ຊົມເຊີຍ! ສະຫວັນນະເຂດປິ່ນປົວຜູ້ປ່ວຍໂຄວິດຫາຍດີ ໄດ້ກັບບ້ານຕື່ມແລ້ວ

0
997

ຕາມການລາຍງານ ຂອງແຟນເພສ ສະຫວັນພັດທະນາ ຂ່າວ / Savanhphathana News ໃຫ້ຮູ້ວ່າ: ທີມງານແພດໝໍແຂວງສະຫວັນນະເຂດ ສືບຕໍ່ມີຜົນສຳເລັດ ໃນການປິ່ນປົວຜູ້ຕິດເຊື້ອພະຍາດ ໂຄວິດ-19 ເຊິ່ງມາຮອດປະຈຸບັນ, ມີຜູ້ທີ່ປິ່ນປົວຫາຍດີຈາກພະຍາດດັ່ງກ່າວ ແລ້ວລວມທັງໝົດ 49ຄົນ, ໂດຍມາໃນວັນທີ 3 ມີຖຸນາ 2021 ເວລາ 15:00 ໂມງ ທີ່ໂຮງໝໍ ພາກສະໜາມປິ່ນປົວພະຍາດ ໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດສຸຂະພາບ) ໄດ້ ມີພິທີຈັດສົ່ງຜູ້ທີ່ປິ່ນປົວດີຈາກ ພະຍາດໂຄວິດ-19 ຫາຍດີຈຳນວນ 03 ກໍລະນີ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍ ການໂຮງໝໍແຂວງ, ທີມແພດປິ່ນປົວ, ຄອບຄົວ ແລະ ອໍານາດການປົກຄອງບ້ານ ບ່ອນຢູ່ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມ.

ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ໄດ້ກ່າວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ, ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດສຳຄັນ ແມ່ນໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ ແລະ ໝັ່ນລ້າງມືໃສ່ສະບູ ຫຼືເຈັວຂ້າເຊື້ອເປັນປະຈໍາ ຕະຫຼອດເຖິງການ ຕິດຕາມອຸນຫະພູມ ແລະອາການເຈັບເປັນ ຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງແມ່ນ ໃຫ້ໂທປຶກສາແພດ ເພື່ອຂໍຄໍາແນະ ນໍາໃນການປະຕິບັດຕົນ ຈາກນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ ຊີ້ແຈງຕໍ່ປະຊາຊົນ ພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດ ໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບ ສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍ່ຄືຜູ້ທີ່ປິ່ນປົວດີແລ້ວ ເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal) ທີ່ປອດໄພໃນຄອບຄົວ ແລະໃນສັງຄົມ.

ປະຈຸບັນຮອດວັນທີ 3 ມິຖຸນາ 2021 ທົ່ວແຂວງມີຜູ້ຕິດເຊື້ອສະສົມ 108 ຄົນ, ຍັງຄ້າງສູນປິ່ນປົວ 59 ຄົນ, ຍິງ 35 ຄົນ ແລະ ປິ່ນປົວດີແລ້ວ 49 ຄົນ, ສຳລັບລາຍຊື່ຜູ້ທີ່ປິ່ນປົວຫາຍດີແລ້ວ ແລະ ອອກຈາກສູນປິ່ນປົວ ໃນວັນ ທີ 3 ມິຖຸນານີ້ມີ 03 ຄົນ ຄື: 1. ທ້າວ ຈອນ ອາຍຸ 40 ປີ, ບ້ານ ຄຳນ້ອຍ, ເມືອງຈຳພອນ, 2. ທ້າວ ພົມມາ ອາຍຸ 28 ປີ, ບ້ານ ຄຳນ້ອຍ, ເມືອງຈຳພອນ, ທັງ ສອງເຂົ້າຮັບການປິ່ນປົວໃນວັນທີ 19 ພຶດສະພາ 2021, ລວມວັນນອນປີ່ນປົວ 15 ວັນ ແລະ 3. ທ້າວ ແກ້ວ ຫີນສິລາ ອາຍຸ 45 ປີ, ບ້ານ ນາກະເດົາ, ເມືອງລະຄອນ ເພັງ, ແຂວງສາລະວັນ, ວັນທີເຂົ້າ ໂຮງໝໍ 12 ພຶດສະພາ 2021, ລວມວັນນອນປີ່ນປົວ 22 ວັນ.

LEAVE A REPLY

Please enter your comment!
Please enter your name here