Shuangdeng Lithium battery, Mobi Antenna ແລະ ຜູ້ສະໜອງອີກຫຼາຍບໍລິສັດໄດ້ຖືກ China Tower ປັບໄໝເນື່ອງຈາກສິນຄ້າບໍ່ໄດ້ມາດຕະຖານ

0
3308

ອີງຕາມແຫຼ່ງຂ່າວທາງການຈາກ China Tower, ຜູ້ສະໜອງອີກຫຼາຍບໍລິສັດໄດ້ຖືກ China Tower ປັບໄໝເນື່ອງຈາກສິນຄ້າບໍ່ໄດ້ມາດຕະຖານ. ໜຶ່ງໃນບັນດາຜະລິດຕະພັນສິນຄ້າດັ່ງກ່າວກໍ່ມີ

  1. ແບັດເຕີຣີ່ລຸ້ນ Shoto lithium iron phosphate ທີ່ຈັດສົ່ງໂດຍ Shuangdeng Group Co., LTD ແລະ ໄດ້ຖືກສຸ່ມກວດເກັບຕົວຢ່າງໂດຍ China Tower ຜົນລັບທີ່ໄດ້ຄືສິນຄ້າບໍ່ຜ່ານເກນການກວດກາ, ນັ້ນກໍ່ຄືສິນຄ້າບໍ່ໄດ້ມາດຕະຖານດ້ານຕ້ານການກະທົບ; 
  2. ຊຸດແບັດເຕີຣີ່ Narada lithium iron phosphate ຂະໜາດ 51.2v/100AH (ບໍ່ລວມອົງປະກອບຄວາມຮ້ອນ) ທີ່ຈັດສົ່ງໂດຍ Narada Power Source Co., LTD ແລະ ໄດ້ຖືກສຸ່ມກວດເກັບຕົວຢ່າງໂດຍ China Tower ຜົນລັບທີ່ໄດ້ຄືສິນຄ້າບໍ່ຜ່ານເກນການກວດກາ, ນັ້ນກໍ່ຄືສິນຄ້າບໍ່ໄດ້ມາດຕະຖານພຽງພໍທາງດ້ານການທົດສອບຄວາມຈຸ 10ຊົ່ວໂມງ.

ນອກຈາກນີ້, ເນື່ອງຈາກການເຜົາໄໝ້ທີ່ເກີດຂື້ນເອງໂດຍທໍາມະຊາດຂອງແບັດເຕີຣີ່ Shuangdeng ທີ່ສໍານັກງານໃຫຍ່ຂອງ China Tower ດ້ວຍເຫດຜົນດ້ານຄວາມປອດໄພ, ຈື່ງຕັດສິນໃຈທີ່ຈະຢຸດການສະໜອງທົ່ວປະເທດຂອງ Shuangdeng Group Co., LTD ໄວ້ຊົ່ວຄາວ ແລະ ຈະປະຕິບັດຕໍ່ໄປຫຼັງຈາກສໍາເລັດການປະເມີນຄຸນນະພາບ. ການທີ່ອອກມາປະກາດຕໍ່ສາທາລະນະຍັງສະແດງໃຫ້ເຫັນວ່າ China Tower ໄດ້ສຳເລັດການສຸ່ມກວດຕົວຢ່າງເສົາອາກາດ ແລະ ຜົນການສຸ່ມກວດຄັງນີ້ແມ່ນຢູ່ໃນເກນທີ່ດີ, ອັດຕາຜ່ານການກວດກາໂດຍລວມຢູ່ທີ່ 98,6% ແລະ ຕົວຢ່າງຂອງ ບໍລິສັດຜູ້ສະໜອງ ສ່ວນໃຫຍ່ແມ່ນມີຄຸນສົມບັດຄົບຖ້ວນ. ໜື່ງໃນນັ້ນ Mobi Antenna Technology (Shenzhen) Co. , Ltd ກໍ່ໄດ້ສຸ່ມກວດຕົວຢ່າງທັງໝົດ 27 ຕົວຢ່າງສໍາລັບເສົາອາກາດພາຍໃນອາຄານເຊິ່ງມີ 3 ຕົວຢ່າງທີ່ບໍ່ຜ່ານການກວດການັ້ນກໍ່ຄື intermodulation ລຳດັບທີສາມ.

ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງຂໍ້ຕົກລົງທີ່ວ່າດ້ວຍການຈັດຊື້ຈັດຈ້າງທີ່ລົງນາມໂດຍ China Tower ແລະ ບໍລິສັດ ຜູ້ສະໜອງ, ສຳຫຼັບShuangdeng Group Co., LTD; Narada Power Source Co., LTD; Mobi Antenna Co., LTD. ແມ່ນຈະດໍາເນີນການປັບໄໝ ແລະ ຊົດໃຊ້ຄ່າທໍານຽມການກວດກາ ພ້ອມທັງການແກ້ໄຂແລກ ປ່ຽນ,  ເພີ່ມຄວາມພະຍາຍາມໃນການສຸ່ມກວດຕົວຢ່າງຈະໄປເຖິງວິທີການອື່ນໆ.

ເຫດການຄັ້ງນີ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນທາງດ້ານການໃຊ້ງານທີ່ປອດໄພ ແລະ ການປັບປຸງປະສົບການຂອງຜູ້ໃຊ້ປາຍາທາງ, ແລະ ເນັ້ນໜັກໄປທີ່ຜູ້ໃຫ້ບໍລິການທາງດ້ານເຄືອຂ່າຍກໍ່ຫຍິ່ງຕ້ອງນຳເອົາເຫດການດັ່ງກ່າວມາເປັນກໍລະນີສຶກສາທາງດ້ານການເລືອກຊື້ສິນຄ້າອີກດ້ວຍ (ຕົວຢ່າງເຊັ່ນ: ເສົາອັງແຕນ antenna ຄວນເປັນໄປຕາມມາດຕະຖານ Basta v11)

ຂໍ້ມູນອ້າງອີງ: https://finance.sina.com.cn/tech/2021-05-12/doc-ikmyaawc4829419.shtml

https://m.c114.com.cn/w3542-1161731.html

LEAVE A REPLY

Please enter your comment!
Please enter your name here