ລາຍງານຈາກ ຂ່າວສານປະເທດລາວ (ຂປລ) ໃຫ້ຮູ້ວ່າ ວັນທີ 9 ພຶດສະພາ 2021 ນີ້, ທີ່ສະໜາມບິນສາກົນຫລວງພະບາງ ໄດ້ມີພິທີຕ້ອນຮັບຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ທີ່ເດີນທາງມາຊ່ວຍການແກ້ໄຂສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງພາກເໜືອ ໃຫ້ກຽດຕ້ອນຮັບໂດຍ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດຂັ້ນແຂວງຫລວງພະບາງ, ພ້ອມດ້ວຍຄະນະສະເພາະກິດແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.
![](https://tholakhong.com/wp-content/uploads/2021/05/183163234_1623167174553723_2657871418855312974_n-1024x768.jpg)
ໂອກາດນີ້, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ກໍໄດ້ປະຊຸມຮ່ວມກັບຄະ ນະສະເພາະກິດແຂວງຫລວງພະບາງ ໂດຍໄດ້ຮັບຟັງການລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຫລວງພະບາງ ຈາກຫົວໜ້າຄະນະສະເພາະກິດຂັ້ນແຂວງ. ຈາກນັ້ນຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາເຫັນຮ່ວມກັນ ກ່ອນຈະລົງເບິ່ງການປະຕິບັດວຽກງານຕົວຈິງ ຈາກທີມແພດທີ່ພົວປີ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໂຮງໝໍແຂວງຫລວງພະບາງ.
![](https://tholakhong.com/wp-content/uploads/2021/05/182768402_1623167177887056_1195633859441492790_n-1024x766.jpg)
ພາຍຫລັງສຳເລັດການເຮັດວຽກຮ່ວມກັບທີມແພດ ແລະ ຄະນະສະເພາະກິດແຂວງຫລວງພະບາງແລ້ວ, ຄະນະແພດ ແລະ ຊ່ຽວຊານ ຈາກ ສປ ຈີນ ຈະເດີນທາງໄປເຮັດວຽກຮ່ວມກັບຄະນະສະເພາະກິດ ແລະ ທີມແພດ ທີ່ປີ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ -19 ຢູ່ບັນດາແຂວງອື່ນ ຂອງພາກເໜືອ ຕື່ມອີກ.