foodpanda ຊ່ວຍເຫຼືອຄະນະສະເພາະກິດຕ້ານ ໂຄວິດ 19 ທົ່ວປະເທດ! ລວມມູນຄ່າ 120 ລ້ານ ກີບ!

0
1665

ທ່ານ ນາງ ທັນຍາລັດ ຈະເລີນສຸກ, ຜູ້ອຳນວຍການ ບໍລິສັດ ເດລີເວີຣີ ຮີໂຣ ລາວ ຈຳກັດຜູ້ດຽວ ຫຼື ຟູດແພນດ້າ ໄດ້ເຂົ້າມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ໃຫ້ກັບສູນປະຕິບັດງານ ຄະນະສະເພາະກິດຄວບຄຸມການແຜ່ລະບາດພະຍາດໂຄວິດ 19 ທີ່ ກະຊວງສາທາລະນະສຸກ ຕາງໜ້າຮັບໂດຍທ່ານ ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ. 

ທ່ານ ນາງ ທັນຍາລັດ  ຍັງໄດ້ກ່າວອີກວ່າ ການຊ່ວຍເຫຼືອອຸປະກອນການແພດໃນຄັ້ງນີ້ ແມ່ນເພື່ອເປັນການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ກັບຄະນະສະເພາະກິດ, ແພດແໝໍ ແລະ ທະຫານ ຕໍາຫຼວດຜູ້ທີ່ທຸ້ມເທ ແລະ ເຮັດວຽກໜັກຢ່າງຕັ້ງໜ້າໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ໃນ ສປປ ລາວ, ເຊິ່ງການຊ່ວຍເຫຼືອຄັ້ງນີ້ ລວມມູນຄ່າທັງໝົດ 120,000,000 ກີບ ແລະ ລາຍລະອຽດມີດັ່ງນີ້: 

1. ໜ້າກາກອະນາໄມ ຈຳນວນ 500 ກ່ອງ

2. ເຈວລ້າງມື ຂະໜາດ 500ml ຈຳນວນ 300 ກ່ອງ
3. ເຄື່ອງວັດແທກອຸນຫະພູມ ຈຳນວນ 100 ອັນ
4. ຊຸດ PPE ຈຳນວນ 400 ຊຸດ

ແລະ ນອກຈາກນັ້ນ ເຄື່ອງອຸປະກອນດັ່ງກ່າວແມ່ນທາງ foodpanda ເອງຈະໄດ້ຈັດສົ່ງໄປໃຫ້ກັບຄະນະສະເພາະກິດຂັ້ນແຂວງ ໃນ ແຕ່ລະແຂວງ ໄວໆນີ້.

LEAVE A REPLY

Please enter your comment!
Please enter your name here