123 ຄອບຄົວ ທີ່ທຸກຍາກຢູ່ເມືອງທຸລະຄົມ ໄດ້ຮັບການເຄື່ອງຊ່ວຍເຫຼືອຈາກ Js Group

0
1023

ຫ້ອງການປ້ອງກັນຄວາມສະຫງົບບໍລິການປະຊາຊົນ 4 ກຸ່ມບ້ານ ຮ່ວມກັບ ບໍລິສັດ Js Group ໄດ້ສືບຕໍ່ຈັດພິທີມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທຸກຍາກໃນຈໍານວນ 36 ບ້ານຂອງເມືອງທຸລະຄົມ ແຂວງວຽງຈັນ ເມື່ອບໍ່ດົນມານີ້ ທີ່ເມືອງດັ່ງກ່າວ. ການຈັດພິທີມອບເຄື່ອງຊ່ວຍເຫຼືອຄັ້ງນີ້ ແມ່ນໄດ້ເຊີນເອົາເປົ້າໝາຍຄອບຄົວທຸກຍາກທີ່ໄດ້ຂຶ້ນແຜນໄວ້ແລ້ວ ໂດຍມີຄະນະນໍາຂອງ ບໍລິສັດ Js Group, ຄະນະກຸ່ມບ້ານພັດທະນາ, ນາຍບ້ານກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບຄອບຄົວທຸກຍາກໃນເຂດ 6 ບ້ານຂອງກຸ່ມເທດສະບານ ໄດ້ມອບພ້ອມກັນໃນວັນທີ 20 ພຶດ ສະພາທີ່ຜ່ານມາ ທີ່ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ທັງນີ້ ກໍເພື່ອສະແດງເຖິງຄວາມເປັນຫວ່ງເປັນໃຍຂອງການນໍາເມືອງ ກໍຄືຄະນະນໍາຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຕໍ່ຄອບຄົວຜູ້ທຸກຍາກອານາຖາ, ຂາດສະບຽງອາຫານ ໂດຍສະເພາະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19. ເຄື່ອງຊ່ວຍເຫຼືອຄັ້ງນີ້, ປະກອບມີ ເຂົ້າສານໜຽວ, ໄຂ່ໄກ່ ແລະ ເຄື່ອງປຸງແຕ່ງອາຫານ ມີມູນຄ່າ 17.500.000 ກີບ ມີທັງໝົດ 123 ຄອບຄົວ, ບໍລິສັດ Js Group ຍັງໄດ້ປະກອບສ່ວນເປັນເງິນສົດຈໍານວນໜຶ່ງໃຫ້ຕື່ມອີກ.

ໂອກາດດຽວກັນທາງການອົງຈັດຕັ້ງຂອງແຕ່ລະບ້ານ ໄດ້ຕາງໜ້າໃຫ້ຄອບຄົວທຸກຍາກເພື່ອກ່າວສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງສູງ ມາຍັງຄະນະພັກ, ຄະນະບັນຊາ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ແລະ ບໍລິສັດ Js Group ທີ່ມີນ້ຳໃຈປະກອບສ່ວນຊຸກຍູ້ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ທຸກຍາກ, ທັງເປັນການປະກອບສ່ວນເຂົ້າໃນວຽກງານຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19.

ພາບ: ທ່ານ ພັທ ສິນນະຄອນ ແສງສັກດາ

ບົດ: ບ່າວທົ່ງ

LEAVE A REPLY

Please enter your comment!
Please enter your name here