ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງອຸດົມໄຊ ຂໍຖືເປັນກຽດແຈ້ງມາຍັງທຸກພາກສ່ວນໄດ້ຮັບຊາບວ່າ: ຜ່ານການຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ທັງສູນກາງ ແລະ ແຂວງວາງອອກ ໃນໄລຍະຜ່ານມາເຫັນວ່າ: ການຈັດຕັ້ງທຸກຂັ້ນ ແລະ ທຸກພາກສ່ວນໃນສັງຄົມ ໄດ້ປະຕິບັດ ສິດ ແລະ ພັນທະ ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ການແຜ່ລະບາດ ຂອງເຊື້ອພະຍາດດັ່ງກ່າວມີທ່າອ່ຽງຫຼຸດລົງ ແລະ ບໍ່ມີຜູ້ຕິດເຊື້ອ.
![](https://tholakhong.com/wp-content/uploads/2021/06/OUX1.jpg)
ເຖິງຢ່າງໃດກໍຕາມ, ເນື່ອງຈາກວ່າ ທີ່ຕັ້ງແຂວງອຸດົມໄຊເປັນຜ່ານມາຂອງບັນດາແຂວງ ພາກເໜືອ ທີ່ມີດິນແດນທາງຜ່ານເປັນຈຳນວນຫຼວງຫຼາຍ ແລະ ມີສະພາບປະຊາຊົນສືບຕໍ່ເດີນທາງກັບຄືນພູມລຳເນົາ ແລະ ຍັງມີການລະບາດ ຂອງພະຍາດ ຢູ່ ນະຄອນຫຼວງວຽງຈັນແລະ ບາງແຂວງໃກ້ຄຽງຈຶ່ງພາໃຫ້ແຂວງພວກເຮົາມີຄວາມສ່ຽງ ໃນການຕິດເຊື້ອຈາກກຸ່ມຄົນເຄື່ອນຍ້າຍດັ່ງກ່າວ ແລະ ເພື່ອໃຫ້ທຸກຄົນໃນທົ່ວແຂວງອຸດົມໄຊ ໄດ້ໃຊ້ຊີວິດທີປົກກະຕິ.
![](https://tholakhong.com/wp-content/uploads/2021/06/OUX2.jpg)
ດັ່ງນັ້ນ ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ຈຶ່ງເຫັນດີ ສືບຕໍ່ປະຕິບັດຕາມມາດຕະການຕ່າງໆທີ່ລະບຸ ໃນຄຳສັ່ງເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ຄຳສັ່ງສະບັບ 334/ ຈຂ ອຊ, ລົງວັນທີ 22 ເມສາ 2021 ອອກໄປຕື່ມ 14 ວັນ ເລິ່ມແຕ່ ເວລາ 06:00 ໂມງເຊົ້າ ຂອງວັນທີ 20 ມິຖຸນາ 2021 ຫາເວລາ 24:00 ໂມງ ຂອງວັນທີ 4 ກໍລະກົດ 2021 ຢ່າງເຂັ້ມງວດ.
![](https://tholakhong.com/wp-content/uploads/2021/06/OUX3.jpg)
ພ້ອມກັນນັ້ນ ຈະໄດ້ສຶບຕໍ່ປະຕິບັດມາດຈະການທີ່ໄດ້ວາງອອກ ແລະ ຜ່ອນຜັນບາງມາດຕະການ.