ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ພຶດສະພາ 2021

0
2647

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດ ສະພາ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ແລະ ໄດ້ອັດລົງ ໃນຕອນແລງວັນທີ 21 ພຶດ ສະພາ 2021 ໂດຍໄດ້ດຳເນີນຜ່ານລະບົບກອງປະຊຸມທາງ ໄກ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະ ບານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ບັນດາເອກະສານສຳຄັນ ດັ່ງນີ້:

  1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2021: ກອງປະຊຸມ ເຫັນ ດີດ້ານຫຼັກການ ຮັບຮອງເອົາເນື້ອໃນຂອງບົດລາຍງານດັ່ງກ່າວ. ສຳລັບແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2021 ມີດັ່ງນີ້:
  • ກ) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ຢ່າງຕັ້ງໜ້າ, ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ລາດ ຕະເວນຕາມຊາຍແດນ ລວມທັງ ຢູ່ຕາມສະຖານທີ່ຊຸມຊົນຕ່າງໆ ໃຫ້ເປັນປົກກະຕິ ຕິດພັນກັບການແກ້ໄຂຕົວຈິງ ຕໍ່ກໍລະນີຕ່າງໆທີ່ພົບເຫັນ ຕາມກົດໝາຍ, ລະບຽບການຕ່າງໆໃຫ້ຖືກຕ້ອງ ແລະ ເຂັ້ມງວດກວ່າເກົ່າ.
  • ຂ) ຂົງເຂດເສດຖະກິດ.

ສືບຕໍ່ປັບປຸງບັນດານະໂຍບາຍຕ່າງໆ ທີ່ເປັນສິ່ງກີດຂວາງ ໃຫ້ແກ່ການລົງທຶນຂອງທຸກພາກສ່ວນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ແລະ ຍົກສູງປະສິດທິພາບການບໍລິການປະຕູດຽວ; ຮີບ ຮ້ອນເຈລະຈາ ສັນຍາທົດລອງການພັດທະນາແຮ່ທາດ ຕາມການຕົກລົງຂອງລັດຖະບານ ແລະ ປັບປຸງສັນຍາບັນ ດາໂຄງການສຳປະທານຂະໜາດໃຫຍ່, ລວມທັງ ຢູ່ເຂດເສດຖະກິດພິເສດ ເພື່ອໃຫ້ສອດຄ່ອງກັບວາລະແຫ່ງຊາດ ທາງດ້ານເສດຖະກິດ-ການເງິນ ທີ່ຈະຮັບຮອງໃນຕໍ່ໜ້າ.

ສືບຕໍ່ຕິດຕາມກວດກາ ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ ນັບທັງໂຄງການຂອງລັດ ແລະ ເອກະຊົນ;

ກະກຽມ ແລະ ສະຫຼຸບ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ກຳນົດວຽກຈຸດສຸມ 6 ເດືອນທ້າຍປີ; ສືບຕໍ່ປະຕິບັດແຜນດັດແກ້ງົບປະ ມານ ປີ 2020 ເປັນຕົ້ນ ເງິນເກີນແຜນ; ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ປີ 2022 ໃຫ້ທັນກຳນົດເວລາ.

ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນ ການປະຕິບັດພັນທະຕ່າງໆ ຂອງຜູ້ປະກອບການ, ຫົວໜ່ວຍທຸລະກິດຂະໜາດນ້ອຍ, ຂະໜາດກາງ, ຈຸນລະວິສາຫະກິດ ຕາມທີ່ໄດ້ຮັບຮອງຈາກລັດຖະບານ ໃຫ້ຖືກຕ້ອງ ແລະ ທົ່ວເຖິງ.

ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານ ໃຫ້ໄດ້ຕາມຄາດ ໝາຍ ຮັບປະກັນການເບີກຈ່າຍເງິນເດືອນ ແລະ ນະໂຍ ບາຍຕ່າງໆ ໃຫ້ເປັນປົກກະຕິ; ສືບຕໍ່ປັບປຸງເຄຶ່ອງມື ແລະ ກົນໄກການເກັບລາຍຮັບຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ສໍາເລັດໂດຍພື້ນຖານ ເພື່ອຮັບປະກັນການແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ.

ສືບຕໍ່ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ລະ ຫວ່າງທະນາຄານ ກັບຮ້ານແລກປ່ຽນເງິນຕາ ບໍ່ໃຫ້ມີຄວາມຫຼຸດໂຕນກັນຫຼາຍ ແລະ ສາມາດຄວບຄຸມໄດ້; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ແລະ ຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດ ໃນໄລຍະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19.

ສືບຕໍ່ກະກຽມຄວາມພ້ອມຮອບດ້ານ ເພື່ອຊຸກຍູ້ການຜະລິດລະດູຝົນປີ 2021, ການສະໜອງແນວພັນພືດ, ແນວພັນສັດ ແລະ ເຕັກນິກວິຊາການ ເຂົ້າໃສ່ການຜະລິດກະສິກໍາ ຕາມທ່າແຮງຂອງປະເທດເຮົາ ເພື່ອຄ້ໍາປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ໃຫ້ພຽງພໍກັບການບໍລິໂພກພາຍໃນ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເພື່ອສົ່ງອອກເປັນສິນຄ້າ, ກະກຽມຄວາມພ້ອມ ແລະ ຊຸກຍູ້ຂະບວນການປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ໃຫ້ເປັນຂະບວນການກວ້າງຂວາງ ໂດຍໃຫ້ສອດຄ່ອງກັບເງື່ອນໄຂ ທີ່ມີການລະບາດ ຂອງພະຍາດໂຄວິດ-19 ຢູ່ແຕ່ລະບໍລິເວນ.

ສືບຕໍ່ຄຸ້ມຄອງລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ພ້ອມທັງຊຸກຍູ້, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນຢ່າງກວ້າງຂວາງ ແລະ ເປັນຮູບປະທໍາ, ເພີ່ມການປະຊາສຳພັນ ໃຫ້ປະຊາຊົນຫັນມານຳໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ.

ສືບຕໍ່ຕິດຕາມ, ເກັບກຳ, ລາຍງານຂໍ້ມູນອຸທົກກະສາດ, ເຝົ້າລະວັງການປ່ຽນແປງດິນຟ້າອາກາດ ພ້ອມທັງແຈ້ງເຕືອນໃຫ້ປະຊາຊົນຊາບ ແລະ ກຽມຮັບມືຢ່າງທັນການ ເພື່ອຮັບປະກັນບໍ່ໃຫ້ມີການສູນເສຍຊີວິດ ແລະ ຊັບສິນ ຂອງປະຊາຊົນ.

ສືບຕໍ່ຕິດຕາມປະລິມານນໍ້າ ແລະ ກວດກາບັນດາເຂື່ອນຕ່າງໆ ເພື່ອຮັບປະກັນຄວາມປອດໄພ ແລະ ການບໍລິຫານຈັດການນໍ້າ ບໍ່ໃຫ້ມີຜົນກະທົບຕໍ່ການທຳມາຫາກິນປະຊາຊົນ.

ກະກຽມຄວາມພ້ອມ ໃນການສ້ອມແປງເສັ້ນທາງ, ແກ້ໄຂບັນຫາດິນເຊາະເຈື່ອນຖົມທາງ ໃນຊ່ວງລະດູຝົນ ເພື່ອຮັບປະກັນການສັນຈອນໄປມາ ໃຫ້ມີຄວາມສະດວກ ແລະ ປອດໄພ. ສືບຕໍ່ຊຸກຍູ້ໂຄງການທາງລົດໄຟ ລາວ-ຈີນ ແລະ ໂຄງການອື່ນໆ ໃຫ້ສາມາດປະຕິບັດໄດ້ຕາມແຜນການ.

  • ູຄ) ຂົງເຂດວັດທະນະທຳ-ສັງຄົມ.

ສືບຕໍ່ເອົາໃຈໃສ່ກະກຽມການຮຽນ-ການສອນ ແບບເອເລັກໂຕຣນິກ ພ້ອມທັງ ຄົ້ນຄວ້າການຮຽນ-ການສອນ ໂດຍການຫັນເປັນທັນສະໄໝ ເພື່ອຮອງຮັບໃຫ້ແກ່ໃນອະນາຄົດ; ສືບຕໍ່ຄົ້ນຄວ້າຮູບແບບ ແລະ ວິທີການໃນການສອບເສັງຈົບຊັ້ນ ຂອງນັກຮຽນຊັ້ນ ປໍ5, ມໍ4 ແລະ ມໍ7 ໃຫ້ມີປະສິດທິຜົນ ແລະ ມີຄຸນນະພາບ ເພື່ອກຽມພ້ອມໃນກໍລະນີທີ່ການລະບາດຂອງເຊື້ອພະຍາດໂຄວິດ-19 ພາຍໃນປະເທດ ຍັງສືບຕໍ່ ແລະ ການຮຽນການສອນ ຍັງບໍ່ເຂົ້າສູ່ພາວະປົກກະຕິ.

ສືບຕໍ່ສຸມໃສ່ກຽມຄວາມພ້ອມໃນການຕິດຕາມການລະບາດຂອງພະຍາດ ເພື່ອເລັ່ງໃສ່ປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ ການແຜ່ລະບາດ ຂອງພະຍາດໂຄວິດ-19 ໂດຍສະເພາະວຽກງານກວດຫາຜູ້ຕິດເຊື້ອ ແລະ ການສັກວັກຊີນກັນພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຫຼາຍ ເທົ່າທີ່ຈະຫຼາຍໄດ້ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ລະບາດເຊື້ອພະຍາດດັ່ງກ່າວ ເພີ່ມເປັນວົງກວ້າງ.

ສືບຕໍ່ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ; ຈັດຫາວຽກເຮັດງານທໍາຕາມຄວາມຕ້ອງການຂອງຕະຫຼາດແຮງງານ ພາຍໃນ ແລະ ຕ່າງປະເທດ, ຂະຫຍາຍອັດຕາປົກຄຸມປະກັນສັງຄົມ, ສືບຕໍ່ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍອຸດໜູນວ່າງງານ ໃຫ້ຜູ້ອອກແຮງງານ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕາມຂອບນະໂຍບາຍລວມ ທີ່ລັດຖະບານວາງອອກ

ສືບຕໍ່ເອົາໃຈໃສ່ຕິດຕາມສະພາບຫາງສຽງ ຂອງສັງຄົມ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ຂໍ້ມູນສຸຂະສຶກສາ, ການແນະນໍາວິທີປ້ອງກັນ ແລະ ຮັກສາສຸຂະພາບໃຫ້ແກ່ປະຊາຊົນ ເພື່ອສະກັດກັ້ນບໍ່ໃຫ້ມີການແຜ່ລະບາດເປັນວົງກວ້າງຕື່ມອີກ;

  • ງ) ຂົງເຂດການປົກຄອງ ແລະ ຍຸຕິທໍາ:

ສືບຕໍ່ປັບປຸງກົງຈັກ ຂອງບັນດາການທີ່ກ່ຽວຂ້ອງຕາມທິດທີ່ສູນກາງພັກ ແລະ ລັດຖະບານ ໄດ້ຊີ້ນຳ ແລະ ປັບປຸງຄືນພາລະບົດບາດຂອງຂະແໜງການຕ່າງໆ ກໍຄືດຳລັດຕ່າງໆ ໃຫ້ສອດຄ່ອງກັບລະບຽບ ແລະ ກົນໄກການເຮັດວຽກ ຂອງລັດຖະບານຊຸດທີ IX.

ສືບຕໍ່ກະກຽມຮ່າງກົດໝາຍ ທີ່ມີແຜນນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ບັນຊີກົດໝາຍທີ່ຈະປັບປຸງ ແລະ ສ້າງໃໝ່ ໃນ 5 ປີ.

  • ຈ) ຂົງເຂດວຽກງານການຕ່າງປະເທດ:

ສືບຕໍ່ຕິດຕາມສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ, ສາກົນ ແລະ ປະເທດໃກ້ຄຽງ ທີ່ອາດສົ່ງຜົນກະທົບຕໍ່ປະເທດເຮົາ ເພື່ອກຳນົດທິດທາງມາດຕາການແກ້ໄຂໃຫ້ສອດຄ່ອງ ທັງສືບຕໍ່ກະກຽມຮອບດ້ານ ແຜນການເຄື່ອນໄຫວວຽກງານຕ່າງປະເທດ ຜ່ານຊ່ອງທາງຕ່າງໆ ຂອງການນໍາຂັ້ນສູງ ຂອງພັກ ແລະ ລັດ.

ກະກຽມ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອາເມລິກາ ສະໄໝພິເສດ ແບບທາງໄກ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຈີນ ແລະ ກອງປະຊຸມລັດຖະມົນຕີແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ເມືອງຊົງຊິງ ສປ ຈີນ.

2. ຮ່າງຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງລັດ: ເນື້ອໃນ ຂອງຮ່າງຄຳສັ່ງສະບັບນີ້ ແມ່ນເນັ້ນໜັກໃສ່ການເພີ່ມຄວາມເປັນເຈົ້າການ ຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆໃຫ້ຖືກຕ້ອງ ຕາມກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ກຳນົດຄວາມຮັບຜິດຊອບ ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ທ້ອງຖິ່ນ ເປັນເຈົ້າການ ຈັດຕັ້ງປະຕິບັດມາດຕະການ ທີ່ຕິດພັນກັບການເກັບລາຍຮັບເຂົ້າງົບປະມານຂອງລັດ ໃນຂະແໜງການ ແລະ ທ້ອງຖິ່ນຂອງຕົນ ໃຫ້ຄົບຖ້ວນ, ບໍ່ມີການຮົ່ວໄຫຼ, ພ້ອມທັງ ເອົາໃຈໃສ່ໃນການສ້າງ ແລະ ປັບປຸງນິຕິກຳ ທີ່ກ່ຽວຂ້ອງ, ສ້າງ ແລະ ປັບປຸງໂຄງລ່າງພື້ນຖານການເກັບລາຍຮັບ ໂດຍສະເພາະ ຫັນສູ່ການຄຸ້ມຄອງ ໂດຍນຳໃຊ້ລະບົບເອເລັກໂຕຣນິກ.

3. ຮ່າງດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ: ເນື້ອໃນຂອງຮ່າງດຳລັດສະບັບນີ້ ແມ່ນເນັ້ນໃສ່ການກຳນົດຫຼັກການ, ມາດຕະການ ໃນການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດ, ແຫຼ່ງທຶນຂອງລັດ, ຊັບສິນຂອງລັດ ແລະ ເວລາລັດຖະການ ຂອງການຈັດຕັ້ງລັດ ແລະ ລັດວິສາຫະກິດ ໃຫ້ມີຄວາມປະຢັດ ແລະ ມີປະສິດທິຜົນສູງ ເພື່ອສະສົມທຶນຮອນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແນໃສ່ຊຸກຍູ້ສົ່ງເສີມ ທົ່ວສັງຄົມ ໃຫ້ມີສະຕິຕື່ນຕົວ ແລະ ເປັນເຈົ້າການ ປະກອບສ່ວນເຂົ້າໃນການປະຢັດ ແລະ ຕ້ານການຟູມເຟືອຍ ໂດຍສະເພາະ ການຊົມໃຊ້ຊັບສິນສ່ວນຕົວ, ຊັບພະຍາກອນທຳມະຊາດ, ພາຫະນະ, ວັດຖຸສິ່ງຂອງ ແລະ ເວລາ ເພື່ອສະສົມເປັນທຶນຮອນ ໄວ້ພັດທະນາຄອບຄົວ, ປະເທດຊາດບ້ານເມືອງ ແລະ ສ້າງອະນາຄົດທີ່ສົດໃສ ໄວ້ໃຫ້ລູກ-ຫຼານ ສືບທອດຕໍ່ໄປ.

4. ຮ່າງດຳລັດ ວ່າດ້ວຍລົດບໍລິຫານຂອງລັດ: ດຳລັດສະບັບນີ້ ສ້າງຂຶ້ນເພື່ອເປັນເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ນຳໃຊ້ລົດຂອງລັດ ລວມສູນ ແລະ ເປັນເອກະພາບ, ຖືກຕ້ອງກັບເປົ້າໝາຍ, ແທດກັບຈຸດພິເສດ ແລະ ພູມສັນຖານ, ປະຢັດ-ຕ້ານການຟູມເຟືອຍ, ໂປ່ງໃສ, ສາມາດກວດສອບໄດ້, ທັງເປັນບ່ອນອີງໃນການຂຶ້ນແຜນ ການຈັດຊື້ພາຫະນະຂອງລັດໃນຕໍ່ໜ້າ ໄດ້ຢ່າງຖືກຕ້ອງ, ແທດຕົວຈິງ, ມີປະສິດທິພາບ ແລະ ປະສິດທິຜົນ.

ຕໍ່ເອກະສານທີ 2, 3 ແລະ 4, ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງເອກະສານ 3 ສະບັບດັ່ງກ່າວໂດຍມອບໃຫ້ກະຊວງການເງິນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງຄືນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອເຮັດໃຫ້ຮ່າງນິຕິກຳ 3 ສະບັບນີ້ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ເປັນນິຕິກຳທີ່ສຳຄັນ ໃນການຫັນເປັນອັນລະອຽດເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ.

5. ບົດລາຍງານ ຄວາມຄືບໜ້າ ໃນການກະກຽມບັນດາຮ່າງກົດໝາຍ ເພື່ອສະເໜີຄະນະປະຈຳສະພາແຫ່ງຊາດ ນຳເຂົ້າພິຈາລະນາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊາດທີ IX ຊຶ່ງລັດຖະບານ ຈະສະເໜີຮ່າງກົດໝາຍ 11 ສະບັບ, ໃນນີ້ ມີກົດໝາຍສ້າງໃໝ່ ຈຳນວນ 4 ສະບັບ ແລະ ກົດໝາຍປັບປຸງ ຈຳນວນ 7 ສະບັບ. ຜ່ານການພິຈາລະນາ, ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາເນື້ອໃນຂອງບົດລາຍງານ, ພ້ອມທັງ ຊີ້ນຳໃຫ້ກະຊວງ-ອົງການ ໃນຂົງເຂດເສດຖະກິດ ໂດຍສະເພາະ ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ ກວດກາຄືນ ບັນດານິຕິກຳ ກ່ຽວກັບການຄຸ້ມຄອງວຽກງານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຂະແໜງການຕົນ ໂດຍສະເພາະ ບັນຫາທີ່ຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ຈະປະກາດໃຊ້ໃນຕໍ່ໜ້າ ມີອັນໃດ ທີ່ຈະຕ້ອງໄດ້ຮີບຮ້ອນສ້າງ ແລະ ປັບປຸງໃໝ່, ແລ້ວສັງລວມເປັນແຜນ ສົ່ງໃຫ້ກະຊວງຍຸຕິທຳ ເພື່ອສັງລວມເຂົ້າໃນແຜນສ້າງ ແລະ ປັບປຸງກົດໝາຍ ເພື່ອ ສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ໃນຂັ້ນຕໍ່ໄປ.

6. ຮ່າງກົດໝາຍ ວ່າດ້ວຍການສຳຫຼວດວັດແທກ ແລະ ສ້າງແຜນທີ່: ກົດໝາຍສະບັບນີ້ ສ້າງຂຶ້ນເພື່ອເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານສຳຫຼວດວັດແທກ ແລະ ສ້າງແຜນທີ່ ຢູ່ ສປປ ລາວ ມີປະສິດທິພາບ, ທັງສອດຄ່ອງກັບການເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ແນໃສ່ແກ້ໄຂບັນຫາຕ່າງໆ ທີ່ບໍ່ທັນມີຄວາມເປັນເອກະພາບ ໃນໄລຍະຜ່ານມາ, ທັງເປັນການເກັບ ແລະ ຮັກສາຂໍ້ມູນ ຍຸດທະສາດສຳຄັນ ທີ່ພົວພັນເຖິງຄວາມລັບ, ຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ ໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ ໃນຂອບເຂດທີ່ກຳນົດໄວ້. ສຳລັບເນື້ອໃນ ແມ່ນເນັ້ນໃສ່ວຽກງານສຳຫຼວດວັດແທກ, ວຽກງານສ້າງແຜນທີ່, ການຄຸ້ມຄອງຂໍ້ມູນຂ່າວສານພູມສາດແຫ່ງຊາດ, ການຄຸ້ມຄອງເຄື່ອງມື ສຳຫຼວດວັດແທກ, ສ້າງແຜນທີ່ ແລະ ໂຄງລ່າງພື້ນຖານສຳຫຼວດວັດແທກ, ການປະກອບອາຊີບ ແລະ ທຸລະກິດ ກ່ຽວກັບການສຳຫຼວດວັດແທກ ແລະ ສ້າງແຜນທີ່. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ມອບໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຮຽບຮຽງເນື້ອໃນ ແລະ ປັບປຸງຄືນ ແລ້ວສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ຕາມລະບຽບການ.

7. ຮ່າງຍຸດທະສາດການພັດທະນາພະລັງງານແຫ່ງຊາດ, ຈຸດປະສົງຂອງຮ່າງຍຸດທະສາດດັ່ງກ່າວ ແມ່ນເພື່ອວາງແຜນພັດທະນາພະລັງງານໄລຍະຍາວ ກໍ່ຄືການນຳໃຊ້ທ່າແຮງບົ່ມຊ່ອນຂອງປະເທດ ບວກກັບທ່າແຮງຂອງຍຸກສະໄໝ ໃຫ້ເກີດປະໂຫຍດສູງສຸດ, ເຮັດໃຫ້ລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງ ໃຫ້ພຽງພໍ ຕໍ່ຄວາມຕ້ອງການພາຍໃນ ແລະ ສົ່ງອອກຕ່າງປະເທດ, ສ້າງລາຍຮັບ ແລະ ຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວບົນພື້ນຖານການພັດທະນາລະບົບພະລັງງານ ໃຫ້ມີສະຖຽນລະພາບ, ມີຄວາມໜ້າເຊື່ອຖື, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາທີ່ເໝາະສົມ ແລະ ເປັນທໍາ; ແກ້ໄຂບັນຫາຄົງຄ້າງ ໃນການພັດທະນາພະລັງງານ ໄລຍະຜ່ານມາ, ໃນຕໍ່ໜ້າ ແມ່ນເນັ້ນໜັກໃສ່ການພັດທະນາແຫຼ່ງຜະລິດພະລັງງານ ທີ່ມີຄຸນນະພາບ, ຕົ້ນທຶນຕໍ່າ, ຜົນຜະລິດສູງ ແລະ ການຜະລິດມີຄວາມສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດ ທັງພາຍໃນ ແລະ ການສົ່ງອອກຕ່າງປະເທດ. ຜ່ານການພິຈາລະນາ, ກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປຮຽບຮຽງ ແລະ ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳນົດແຜນ ໃຫ້ກົມກຽວກັບແຜນພັດທະນາດ້ານຕ່າງໆ ຂອງ ສປປ ລາວ, ໄປຕາມທິດຫັນສູ່ກຸ້ມຕົນເອງ ທາງພະລັງງານ ເປັນກ້າວໆ, ນຳໃຊ້ທ່າແຮງພະລັງງານດ້ານຕ່າງໆ ໃຫ້ເກີດປະໂຫຍດ ແລະ ມີປະສິດທິຜົນ, ມີຄວາມໝັ້ນຄົງ, ສາມາດແກ້ໄຂບັນຫາສາຍສົ່ງ, ຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ. ນອກນັ້ນ ກໍ່ຖອດຖອນເອົາບົດຮຽນ ຈາກໂຄງການພັດທະນາທີ່ດີເດັ່ນ ໄລຍະຜ່ານມາ ເພື່ອນຳມາປັບປຸງແຜນດັ່ງກ່າວ ມີເນື້ອໃນຄົບຖ້ວນສົມບູນ, ສອດຄ່ອງກັບແຜນການພັດທະນາໄລຍະຍາວ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ. ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສະເໜີທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ເພື່ອພິຈາລະນາ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ຕາມລະບຽບການ.

8. ຮ່າງແຜນຍຸດທະສາດ ການຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ ປີ 2021 ຫາ 2030: ຮ່າງຍຸດທະສາດສະບັບນີ້ ແນໃສ່ເພີ່ມທະວີຄວາມເຂັ້ມແຂງ ໃນວຽກງານປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັງໄພພິບັດ ເພື່ອເຝົ້າລະວັງ, ຫຼຸດຜ່ອນຜົນກະທົບທີ່ເກີດຂຶ້ນຈາກໄພພິບັດຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດ ລ້ອມ ແລະ ໂຄງລ່າງພື້ນຖານ ພ້ອມທັງ ຟື້ນຟູ, ບູລະນະ ແລະ ກໍ່ສ້າງຄືນໃໝ່ຫຼັງໄພພິບັດທີ່ມີຄວາມປອດໄພ ແລະ ທົນທານກວ່າເກົ່າ, ຮັບປະກັນການສະໜອງຂໍ້ມູນ ຂ່າວສານ, ວ່ອງໄວ, ຊັດເຈນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ນອກຈາກນັ້ນ ກໍ່ເພື່ອເປັນບ່ອນອີງ ທີ່ໜັກແໜ້ນ ໃນການຄຸ້ມຄອງ, ຕິດຕາມ ກວດກາ ການເຄື່ອນໄຫວວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ. ຜ່ານການພິຈາລະນາ, ກອງປະຊຸມຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງຕື່ມ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການແບ່ງ ແລະ ມອບຄວາມຮັບຜິດຊອບ, ກົນໄກການຈັດຕັ້ງປະຕິບັດ, ການຄຸ້ມຄອງ ແລະ ນຳໃຊ້ງົບປະມານ, ລວມທັງ ການສ້າງຄວາມເຂັ້ມແຂງ ໃນການປ້ອງກັນ ແລະ ແກ້ໄຂໄພພິບັດຕ່າງໆ. ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສະເໜີທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາ ເພື່ອພິຈາລະນາ ກ່ອນສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ ແລະ ປະກາດໃຊ້ຕາມລະບຽບການ.

9. ຮ່າງແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ; ຮ່າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ; ຮ່າງແຜນດຳເນີນງານເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ: ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກ່ຽວກັບນະໂຍບາຍສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມ ແລະ ການພັດທະນາເດັກ ກໍຄືການລຶບລ້າງຄວາມຮຸນແຮງ ແລະ ການຈຳແນກຕໍ່ແມ່ຍິງ ແລະ ເດັກ ໃຫ້ໄດ້ຜັນຂະຫຍາຍເຂົ້າສູ່ວຽກຕົວຈິງຂອງແຕ່ລະຂົງເຂດ. ຜ່ານການພິຈາລະນາ, ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງແຜນດຳເນີນງານ 3 ສະບັບດັ່ງກ່າວ. ມອບໃຫ້ສູນກາງສະຫະພັນແມ່ຍິງລາວ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນບາງເນື້ອໃນໃຫ້ຄົບຖ້ວນ, ສົມບູນ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ເພື່ອໃຫ້ຜົນຂອງກອງປະຊຸມລັດຖະບານ ໃນຄັ້ງນີ້ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຕົວຈິງ, ປະທານກອງປະຊຸມ ຈຶ່ງຮຽກຮອງໃຫ້ບັນດາສະມາຊິກລັດຖະບານ ຕະຫຼອດຮອດອົງການປົກຄ້ອງທ້ອງຖິ່ນຕ້ອງໄດ້ ຫັນເປັນແຜນປະຕິບັດລະອຽດທີ່ສອດຄ່ອງກັບເງື່ອນໄຂຄວາມສາມາດຕົວຈິງ ຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນເປັນຢ່າງດີ.

ພາບ-ເນື້ອໃນ: ກົມປະຊາສຳພັນ ຫສນຍ.

LEAVE A REPLY

Please enter your comment!
Please enter your name here