ສັກວັກຊີນຕ້ານໂຄວິດ-19 ແຖມຟຣີກັນຊາ ທີ່ລັດວໍຊິງຕັນ ອາເມຣິກາ

0
1073

ຄະນະກຳມະການເຄື່ອງດື່ມ ແລະ ກັນຊາຂອງລັດວໍຊິງຕັນ ຖະແຫຼງເມື່ອວັນທີ 7 ມິຖຸນາ ທີ່ຜ່ານມາ ຈະອະນຸຍາດໃຫ້ປະຊາຊົນທີ່ເປັນຜູ້ໃຫຍ່ແລ້ວ ຮັບກັນຊາແບບພັນລຳຟຣີ ເມື່ອມາສັກວັກຊີນຕ້ານໂຄວິດ-19 ພາຍໃຕ້ແຄມເປນ ”Joints for jabs” ເຊິ່ງແມ່ນເບີ່ມປະຕິວັດແລ້ວ ຈົນເຖິງ ວັນທີ 12 ກໍລະກົດ ແລະ ຖືວ່າເປັນສ່ວນໜຶ່ງໃນຍຸດທະສາດຂອງລັດ ໃນການດຶງດູດໃຈປະຊາຊົນໃຫ້ມາສັກວັກຊີນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່.

ຄະນະກຳມະການເຄື່ອງດື່ມ ແລະ ກັນຊາແຫ່ງລັດວໍຊິງຕັນ ປະເທດອາເມລິກາ ກຳນົດໃຫ້ຮ້ານຄ້າຂາຍຍ່ອຍກັນຊາ ທີ່ເຂົ້າຮ່ວມແຄມເປນ ສະເພາະຊະນິດແບບມ້ວນສູບ ແຈກໃຫ້ລູກຄ້າ ທີ່ມີອາຍຸ 21 ປີ ຂຶ້ນໄປ ຖ້າຫາກພວກເຂົາໄດ້ສັກວັກຊີນ ເຂັມທີ 1 ຫຼື ຄົບ 2 ເຂັມ.

ປັດຈຸບັນ, ລັດວໍຊີງຕັນ ມີປະຊາກອນ 4.4 ລ້ານ ຄົນທີ່ໄດ້ຮັບວັກຊີນ ເຂັມທີ 1 ແລະ 3,7 ລ້ານຄົນໄດ້ຮັບວັກຊີນຄົບທົງ 2 ເຂັມ ແລະ ມາດຕະການກັນຊານັ້ນ ບໍ່ແມ່ນເລື່ອງແປໃໝ່ສຳລັບອາເມລິກາ ເພາະກ່ອນໜ້ານີ້ ລັດແອຣິໂຊ ໄດ້ເຮັດໂຄງການແຈກກັນຊາໃຫ້ກັບຄົນມາສັກວັກຊີນ ກ່ອນໜ້າແລ້ວ.

LEAVE A REPLY

Please enter your comment!
Please enter your name here