16/5/2021 ຂ່າວດີຂອງແຂວງອຸດົມໄຊຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ສາມກໍລະນີ 6-7-8 ໄດ້ປິ່ນປົວຫາຍດີ. ໃນນີ້ເພດຍິງ 2 ກໍລະນີ ແລະ ເພດຊາຍ 1 ກໍລະນີ ທັງສາມກໍລະນີຢູ່ບ້ານ ປາກແບງ, ເມືອງປາກແບງ,ແຂວງອຸດົມໄຊ ໄດ້ຢັ້ງຢືນຈາກໂຮງໝໍແຂວງໃຫ້ທັງສາມຄົນອອກໂຮງໝໍເພື່ອຕິດຕາມອາການຢູ່ເຮືອນ ສະແດງຄວາມຂອບໃຈມາຍັງຄະນະແພດປິ່ນປົວຢູ່ໂຮງໝໍແຂວງອຸດົມໄຊທີ່ໄດ້ທຸ່ມເທກຳລັງກາຍກຳລັງໃຈເອົາໃຈໃສ່ເຂົ້າໃນການປິ່ນປົວຄົນເຈັບທີ່ຕິດເຊືິ້ອຈົນຫາຍດີ ປັດຈຸບັນພວມປິ່ນປົວອີກ1ກໍລະນີ ເປັນກໍລະນີທີ່ 9 ຂອງແຂວງອຸດົມໄຊຫວັງວ່າອີກບໍ່ດົນຄົງຈະຫາຍດີແລະອຸດົມໄຊເຮົາຈະກັບຄືນສູ່ສະພາບປົກກະຕິໃນໄວໆນີ້.ຂໍໃຫ້ທຸກຄົນຮ່ວມແຮງຮ່ວມໃຈກັນປ້ອງກັນແລະແກ້ໄຂການລະບາດຂອງພະຍາດໂຄວິດ-19.
ປະຈຸບັນ, ສປປ ລາວ ມີຜູ່ຕິດເຊື້ອ ສະສົມ ຢູ່ທີ 1591 ຄົນ, ເສຍຊີວິດ 2 ຄົນ, ປົວດີ ທັງໝົດ 574 ຄົນ ແລະ ກໍາລັງປິ່ນປົວ ແມ່ນ 1015 ຄົນ.
![](https://scontent.fvte2-2.fna.fbcdn.net/v/t1.6435-9/185446458_4364839796880992_5178301001986755907_n.jpg?_nc_cat=108&ccb=1-3&_nc_sid=730e14&_nc_eui2=AeHroOh7x8V55AUmpqByNY0-Z8mynOuWA55nybKc65YDnq907u-_u4ArhoqDy0I4RWFoUBxitY7UTiHZ4l7mI2kG&_nc_ohc=qinMkQ0lD94AX-0K8JQ&_nc_ht=scontent.fvte2-2.fna&oh=146f2dfa5b964e7bdb420cb872b19f2b&oe=60C6565E)