ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໃນນະຄອນຫຼວງວຽງຈັນ ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19

0
1993

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການແນະນຳ ກ່ຽວກັບການເພີ່ມທະວີ ແລະ ມາດຕະການສະກັດກັ້ນ, ຄວບຄຸມເພື່ອຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາໃນນະຄອນຫຼວງວຽງຈັນ ໃນໄລຍະວັນທີ 5 – 19 ມິຖຸນາ 2021.

ພະແນກ ອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ແນະນໍາໃຫ້ປະຕິບັດ ດັ່ງນີ້:

1.ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ບໍ່ສາມາດດໍາເນີນກິດຈະການໄດ້ (ໃຫ້ປິດ) ຍົກເວັ້ນໂຮງງານທີ່ມີຫໍພັກ ຂອງແຮງງານຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງການປະຕິບັດມາດຕະການປ້ອງກັນ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ, ໃນໄລຍະພັກວຽກໃຫ້ແຈ້ງຕໍ່ພະນັກງານກໍາມະກອນ ຂອງຕົນໃຫ້ປະຕິບັດຕາມລະບຽບການບໍ່ໃຫ້ອອກຈາກທີ່ພັກເຊົາຂອງຕົນ ຖ້າມີຄວາມຈໍາເປັນຕ້ອງຂໍອະນຸຍາດ ຈາກອໍານາດການປົກຄອງບ້ານ;

2.ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ຕັ້ງຢູ່ນອກເຂດແດງ ຫລື ບ້ານແດງ ສາມາດດໍາເນີນກິດຈະການໄດ້ແຕ່ຕ້ອງປະຕິບັດຕາມມາດຕະການຄື:

  • ໃຫ້ສ້າງແຜນກໍານົດມາດຕະການສະກັດກັ້ນ, ຄວບຄຸມ ເພື່ອຕ້ານພະຍາດໂຄວິດ-19 ຢູ່ໃນໂຮງງານ, ຈັດຕັ້ງ ປະຕິບັດ ແລະ ລາຍງານຂະແໜງອຸດສາຫະກໍາ ແລະ ການຄ້າເປັນປະຈໍາ
  • ໃຫ້ສືບຕໍ່ປະຕິບັດມາດຕະການຮັກສາໄລຍະຫ່າງຂອງການເຮັດວຽກ ເພື່ອຫລຸດຄວາມແອອັດຢູ່ໃນສະຖານທີ່ ເຮັດວຽກ, ຫ້ອງອາຫານ ແລະ ບ່ອນພັກເຊົ້າຂອງໂຮງງານ, ໝາຍສັນຍາລັກເພື່ອກໍານົດຮັກສາໄລຍະຫ່າງ, ຖ້າບໍ່ສາມາດປະຕິບັດຮັກສາໄລຍະຫ່າງ 1 ແມັດໄດ້ ຕ້ອງມີແນວຂັ້ນລະຫວ່າງບຸກຄົນຕໍ່ບຸກຄົນ
  • ຕ້ອງກວດວັດແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາ), ໄອ, ຈາມ, ຫາຍໃຈຍາກ ຫລື ມີອາການສົງໄສວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງ ງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ
  • ຕ້ອງກວດວັດແທກອຸນຫະພູມ, ກໍລະນີພົບເຫັນຜູ້ມີອາການໄຂ້ (ອຸນຫະພູມຮ່າງກາຍສູງກວ່າ 37,5 ອົງສາ), ໄອ, ຈາມ, ຫາຍໃຈຍາກ ຫລື ມີອາການສົງໄສວ່າເປັນພະຍາດໂຄວິດ-19 ຕ້ອງສົ່ງເຂົ້າຫ້ອງແຍກປ່ຽວຂອງໂຮງ ງານ ແລ້ວໂທປຶກສາສາຍດ່ວນ 165, 166 ແລະ ພົວພັນໃຫ້ແພດໝໍເຂົ້າກວດທັນທີ
  • ຕ້ອງໃສ່ຜ້າອັດປາກ-ດັງ ທຸກຄັ້ງ ໃນເວລາຢູ່ສະຖານທີ່ເຮັດວຽກ ແລະ ສະຖານທີ່ທີ່ມີຄົນຈໍານວນຫລາຍ; ຕ້ອງມີນໍ້າດື່ມສະອາດ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມືຖືກຕາມຫລັກການອະນາໄມ; ໃຫ້ອະນາໄມ ແລະ ຂ້າເຊື້ອ ອຸປະກອນ, ສິ່ງຂອງທີ່ມີການສໍາພັດເລື້ອຍໆ ແລະ ສະຖານທີ່ພາຍໃນໂຮງງານ
  • ໂຮງງານທີ່ມີຈໍານວນກໍາມະກອນຫລາຍ ຕ້ອງຈັດແບ່ງເວລາການກິນເຂົ້າເປັນຫລາຍຈຸ ແລະ ບ່ອນນັ່ງກິນເຂົ້າຕ້ອງ ມີແຜ່ນກັ້ນບັງ ເພື່ອຮັກສາໄລຍະຫ່າງ ແລະ ຫລຸດຜ່ອນຄວາມສ່ຽງໃນການແຜ່ລະບາດຂອງພະບາດໂຄວິດ-19
  • ຫ້າມເຮັດກິດຈະກໍາຊຸມແຊວ ຫລື ພົວພັນແບບໃກ້ຊິດທີ່ບໍ່ສາມາດຮັກສາໄລຍະຫ່າງ ຫລື ກິດຈະກໍາອື່ນໆ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ.

3.ພະນັກງານ ກໍາມະກອນຜູ້ໃດທີ່ພັກເຊົາຢູ່ບ້ານທີ່ມີຜູ້ຕິດເຊື້ອ(ເຂດແດງ) ແມ່ນໃຫ້ຢຸດການມາເຮັດວຽກ ແລະ ຈໍາກັດບໍລິເວນໃຫ້ຄົບ 14 ວັນ ຖ້າບໍ່ມີອາການຈຶ່ງສາມາດມາເຮັດວຽກໄດ້.

4.ສໍາລັບໂຮງງານທີ່ມີຜູ້ຕິດເຊື້ອຕ້ອງໄດ້ປິດຊົ່ວຄາວ 14 ວັນ ເພື່ອດໍາເນີນການອານາໄມ ແລະ ຂ້າເຊື້ອ ພ້ອມກັນນັ້ນ ພະນັກງານ-ກໍາມະກອນ ກໍຕ້ອງຈໍາກັດບໍລິເວນຕົນເອງຄົບ 14 ວັນເຊັ່ນດຽວກັນ

5.ລົດຮັບ-ສົ່ງພະນັກງານ ກໍາມະກອນ ຕ້ອງມີຄວາມຮັບປະ ກັນການນັ່ງໃນລົດຕ້ອງຮັກສາໄລຍະຫ່າງໃຫ້ໄດ້ 1 ແມັດຂຶ້ນໄປ ຫລື ມີແຜ່ນກັ້ນບັງລະຫວ່າງບ່ອນນັ່ງ

6.ໃຫ້ຊຸກຍູ້ພະນັກງານ ແລະ ກໍາມະກອນ ທີ່ເຮັດວຽກຢູ່ໃນໂຮງງານ ໄປສັກຢາວັກຊິນປ້ອງກັນພະຍາດໂດວິດ-19

7.ໃຫ້ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ ເຜີຍແຜ່ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດພ້ອມທັງສະຫຼຸບລາຍງານໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງໃຈເປັນແຕ່ລະວັນ

8.ໃຫ້ໂຮງງານທີ່ດໍາເນີນການຜະລິດ ແລະ ບໍ່ດໍາເນີນການຜະລິດໃຫ້ແຈ້ງເປັນລາຍລັກອັກສອນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫລວງວຽງຈັນ ຕາມເບີປະສານງານໂທ ແລະ ວອດແອັບ: 020 55669694, 020 22226438

9.ການຈັດຕັ້ງປະຕິບັດ ແລະ ມາດຕະການປັບໃໝ: ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ທີ່ນອນຢູ່ໃນເຂດ/ບ້ານແດງ ມອບໃຫ້ຫ້ອງການອຸດສາຫະກໍາ-ການ ຄ້າເມືອງ ສົມທົບກັບຄະນະສະເພາະກິດຂັ້ນເມືອງ ແລະ ອໍານາດການປົກຄອງບ້ານ ເປັນເຈົ້າການໃນການໂຄສະນາ, ເຜີຍແຜ່ແຈ້ງການສະບັບນີ້ໃຫ້ແກ່ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃນເມືອງຂອງຕົນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ, ພ້ອມທັງກວດກາຕິດຕາມ ແລະ ປະຕິບັດມາດຕະການຕໍ່ຜູ້ລະເມີດ ຄື: ປັບໃໝ ແຕ່ 1.000.000 ກີບ – 5.000.000 ກີບ/ຄັ້ງ ຕາມແຕ່ລະກໍລະນີ.

LEAVE A REPLY

Please enter your comment!
Please enter your name here