ໃນການລະບາດຮອບໃໝ່ ຂອງ ໂຄວິດ-19 ທະນາຄານກາງ ສືບຕໍ່ໃຫ້ນະໂຍບາຍສິນເຊື່ອ

0
1865

ຂະແໜງການທະນາຄານ ຈະສືບຕໍ່ໃຫ້ນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະ ທົບຈາກການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່.

ແຫຼ່ງຂ່າວ ວິທະຍຸກະຈາຍສຽງແຫ່ງຊາດ Lao National Radio ແຈ້ງໃຫ້ຮູ້ວ່າ ໃນວັນທີ 08 ພຶດສະພາ 2021 ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຫົວໜ້າໜ່ວຍງານນະໂຍບາຍດ້ານເງິນຕາ ໄດ້ອອກຖະແຫຼງຂ່າວ ກ່ຽວກັບບັນດານະໂຍບາຍຂອງຂະແໜງທະນາຄານ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ໂດຍຈະສືບຕໍ່ບັນດານະໂຍບາຍດ້ານເງິນຕາດັ່ງທີ່ໄດ້ປະຕິບັດຜ່ານມາ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ COVID-19.

ນັບແຕ່ການລະບາດຂອງພະຍາດ COVID-19 ໃນຕົ້ນປີ 2020, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ປະຕິບັດບັນດານະໂຍບາຍຈຳນວນໜຶ່ງ ເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ໄດ້ແກ່: 1) ປັບຫຼຸດອັດຕາດອກເບ້ຍພື້ນຖານ ຂອງທະນາ ຄານແຫ່ງ ສປປ ລາວ ແລະ ອັດຕາສ່ວນເງິນແຮຝາກບັງຄັບ ຂອງທະນາຄານທຸ ລະກິດ; 2) ປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກສະພາບການລະບາດຂອງພະຍາດ COVID-19 ຕາມຂໍ້ຕົກລົງສະບັບເລກທີ 238/ທຫລ. ລົງວັນທີ 26 ມີນາ 2020; 3) ດຳເນີນໂຄງ ການສິນເຊື່ອ ເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ COVID-19 ສະບັບເລກທີ 318/ທຫລ, ລົງວັນທີ 19 ພຶດສະພາ 2020; 4) ຊຸກຍູ້ ແລະ ຕິດຕາມການສະໜອງແຫຼ່ງທຶນຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບກະຊວງອຸດສະຫະກຳ ແລະ ການຄ້າ ໂດຍສຸມໃສ່ສະໜອງແຫຼ່ງທຶນໃຫ້ຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໃນຂົງເຂດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງ COVID-19.

ຜ່ານການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອໃນໄລຍະຜ່ານມາ ຮອດເດືອນ ມີນາ 2021 ເຫັນວ່າ: ທະນາຄານທຸລະກິດ ໄດ້ມີການປະຕິບັດນະໂຍບາຍສິນເຊື່ອ ໃຫ້ແກ່ລູກຄ້າທັງໝົດ 4.846 ລາຍ ລວມມູນຄ່າ 9.565,24 ຕື້ກີບ. ສຳລັບເບື້ອງ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ໄດ້ມີການປະຕິບັດນະໂຍບາຍສິນເຊື່ອ ໃຫ້ແກ່ລູກຄ້າທັງໝົດ 454.163 ລາຍ ລວມມູນຄ່າ 263,63 ຕື້ກີບ. ນະໂຍບາຍສິນເຊື່ອທີ່ທະນາຄານ ແລະ ສະຖາບັນການເງິນປະຕິບັດ ສ່ວນ ໃຫຍ່ແມ່ນນະໂຍບາຍການປັບຫຼຸດອັດຕາດອກເບ້ຍ, ຮອງລົງມາແມ່ນນະໂຍບາຍເລື່ອນຊຳລະໜີ້ທັງຕົ້ນທຶນ ແລະ ດອກ ເບ້ຍ , ປະຕິບັດນະໂຍບາຍປ່ອຍກູ້ໃໝ່ ເພື່ອຟື້ນຟູການຜະລິດ ຫຼື ທຸລະກິດ, ນະ ໂຍບາຍປັບຫຼຸດຄ່າທໍານຽມ ແລະ ນະໂຍ ບາຍອື່ນໆ. ການສະຫນອງສິນເຊື່ອໃຫມ່ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບພາຍໃຕ້ໂຄງການສິນເຊື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ COVID-19 ຕາມຂໍ້ຕົກລົງເລກທີ 318/ທຫລ ແມ່ນໄດ້ມີການສະໜອງເງິນກູ້ໃຫ້ແກ່ລູກຄ້າທີ່ໄດ້ຮັບຜົນກະທົບ ຜ່ານທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການທັງໝົດ 1.652,57 ຕື້ກີບ ຈໍານວນ ລູກຄ້າ 477 ລາຍ ແລະ ຖອນນໍາໃຊ້ແລ້ວ 1.369,44 ຕື້ກີບ. ສໍາລັບການສະຫນອງສິນເຊື່ອໃຫ້ແກ່ ວນກ ໂດຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແມ່ນໄດ້ປ່ອຍກູ້ແລ້ວ ປະມານ 165,06 ຕື້ກີບ (ມີຈໍານວນ 116 ຫົວໜ່ວຍ ວນກ, ມີ 143 ສັນຍາເງິນກູ້ ມາຈາກ 14 ແຂວງ).

ຕໍ່ກັບສະພາບການລະບາດຂອງພະຍາດ COVID-19 ໃນປະຈຸບັນ, ທຫລ ຈະສືບຕໍ່ປະຕິບັດນະໂຍບາຍ ແລະ ມາດຕະການທີ່ ທຫລ ໄດ້ປະຕິບັດຜ່ານມາຂ້າງເທິງນັ້ນ ໃນການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ COVID-19 ໂດຍສະເພາະສືບຕໍ່ປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກ COVID-19 ຕາມຂໍ້ຕົກລົງສະບັບເລກທີ 238/ທຫລ. ລົງວັນທີ 26 ມີນາ 2020 ໂດຍການອອກແຈ້ງການເພີ່ມເຕີມໃຫ້ທະນາຄານທຸລະກິດ ແລະ ສະຖາບັນການເງິນ ເພີ່ມທະວີການປະຕິບັດນະໂຍບາຍສິນເຊື່ອແກ້ໄຂຜົນກະທົບ ຕາມຂໍ້ຕົກລົງດັ່ງກ່າວ ໃຫ້ວ່ອງໄວ, ທັນສະພາບການ ແລະ ທົ່ວເຖິງ ຕາມສະພາບເງື່ອນໄຂຂອງລູກຄ້າທີ່ໄດ້ຮັບຜົນກະທົບຕົວຈິງ; ສືບຕໍ່ດຳເນີນໂຄງການສິນເຊື່ອເພື່ອສະໜອງເງິນກູ້ໃໝ່ໃຫ້ແກ່ບຸກຄົນ, ຈຸນລະວິສາຫະກິດ ແລະ ວນກ ທີ່ໄດ້ຮັບຜົນກະທົບ ຜ່ານທະນາຄານທຸລະກິດ ທີ່ເຂົ້າຮ່ວມໂຄງການ ຈຳນວນ 16 ທະນາຄານ ໄດ້ແກ່: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານລາວຈີນ ຈຳກັດ, ທະນາຄານຮ່ວມພັດທະນາ, ທະນາຄານມາຣູຮານເຈແປນລາວ ຈຳກັດ, ທະນາຄານບີໄອຊີລາວ ຈຳກັດ, ທະນາຄານເອັສທີ ຈຳກັດ, ທະນາຄານພັດທະນາລາວ, ທະນາຄານອາເຮັສບີ ລາວ ຈຳກັດ, ທະນາຄານໄຊງ່ອນເທືອງຕິ່ນ ຈຳກັດ, ທະນາຄານຫວຽດຕິນ ລາວ ຈຳກັດ, ທະນາຄານແຄນາເດຍ ລາວ ຈຳກັດ, ທະນາຄານການຄ້າຕ່າງປະເທດຫວຽດນາມ ປະຈຳລາວ ຈຳກັດ, ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງ, ທະນາຄານກະສິກອນໄທ ຈຳກັດ ແລະ ທະນາຄານສົ່ງເສີມກະສິກຳ; ແລະ ຈັດຕັ້ງປະຕິບັດໂຄງການສິນເຊື່ອ ເພື່ອກະຕຸ້ນເສດຖະກິດຂອງ ສປປ ລາວ ໄດ້ແກ່: ນະໂຍບາຍສິນເຊື່ອສົ່ງເສີມການຜະລິດໄຟຟ້າ ເພື່ອການສົ່ງອອກ, ສິນເຊື່ອເພື່ອສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ສິນເຊື່ອ ເພື່ອຊຸກຍູ້ການຜະລິດກະສິກຳເປັນ ສິນຄ້າສົ່ງອອກ.

ລູກຄ້າທີ່ມີເງື່ອນໄຂໄດ້ຮັບນະໂຍບາຍສິນເຊື່ອດັ່ງກ່າວແມ່ນໝາຍເຖິງ : 1) ບຸກຄົນ ຫຼື ນິຕິບຸກຄົນ ທີ່ເປັນເຈົ້າຂອງ ຫຼື ດໍາເນີນກິດຈະການ ທີ່ຕ້ອງຢຸດເຊົາກິດຈະການທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ເນື່ອງຈາກການປະຕິບັດມາດຕະການປ້ອງກັນຄວບຄຸມການແຜ່ລະບາດຂອງພະຍາດ COVID-19; 2) ຜູ້ປະກອບອາຊີບອິດສະຫຼະ ທີ່ບໍ່ສາມາດປະກອບອາຊີບຂອງຕົນໄດ້ຕາມປົກກະຕິ ລວມທັງຜູ້ທີ່ໄດ້ຮັບຜົນກະທົບທາງອ້ອມ.

ຂັ້ນຕອນໃນການຂໍຮັບນະໂຍບາຍຜ່ອນຜັນ ແມ່ນລູກຄ້າຕ້ອງ : 1) ຂຽນໜັງສືສະເໜີເຖິງ ທະນາຄານ ຫຼື ສະຖາບັນການເງິນ ທີ່ເປັນເຈົ້າໜີ້ຂອງຕົນເພື່ອຂໍນະໂຍບາຍ; 2) ປະກອບເອກະສານຢັ້ງຢືນ ຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ ສໍາລັບວິສາຫະກິດ ຫຼື ອໍານາດການປົກຄອງບ້ານ ສໍາລັບບຸກຄົນທີ່ປະກອບອາຊີບອິດສະຫຼະ; 3) ປະກອບເອກະສານອື່ນໆ ທີ່ກ່ຽວຂ້ອງ; ສຳລັບທະນາຄານ ແລະ ສະຖາບັນການເງິນ ທີ່ໄດ້ຮັບການສະ ເໜີຈາກລູກຄ້າຂອງຕົນ ຈະດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອຕາມຄວາມເໝາະສົມ.

ພ້ອມດຽວກັນນີ້, ທ່ານ ຮອງຜູ້ວ່າການ ທຫລ, ຫົວໜ້າໜ່ວຍງານດ້ານນະໂຍບາຍເງິນຕາ ຮຽກຮ້ອງໃຫ້ ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ພ້ອມກັນເປັນເຈົ້າການເຊື່ອມຊືມເຂົ້າໃຈນະໂຍບາຍສິນເຊື່ອດັ່ງກ່າວ ແລະ ເປັນເຈົ້າການປະຕິບັດນະໂຍບາຍດັ່ງກ່າວຢ່າງວ່ອງໄວ, ທັນສະພາບການ ແລະ ທົ່ວເຖິງ ຕາມສະພາບເງື່ອນໄຂຂອງລູກຄ້າ ທີ່ໄດ້ຮັບຜົນກະທົບຕົວຈິງ; ແລະ ຮຽກຮ້ອງໃຫ້ລູກຄ້າສິນເຊື່ອ ທີ່ໄດ້ຮັບຜົນກະທົບມີຄວາມເຂົ້າໃຈແຈ້ງ ຕໍ່ນະໂຍບາຍຜ່ອນຜັນດ້ານສິນເຊື່ອດັ່ງກ່າວ ແລະ ມີຄວາມຈິງໃຈ ແລະ ເປັນເຈົ້າການປະຕິບັດໃຫ້ຖືກຕ້ອງຕາມເງື່ອນໄຂທີ່ກຳນົດໄວ້. ຫຼີກເວັ້ນການສວຍໃຊ້ນະໂຍບາຍດັ່ງກ່າວ ເພື່ອເອື້ອອຳນວຍຜົນປະໂຫຍດແກ່ຕົນ ທີ່ບໍ່ສອດຄ່ອງກັບລະບຽບການວາງອອກ ລວມທັງການມີຄຳເຫັນປັ່ນປ່ວນ ສ້າງຄວາມເຂົ້າໃຈຜິດໃຫ້ແກ່ສັງຄົມ.

ລູກຄ້າສິນເຊື່ອຂອງ ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ຜູ້ທີ່ໄດ້ຮັບຜົນກະທົບທີ່ສົນໃຈຂໍສິນເຊື່ອເພີ່ມ ພາຍໃຕ້ໂຄງການສິນເຊື່ອຕາມຂໍ້ຕົກລົງ 318/ທຫລ ກໍໃຫ້ປະສານກັບບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ 16 ທະນາຄານ ຂ້າງເທິງ. ສຳລັບຜູ້ທີ່ມີຄຳຖາມ ແລະ ຂໍ້ຂ້ອງໃຈຕິດພັນກັບການປະຕິບັດນະໂຍບາຍຜ່ອນຜັນດ້ານສິນເຊື່ອຕາມຂໍ້ຕົກລົງ 238/ທຫລ ສາມາດປະສານກົມຄຸ້ມຄອງທະນາຄານທຸລະກິດ (ເບີໂທ: 021 219825) ແລະ ກົມຄຸ້ມຄອງສະຖາບັນການເງິນ (ເບີໂທ: 021 265715 ຫຼື 021 265712)

LEAVE A REPLY

Please enter your comment!
Please enter your name here