ພິທີມອບ-ຮັບ ສິ່ງເສດເຫລືອທະຫານອາເມຣິກາ ທີ່ເສຍຊີວິດປາງສົງຄາມຢູ່ລາວ

0
1336

ໃນວັນທີ 22 ມິຖຸນາ 2021, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ, ທີ່ໄດ້ຮັບຈາກການປະຕິບັດງານຮ່ວມ ຢູ່ພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ຄັ້ງທີ 4 ປະຈໍາສົກ ປີ 2020-2021 ຢູ່ເຂດເມືອງບົວລະພາ, ແຂວງຄໍາມ່ວນ.

ໃນພິທີດັ່ງກ່າວ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ ນໍາວຽກງານສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສີ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ແລະ ກ່າວມອບ ແລະ ທ່ານ Dr. Peter Haymond, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບ. ນອກນີ້, ຍັງມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະ ນະຄອນຫລວງວຽງຈັນ, ມີບັນດາພະນັກງານວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງ ຢູ່ພາກສະໜາມຈໍານວນໜຶ່ງກໍໄດ້ເຂົ້າຮ່ວມ. ໃນການປະຕິບັດງານຄັ້ງນີ້, ຄະນະວິຊາການຮ່ວມໄດ້ຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ຢູ່ເຂດບ້ານຫີນລັບ ແລະ ບ້ານໜອງມ້າ, ເມືອງບົວລະພາ, ແຂວງຄໍາມ່ວນ.

ບົນຈິດໃຈແຫ່ງການປະຕິບັດນະໂຍບາຍມະນຸດສະທໍາ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານແຫ່ງ ສປປ ລາວ, ຄະນະວິຊາການຮ່ວມ ລາວ-ອາເມຣິກາ ໄດ້ຮ່ວມມືກັນດໍາເນີນການສໍາຫລວດ ແລະ ຂຸດຄົ້ນ ເພື່ອຊອກຄົ້ນຫາຮ່ອງຮອຍ ແລະ ສີ່ງເສດເຫລືອຂອງທະຫານອາເມຣິກາ ທີ່ເສຍຊີວິດໃນປາງສົງ ຄາມຢູ່ລາວ, ແຕ່ເໜືອຕະຫລອດໃຕ້, ໃນຂອບເຂດທົ່ວປະເທດ ແລະ ໃຊ້ເວລາຫລາຍກວ່າ 30 ປີມາແລ້ວ. ຕະຫລອດໄລຍະເວລາແຫ່ງການຮ່ວມມືນັ້ນ, ຄະນະວິຊາການສອງຝ່າຍ ໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫລືອຈາກເຈົ້າໜ້າທີ່ທ້ອງຖີ່ນ ກໍ່ຄືພໍ່ແມ່ປະຊາຊົນໃນຂົງເຂດທີ່ມີການສໍາຫລວດ ແລະ ຂຸດຄົ້ນຢ່າງຕັ້ງໜ້າ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງຕົນ ອັນເຮັດໃຫ້ການຮ່ວມມືສອງຝ່າຍດ້ານນີ້ ໄດ້ຮັບຜົນສໍາເລັດເປັນທີ່ໜ້າເພິ່ງພໍໃຈ ແລະ ເປັນປັດໄຈໜຶ່ງທີ່ສໍາຄັນ ໃນການຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ລາວ ແລະ ອາເມຣິກາ ໃຫ້ນັບມື້ນັບດີຂຶ້ນ.
ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ ໄລຍະຜ່ານມາ ສາມາດຄົ້ນພົບສິ່ງເສດເຫລືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫລື ຫລາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງສືບຕໍ່ຂຸດຄົ້ນຫາ, ຊຶ່ງລັດຖະບານລາວ ຢືນຢັນຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍອາເມຣິກາ ບົນພື້ນຖານຄວາມອາດສາມາດ ແລະ ເງື່ອນໄຂຕົວຈິງຂອງຕົນ.

LEAVE A REPLY

Please enter your comment!
Please enter your name here