ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບເຄື່ອງຊ່ວຍເຫຼືອ ແຂວງຈໍາປາສັກ

0
925

ອີງຕາມການລາຍງານ ຂອງມີເດຍລາວ, ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ມອບ ເຄື່ອງອຸປະໂພກ-ບໍລິໂພກ, ອຸປະກອນການແພດ ໃຫ້ ແຂວງຈໍາປາສັກ ເພື່ອຮັບໃຊ້ເຂົ້າ ໃນວຽກງານ ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 128 ລ້ານກວ່າກີບ.

ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ມູນຄ່າ 128 ລ້ານກວ່າກີບ.

ພິທີ ມອບ-ຮັບ ດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 9 ມີຖຸນາ 2021 ທີ່ດ່ານສາກົນ ໜອງນົກຂຽນ ແຂວງຈຳປາສັກ ສປປ ລາວ – ດ່ານສາກົນຕະປຽງກຣຽນ ແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ. ຝ່າຍແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ ນຳໂດຍ ທ່ານ ມົມ ຊາເຣືອນ ເຈົ້າແຂວງຊຽງເເຕງ ພ້ອມດ້ວຍຄະນະ, ແຂວງຈຳປາສັກ ສປປ ລາວ ນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈໍາປາສັກ ມີ ທ່ານຮອງເຈົ້າແຂວງ, ທ່ານກົງສຸນໃຫຍ່ແຫ່ງ ແຫ່ງ ສປປ ລາວ ປະຈຳແຂວງຊຽງແຕງ ຣາຊະອານາຈັກກໍາປູເຈຍ, ທ່ານກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກກໍາປູເຈຍ ປະຈໍາແຂວງຈໍາປາສັກ, ມີ ຄະນະຄຸ້ມຄອງດ່ານ, ຄະນະຜູ້ແທນ, ພະແນກການທີ່ກ່ຽວຂ້ອງ ຂອງ ສອງຝ່າຍ ເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບ ປະກອບມີ: 1. ເຂົ້າສານ ຈຳນວນ 5 ໂຕນ. 2. ປາກະປ໋ອງ ຈຳນວນ 3.000 ປ່ອງ (30 ແກັດ). 3. ໝີສຳເລັດຮູບ ຈໍານວນ 3OO ແກັດ, 4. ຜ້າອັດປາກ-ດັງ ຈຳນວນ 30,000 ອັນ (30ແກັດ), 5. ອັງໂກນ ຈໍານວນ 300 ຂວດ (15 ແກັດ) ແລະ 6. ນ້ຳຢາລ້າງປາກ ຈໍານວນ 1.OOO ຂວດ (50 ແກັດ) ລວມມູນຄ່າ 128 ລ້ານກວ່າກີບ.

ໃນໂອກາດດັ່ງກ່າວ, ທ່ານ ມົມ ຊາເຣືອນ ເຈົ້າແຂວງຊຽງເເຕງ ໄດ້ກ່າວຈຸດປະສົງ ແລະ ຄວາມຕັ້ງໃຈຂອງອົງການປົກຄອງແຂວງຊຽງແຕງ ທີ່ເຫັນໄດ້ຄວາມສຳຄັນ ລະຫ່ວາງ ສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນ ແຂວງຊຽງແຕງ ກັບ ແຂວງຈຳປາສັກ ທີ່ມີສາຍພົວພັນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຍາມທຸກຍາກ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ຕາງໜ້າໃຫ້ອົງການປົກຄອງ ແລະ ປະຊາຊົນລາວ ບັນດາເຜົ່າ ຊາວແຂວງຈຳປາສັກ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ນໍ້າໃຈ ໃນການປະກອບສ່ວນຊ່ວຍເຫລືອແບ່ງເບົາ ໃນຍາມປະສົບຄວາມຫຍຸ້ງຍາກລຳບາກ. ທັງເປັນການ ເພີ່ມທະວີ ການຮ່ວມມື, ສາຍພົວພັນການທູດ ກໍ່ຄື 65 ປີ (15/6/1956-15/6/2021) ຂອງ ການສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ກຳປູເຈຍ ທີ່ຈະມາເຖິງ ໃຫ້ແໜ້ນແຟ້ນ ຍິ່ງໆຂື້ນ.

LEAVE A REPLY

Please enter your comment!
Please enter your name here