ຈາກຜູ້ໃຊ້ເຟສບຸກທ່ານໜຶ່ງໄດ້ໂພສເຕືອນ ໃນກໍລະນີໂຈນເຂົ້າມາງັດລົດຮອດໃນບ້ານ, ເຊິ່ງມີເນື້ອໃນດັ່ງນີ້:
ປະມານ 8 ໂມງເຊົ້າ ຂອງວັນເສົາທີ 12/06/2021, ຕື່ນເຊົ້າມາ ໄດ້ພົບວ່າລົດຢູ່ເຮືອນ 2 ຄັນໄດ້ຖືກງັດ (ຄາດວ່າໜ້າຈະເຂົ້າກາງເດິກ) ແລະ ຄົ້ນເອົາເຄື່ອງມີຄ່າໃນລົດ ໂຈນໄດ້ແຕ່ເສດເງິນຈຳນວນໜຶ່ງ ເຊັ່ນ: ເງິນທີ່ມັດຢູ່ພວງມະໄລລົດ, ເງິນທອນ ແລະ ພະຫ້ອຍ.
![](https://tholakhong.com/wp-content/uploads/2021/06/196165863_4007922012588301_5792270254664594033_n.jpg)
ມີກ້ອງວົງຈອນຕັ້ງຢູ່ໜ້າບ້ານ ແຕ່ໂຈນໄດ້ຖອດອອກ ແລະ ດຶກລົງກ້ອງລົດ, ແຕ່ຫຼັກຖານສຳຄັນກໍຄື: ໂຈນໄດ້ຖິ້ມເກີບໄວ້ຂ້າງຮົ້ວບ້ານ ແລະ ຊອດມີດຕັດທີ່ໃຊ້ເປັນເຄື່ອງມືໄວ້ຮົ້ວ ທີ່ຕິດກັບເພື່ອນບ້ານ. ທາງເຮົາໄດ້ປະສານ ປກສ ກຸ່ມບ້ານ ແລະ ເກັບຫຼັກຖານຮຽບຮ້ອຍແລ້ວ.
![](https://tholakhong.com/wp-content/uploads/2021/06/197031310_4007922132588289_3456654577443104148_n.jpg)
ເຊິ່ງເກີດເຫດທີ່ບ້ານ ໂພນຕ້ອງຈອມມະນີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
![](https://tholakhong.com/wp-content/uploads/2021/06/197127126_4007922049254964_4273434706819856016_n.jpg)
ຂໍໃຫ້ທຸກທ່ານຈົ່ງລະວັງ ໂດຍສະເພາະໃນໄລຍະວິກິດໂຄວິດ-19 ບວກກັບຍາມຝົນ ທີ່ເຮັດໃຫ້ໂຈນ ຫຼື ກຸ່ມຄົນບໍ່ຫວັງດີເຂົ້າມາລັກຊັບສິນ ໄດ້ງ່າຍຂຶ້ນ.