ເຈົ້າເມືອງວິລະບູລີ ເນັ້ນໃຫ້ ຜູ່ອອກຈາກສູນ ຕ້ອງກັກບໍລິເວນຕົນເອງຢູ່ເຮືອນ ອີກ 14 ວັນ

0
1031

ກຸ່ມແຮງງານລາວທີ່ໄດ້ເດີນທາງມາຈາກຕ່າງເມືອງ, ຕ່າງແຂວງໄດ້ຮັບອະນຸຍາດອອກຈາກສູນກັກຕົວຂອງເມືອງ ເພື່ອເມືອສືບຕໍ່ກັກຕົວເອງອີກຈໍານວນ 14 ວັນ ຢູ່ທີ່ບ້ານເຮືອນຂອງຕົນ


ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2021 ນີ້, ຢູ່ທີ່ສູນກັກກັນໂຮງຮຽນປະຖົມພູຄໍາ ເມືອງວິລະບູລີ ທາງຄະນະສະເພາະກິດຂັ້ນເມືອງ ໄດ້ອະນຸຍາດໃຫ້ຜູ້ທີ່ໄດ້ກັກຕົວຄົບ 14 ວັນແລ້ວ ໄດ້ອອກຈາກສູນກັກກັນຂອງເມືອງ ເພື່ອກັບເມືອສືບຕໍ່ກັກຕົວເອງຢູ່ບ້ານເຮືອນຂອງໃຜລາວອີກຈໍານວນ 14 ວັນ ຕາມມາດຕະການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ຂັ້ນເທິງໄດ້ວາງອອກ.

ໂດຍການໃຫ້ກຽດເຂົ້າຮ່ວມໃນພິທີຂອງທ່ານ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆວິລະບູລີ, ທ່ານ ບຸນເນືອງ ຈັນຫອມ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ວິລະບູລີ ທັງເປັນຫົວໜ້າຄະນະສະພາະກິດເພື່ອປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂັ້ນເມືອງ, ມີບັນດາທ່ານໃນຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍຄະນະຮັບຜິດຊອບສູນກັກກັນ ເຂົ້າຮ່ວມ.

ເມືອງ ວິລະບູລີ ແມ່ນໄດ້ກໍານົດເອົາໂຮງຮຽນປະຖົມສົມບູນພູຄໍາ ເປັນສູນກັກກັນຂອງເມືອງ ເຊິ່ງໄດ້ເລີ່ມນໍາເອົາຜູ້ທີ່ໄດ້ເດີນທາງມາຈາກຕ່າງເມືອງ, ຕ່າງແຂວງ ເພື່ອກັບມາຍັງພູມລໍາເນົາຂອງຕົນເອງ ເຂົ້າມາກັກຕົວຢູ່ໃນສູນດັ່ງກ່າວ ມາແຕ່ວັນທີ 27 ເມສາ ເປັນຕົ້ນມາ ເຊິ່ງມາຮອດປະຈຸບັນແມ່ນມີຈໍານວນຜູ້ເຂົ້າກັກຕົວທັງໝົດຈໍານວນ 62 ຄົນ, ຍິງ 17 ຄົນ ແລະຜູ້ໄດ້ຮັບອະນຸຍາດໃຫ້ອອກຈາກສູນກັກກັນໃນຊຸດທີ 1 ນີ້ແມ່ນມີຈໍານວນທັງໝົດ 21 ຄົນ, ຍິງ 6 ຄົນ, ຍັງຄ້າງກັກຕົວຢູ່ໃນສູນ 41 ຄົນ, ຍິງ 11 ຄົນ. ໃນໂອກາດນີ້ທ່ານເຈົ້າເມືອງ ວິລະບູລີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກັບຜູ້ທີ່ໄດ້ຮັບອະນຸຍາດໃຫ້ອອກຈາກສູນກັກກັນໃນຄັ້ງນີ້ວ່າ: ພາຍຫຼັງທີ່ໄດ້ອອກຈາກສູນກັກຕົວຂອງເມືອງແລ້ວ ກໍ່ໃຫ້ເອົາໃຈໃສ່ສືບຕໍ່ເມືອກັກຕົວຢູ່ບ້ານເຮືອນຂອງໃຜລາວອີກຈໍານວນ 14 ວັນ, ປະຕິບັດຕາມບັນດາມາດຕະການຕ່າງໆ ທີ່ທາງຂັ້ນເທິງໄດ້ວາງງອອກຢ່າງເຂັ້ມງວດ ເປັນຕົ້ນແມ່ນ:

ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືໃສ່ສະບູ ຫຼື ເຈວລ້າງມື, ຮັກສາໄລຍະຫ່າງທາງສັງຄົມ, ເອົາໃຈໃສ່ຕິດຕາມເບິ່ງອາການຂອງຕົນເອງໃນແຕ່ລະວັນຈົນກວ່າຈະຄົບ 14 ວັນ, ຫ້າມບໍ່ໃຫ້ມີການຊຸມແຊວກັບຄົນອື່ນ, ພ້ອມນີ້ກໍ່ໃຫ້ສຸມໃສ່ໃນການຊ່ວຍວຽກຄອບຄົວເຮັດການຜະລິດກະສິກໍາ ເພື່ອຜະລິດສະບຽງອາອາຫານໃຫ້ພຽງພໍ ກັບຄວາມຕ້ອງການຂອງຄອບຄົວ ແລະ ສັງຄົມ, ຈາກນັ້ນທາງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ຂັ້ນເມືອງ ກໍ່ຍັງໄດ້ມອບໃບຢັ້ງຢືນອອກຈາກສູນໃຫ້ພວກກ່ຽວ ເພື່ອນໍາໄປຢັ້ງຢືນຕໍ່ອໍານາດການປົກຄອງບ້ານຕໍ່ໄປ./.

ສະຫວັນພັດທະນາ ຂ່າວ

LEAVE A REPLY

Please enter your comment!
Please enter your name here