊາດຈາກແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ສະມາຄົມໄດ້ຮ່ວມເຮັດວຽກກັບ ຜູ້ບໍລິຫານຂອງບັນດາໂຮງງານຕັດຫຍິບຊຸກຍູ້ ແລະ ສ້າງຄວາມສະດວກໃຫ້ແກ່ພະນັກງານ ແລະ ກຳມະກອນ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເພື່ອຊ່ວຍສ້າງພູມຄຸ້ມກັນແກ່ຮ່າງກາຍບໍ່ໃຫ້ຕິດເຊື້ອພະຍາດໂຄວິດ-19 ແລະ ແຜ່ເຊື້ອດັ່ງກ່າວ ທັງເປັນການປົກປ້ອງຄອບຄົວ, ຜູ້ໃກ້ຊິດ ແລະ ສັງຄົມ ກໍຄືປະກອບສ່ວນໃນການຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19.

ອີກດ້ານໜຶ່ງ, ແມ່ນເພື່ອເອື້ອອຳນວຍໃຫ້ບັນດາໂຮງງານຕັດຫຍິບ ສາມາດສືບຕໍ່ດໍາເນີນກິດຈະການໄດ້ຢ່າງຕໍ່ເນື່ອງ ຄຽງຄູ່ກັບການປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂຮງຈັກໂຮງງານ ບໍ່ວ່າຈະເປັນການຮັກສາໄລຍະຫ່າງ, ການກວດວັດແທກອຸນຫະພູມ ແລະ ການອະນາໄມຂ້າເຊື້ອຕ່າງໆ.

ຂະບວນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ແມ່ນດຳເນີນຢູ່ຕາມໂຮງໝໍ ແລະ ສະຖານທີ່ຕ່າງໆ ທີ່ກະຊວງສາທາລະນະສຸກ ຈັດໃຫ້ແກ່ສາທາລະນະຊົນ ຊຶ່ງພິເສດກໍມີການຈັດໜ່ວຍເຄື່ອນທີ່ລົງສັກວັກຊິນໃຫ້ຢູ່ບາງໂຮງງານ ໂດຍທີ່ມາການເຂົ້າຮ່ວມຂະບວນການນີ້ຢ່າງຄຶກຄື້ນໃນນີ້ປະກອບມີ: ມີໂຮງງານຕຣີແມັກ, ໂຮງງານດິບວູ, ໂຮງງານສະກາວີລາວ, ໂຮງງານໄຮເທັກ, ໂຮງງານອານປີລາວ, ໂຮງງານເວັນເຈີ, ໂຮງງານເກຣດລາວ, ໂຮງງານໄອຊິນ, ໂຮງງານອັບປາແຣນ, ໂຮງງານແຮັກເກີ, ໂຮງງານກຽນວິໄລ, ໂຮງງານຫວຽດທູ, ໂຮງງານຢາມາເກັນ ແລະ ແຫ່ງອື່ນໆ. ໂດຍລວມແລ້ວ ຮອດວັນທີ 7 ພຶດສະພາ 2021, ມີພະນັກງານ ແລະ ກຳມະກອນ 4.980 ຄົນ ຈາກໂຮງງານຕັດຫຍິບຫຼາຍກວ່າ 20 ແຫ່ງ ໄດ້ຮັບການສັກວັກຊິນປ້ອງກັນພະຍາດໂຄວິດ-19. ມີໂຮງງານອີກຈຳນວນໜຶ່ງ ກໍຂຶ້ນແຜນເພື່ອສ້າງຂະບວນການ ສັກວັກຊິນກັບທີ່ ນັບແຕ່ອາທິດໜ້າເປັນຕົ້ນໄປ.

ທ່ານ ໄຊບັນດິດ ລາຊະພົນ ໄດ້ຕາງໜ້າໃຫ້ສະມາຊິກຂອງສະມາຄົມອຸດສາຫະກຳຕັດຫຍິບລາວ ສະແດງຄວາມຂອບອົກຂອບໃຈມາຍັງພາກ-ລັດ ໂດຍສະເພາະກະຊວງສາທາລະນະສຸກ ແລະ ໂຮງໝໍກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ ແລະ ອຳນວຍສະດວກແກ່ຂະບວນການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ບັນດາໂຮງງານຕັດຫຍິບຕ່າງໆ.

ຂ່າວ: ກົມອຸດສາຫະກຳ

LEAVE A REPLY

Please enter your comment!
Please enter your name here