ລະເມີດແຈ້ງການ ເລກທີ 02/ຈນວ ພ້ອມທັງນຳໃຊ້ອຸປະກອນເກືອດຫ້າມຫາປາ

0
2065

ຕາມການລາຍງານຂອງ ແຟນເພສ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ 2021 ທີ່ຜ່ານມາ, ຄະນະສະເພາະກິດເມືອງສັງທອງ ສົມທົບກັບ ປກສ ກຸ່ມ 2 ໂຄກແຫ້, ທະຫານຊາຍແດນ 241 ພ້ອມດ້ວຍອຳນາດການປົກຄອງບ້ານຫ້ວຍຫຼ້າ ເມືອງສັງທອງ ນວ ໄດ້ອອກກວດກາ ລາດຕະເວນຕາມລຳແມ່ນ້ຳຂອງ ໃນຂອບເຂດຮັບຜິດຊອບ ພົບເຫັນຊາຍສາມຄົນກຳລັງໃຊ້ໝໍ້ໄຟເລາະຊ໋ອດປາ. ສະນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຄຸມຕົວ ພ້ອມຂອງກາງມີເຮືອຫາງຢາວ 3 ລໍາ, ໝໍ້ຊ໋ອດປາ 2 ໜ່ວຍ, ໝໍ້ໄຟ 2 ໜ່ວຍ ມາສອບສວນ ແລະ ຜ່ານການສອບສວນ ຮູ້ໄດ້ວ່າ: 1. ທ້າວ ຊົມ ອາຍຸ 35 ປີ; 2. ທ້າວ ລ້ານ ອາຍຸ 32 ປີ; 3. ທ້າວ ຫົວໃຫຍ່ ອາຍຸ 33 ປີ ທັງສາມແມ່ນປະຊາຊົນ ບ້ານ ຫ້ວຍຫຼ້າ ເມືອງສັງທອງ ນວ.

ຮູບຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ຕໍ່ກັບເຫດການດັ່ງກ່າວ ທັງສາມແມ່ນ ລະເມີດແຈ້ງການເລກທີ 02/ຈນວ ໃນ ຂໍ້ 1.1 ຈັດຕັ້ງປະຕິບັດມາດຕະການລວມ, ຂໍ້ 4) ກໍານົດໄວ້ວ່າ: ຫ້າມນໍາໃຊ້ເຮືອທຸກລໍາອອກເຄື່ອນໄຫວ ຕາມຊາຍແດນລຳແມ່ນ້ຳຂອງ. ນອກນີ້, ຍັງນໍາໃຊ້ອຸປະກອນຫາປາທີ່ເກືອດຫ້າມ; ເຈົ້າໜ້າທີ່ ປກສ ເມືອງສັງທອງ ລວບລວມສຳນວນ-ສຳເນົາ ຂໍ້ມູນສົ່ງໄອຍະການ ເພື່ອສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.

ຮູບຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ທີ່ອາໃສຢູ່ເຂດຊາຍແດນຕາມລຳແມ່ນ້ຳຂອງ ຈົ່ງພ້ອມກັນຈັດຕັ້ງປະຕິບັດຄຳສັ່ງ, ຄຳແນະນຳ, ແຈ້ງການຕ່າງໆ ຂອງຂັ້ນເທິງຢ່າງເຂັ້ມງວດ ໂດຍສະເພາະເຈົ້າຂອງເຮືອທຸກປະເພດ, ເຮືອຫາປາ, ເຮືອບັນທຸກສິນຄ້າ, ເຮືອດູດແຮ່-ຊາຍ ແລະ ເຮືອອື່ນໆ ໃຫ້ຢຸດຕິການເດີນເຮືອຊົ່ວຄາວຕາມລຳແມ່ນ້ຳຂອງ, ຖ້າລະເມີດຈະດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ ແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່.

ຖ້າພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວລະເມີດຄຳສັ່ງ, ແຈ້ງການຂອງຂັ້ນເທິງ ໃຫ້ລາຍງານມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

LEAVE A REPLY

Please enter your comment!
Please enter your name here