ການກຽມພ້ອມຕອບໂຕ້ໄພພິບັດ ທີ່ອາດຈະເກີດຂຶ້ນໃນປີ 2021

0
1982

ໃນວັນທີ 11 ພຶດສະພາ 2021, ທີ່ກະຊວງປ້ອງກັນປະເທດ ໄດ້ມີກອງປະຊຸມ ຄັ້ງປະຖົມມະລຶກ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ (ຄພສ) ໂດຍການເປັນປະທານຂອງທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ປະທານຄະ ນະກຳມະການ ຄພສ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ໃນຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ, ຈະໄດ້ພ້ອມກັນປະກອບຄຳຄິດເຫັນ ແລະ ເປັນເຈົ້າການຄົ້ນຄວ້າ, ພິຈາລະ ນາຮັບຮອງ ຕໍ່ບັນດາເອກະສານທີ່ທາງກອງເລຂາ ຄະນະກໍາມະການຄຸ້ມຄອງໄພພິບັດ ໄດ້ນໍາສະເໜີ ເປັນ ຕົ້ນ ບົດລາຍງານສະພາບໄພພິບັດ ແລະ ການແກ້ໄຂຊ່ວຍເຫ]nອສຸກເສີນ ໄລຍະ 6 ເດືອນຕົ້ນປີ 2021, ແຜນຈຸດສຸມການການກຽມພ້ອມຕອບໂຕ້ໄພພິບັດ ປີ 2021 ແລະ ຮ່າງຂໍ້ຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ.ໃນໂອກາດດັ່ງກ່າວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ຖືວ່າເປັນຄັ້ງທໍາອິດ ຂອງຄະນະກໍາມະການຄຸ້ມຄອງໄພພິບັດ ພາຍຫລັງທີ່ ຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ສະບັບເລກທີ 35/ນຍລົງວັນທີ 28 ເມສາ 2021, ໄດ້ອະນຸມັດຕາມກົດ ໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ເລກທີ 71/ສພຊ, ລົງວັນທີ 24 ມິຖຸນາ 2019 ແລະ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ສະບັບເລກທີ 239/ນຍ, ລົງວັນທີ 18 ພຶດສະພາ 2020.

ປັດຈຸບັນ, ບັນຫາໄພພິບັດ ແລະ ຄວາມສ່ຽງຈາກການປ່ຽນແປງຂອງດິນຟ້າອາກາດ ເປັນຕົ້ນ: ໄພນໍ້າຖ້ວມ, ແຜ່ນດິນໄຫວ, ຄື້ນຊຶນາມິ, ລົມພະຍຸພັດ, ການລະບາດຂອງພະຍາດ, ສັດຕູພືດ, ອື່ນໆ ຖືວ່າຍັງເປັນບັນຫາທີ່ຍັງສືບຕໍ່ເກີດຂື້ນຖີ່ ສ້າງຄວາມເສຍຫາຍ ແລະ ສູນເສຍ ຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າ, ສ້າງຄວາມເສຍຫາຍຕໍ່ພື້ນຖານໂຄງລ່າງເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເປັນການບັນທອນ ແລະ ທ່ວງດຶງຕໍ່ການພັດ ທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດ ໃນໂລກ ລວມທັງ ຢູ່ ສປປ ລາວ ຂອງພວກເຮົາ, ໃນນີ້ ລວມທັງ ບັນຫາການລະບາດຂອງພະຍາດ ໂຄວິດ-19 ທີ່ຍັງສືບຕໍ່ ແລະ ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ສຸຂະພາບ, ຊີວິດ ແລະ ການດໍາລົງຊີວິດຂອງປະຊາຊົນ, ອື່ນໆ. ສະເພາະຢູ່ ສປປ ລາວ ຂອງພວກເຮົາ, ບັນຫາຜົນກະທົບຂອງໄພພິບັດ ແມ່ນໜັກໜ່ວງ ແລະ ສ້າງຄວາມເສຍຫາຍຫລາຍຂຶ້ນແຕ່ລະປີ, ສັງລວມແລ້ວ ໃນໄລຍະ 5 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນທັງໝົດ 235 ຄັ້ງ, ສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນ 1.860.165 ຄົນ, ເສຍຊີວິດ 121 ຄົນ, ສ້າງຄວາມເສຍຫາຍ ແລະ ສູນເສຍ ຕໍ່ໂຄງລ່າງພື້ນຖານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ຄິດເປັນມູນຄ່າເສຍຫາຍທັງໝົດປະມານ 5.538.247.383.912 ກີບ.

ເຫດການທີ່ພົ້ນເດັ່ນ ແມ່ນໄພນໍ້າຖ້ວມ ໃນປີ 2018 ທີ່ສາເຫດມາຈາກ ເຂື່ອນເຊປ່ຽນ-ເຊນໍ້ານ້ອຍແຕກພັງ ສົ່ງຜົນກະທົບປະຊາຊົນ ຢູ່ ເມືອງ ສະໜາມໄຊ ແຂວງອັດຕະປື; ໄພ ນໍ້າຖ້ວມສົ່ງຜົນກະທົບຢູ່ 6 ແຂວງພາກກາງ ແລະ ພາກໄຕ້ ປີ 2019 ແລະ ປີ 2020 ນໍ້າຖ້ວມໜັກຢູ່ ແຂວງ ສະຫວັນນະເຂດ.ເລີ່ມແຕ່ທ້າຍ ປີ 2019 ຈົນເຖິງປັດຈຸບັນ, ຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ- 19 ຍິ່ງເພີ່ມຄວາມອັນຕະລາຍຕໍ່ການລົງຊີວິດຂອງປະຊາຊົນ, ຊຶ່ງໄດ້ສົ່ງຜົນກະທົບຢ່າງໃຫຍ່ຫລວງ ຕໍ່ໂຄງສ້າງຂອງສັງຄົມ, ເສດຖະກິດ, ເຮັດໃຫ້ການຜະລິດສົ່ງອອກ-ນຳເຂົ້າ ຖືກຍຸດສະຫງັກ, ຫລາຍທຸລະກິດຫ້າງຮ້ານ ຖືກຍຸດກິດຈະການ, ແຮງງານຖືກພັກວຽກ ແລະ ຫວ່າງງານ. ແນ່ນອນວ່າ, ສປປ ລາວ ທີ່ເປັນປະເທດພວມສູ້ຊົນ ພັດທະນາໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ມາຖືກຄຸກຄາມຈາກໄພພິບັດທໍາມະຊາດ ທີ່ເກີດຢ່າງຮຸນແຮງຂຶ້ນຊໍ້າແລ້ວຊໍ້າອີກ ຍິ່ງຈະເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ພົບກັບອຸປະສັກ ບໍ່ສາມາດບັນລຸຕາມຄາດໝາຍທີ່ວາງໄວ້.

ທ່ານ ພົອ ຈັນສະໝອນ ຈັນຍາລາດ ກ່າວຕື່ມວ່າ: ກອງປະຊຸມຄະນະກໍາມະການຄຸ້ມຄອງໄພ ພິບັດຂັ້ນສູນກາງຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ ແລະ ເປັນຄັ້ງທໍາອິດ ທີ່ພວກເຮົາໄດ້ພົບປະຊຸມກັນ ຕາມຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 35/ນຍ, ຊຶ່ງພວກເຮົາຈະໄດ້ຮ່ວມກັນຄົ້ນຄວ້າ ປະ ກອບຄໍາເຫັນ ແລະ ເອກະພາບ ຕໍ່ກັບຮ່າງຂໍ້ຕົກລົງການແບ່ງຄວາມຮັບຜິດຊອບຂອງຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ; ນໍາສະເໜີແລກປ່ຽນຂໍ້ມູນ ກ່ຽວກັບການກຽມຄວາມພ້ອມຮັບມືກັບໄພພິບັດໃນລະດູຝົນປີ 2021 ຂອງບັນດາຂະແໜງການ ໃນຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຕາມທີ່ໄດ້ກໍານົດໃນແຜນການກຽມພ້ອມຕອບໂຕ້ໄພພິບັດປະຈໍາ ປີ 2021 ທີ່ເຊັນຮັບຮອງໄປແລ້ວນັ້ນ, ລວມທັງ ຮ່ວມກັນປຶກສາຫາລື ແລະ ເອກະພາບ ໃນກົນໄກການປະສານງານ ແລະ ການລາຍງານສະພາບໄພ ພິບັດ ແລະ ການຊ່ວຍເຫລືອໄພພິບັດ ທັງໄລຍະສຸກເສີນ ແລະ ການຟື້ນຟູຄືນຫລັງໄພພິບັດ.

ຂ່າວ: ສົມຫວັງພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here