ຂໍໃຫ້ທຸກຄົນປະຕິບັດມາດຕະການ ໃຫ້ເຄັ່ງຄັດກວ່າເກົ່າ

0
1248

ອີງຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 29 ມິຖຸນາ 2021, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາຄະນະສະເພາະກິດ ກ່າວວ່າ: ປະຈຸບັນສະພາບການລະບາດຂອງພະຍາດ COVID-19 ໄດ້ມີທ່າອ່ຽງຫຼຸດລົງ ທຽບໃສ່ການຈັດຕັ້ງປະຕິບັດແຈ້ງການຜ່ານມາ, ແຕ່ກໍຍັງພົບເຫັນຜູ້ຕິດເຊື້ອ, ຍິ່ງໄປກວ່ານັ້ນ ມີກໍລະນີ ການຕິດເຊື້ອສູ່ເດັກນ້ອຍເພີ່ມຂຶ້ນ.  ນອກຈາກນີ້, ສະພາບການໃນຕໍ່ໜ້າ ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິບັດມາດຕະການ ທີ່ຄະນະສະເພາະກິດວາງອອກ ບໍ່ເຄັ່ງຄັດ, ການຕິດເຊື້ອຢູ່ປະເທດອ້ອມຂ້າງຍັງສູງຢູ່ ສົມທົບກັບມີລາຍງານການພົບເຫັນສາຍພັນໃໝ່ຂອງພະຍາດ COVID-19 ທີ່ສາມາດແຜ່ເຊື້ອໄວ ແລະ ມີຄວາມຮຸນແຮງກວ່າເກົ່າ, ສະນັ້ນ:

-ຂໍຮຽກຮ້ອງມາຍັງ​ທຸກ​ຄົນ, ທຸກ​ພາກ​ສ່ວນໃນສັງຄົມ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ ຈັດຕັ້ງປະຕິບັດມາດຕະການຕ່າງໆ ທີ່ລັດຖະບານ ກໍ່ຄືຄະນະສະເພາະກິດ ວາງອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ກວ່າເກົ່າ ໂດຍສະເພາະການຫ້າມຈັດງານລ້ຽງສັງສັນຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່, ເຊັ່ນດຽວກັບບັນດາຜູ້ປະກອບການ ກໍ່ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ, ບໍ່ໃຫ້ລະເມີດ ຫຼື ມີການລັກເປີດບໍລິການ ຊຶ່ງຈະມີຄວາມສ່ຽງໃນການຕິດເຊື້ອ ແລະ ແຜ່ເຊື້ອ.

-ຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງ ປະຊາຊົນລາວ ແລະ ທຸກຄົນໃນສັງຄົມ ຈົ່ງເປັນຫູເປັນຕາ ຊ່ວຍຕິດຕາມ ສະພາບການໃນສັງຄົມ, ຖ້າພົບເຫັນການລະເມີດມາດຕະການ ໃຫ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອດຳເນີນການແກ້ໄຂໃຫ້ທັນການ.

– ພ້ອມກັນນີ້, ດັ່ງທີ່ພວກເຮົາຮູ້ວ່າ ສະພາບການລະບາດຢູ່ບັນດາປະເທດໃກ້ຄຽງ ຍັງຮຸນແຮງ ແລະ ພົບເຫັນຫຼາຍສາຍພັນ ທີ່ສາມາດແຜ່ເຊື້ອໄດ້ໄວ ກວ່າເກົ່າ, ການເກີດລະບາດໃນຊຸມຊົນ ຮອບທີ 2 ກໍ່ເນື່ອງມາຈາກ ການນຳເຊື້ອເຂົ້າມາຂອງບຸກຄົນ ທີ່ບໍ່ຜ່ານດ່ານທາງການ, ເປັນການເຂົ້າເມືອງຜິດກົດໝາຍ. ສະນັ້ນ, ຂໍຮຽກຮ້ອງມາຍັງ ໃຫ້ບັນດາຂະ ແໜງການ, ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການໃນການຕິດຕາມ ກວດກາຕາມລຳນ້ຳເຂດຊາຍແດນລະຫວ່າງປະເທດ ແລະ ຊາຍແດນທາງບົກ ເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.

  • ຂໍໃຫ້ພໍ່ແມ່ພີ່ນ້ອງທຸກຄົນ ​ຊ່ວຍຕິດຕາມສອດສ່ອງ ຜູ້ທີ່ເຂົ້າປະເທດແບບຜິດກົດໝາຍ ທີ່ເຄື່ອນໄຫວໃນຊຸມຊົນຂອງຕົນ ແລະ ແຈ້ງໃຫ້ອຳນາດການປົກຄອງຊາບ ເພື່ອດຳເນີນການແກ້ໄຂ.
  • ສຳລັບພີ່ນ້ອງຊາວລາວ ທີ່ໄປອອກແຮງງານຢູ່ຕ່າງປະເທດ ທີ່ມີຈຸດປະສົງຈະກັບຄືນປະເທດ ກໍຂໍໃຫ້ແຈ້ງຕໍ່ສະຖານທູດລາວ, ໃຫ້ເດີນທາງເຂົ້າມາ ຜ່ານດ່ານທີ່ໄດ້ຮັບອະນຸຍາດ ເພື່ອຈະໄດ້ກວດຫາເຊື້ອພະຍາດ, ຖ້າພົບຕິດເຊື້ອ ກໍ່ໄດ້ຮັບການປິ່ນປົວຢ່າງທັນການ, ຖ້າບໍ່ຕິດເຊື້ອ ກໍ່ເຂົ້າຈຳກັດບໍລິເວນ ຕາມລະບຽບການ, ທັງນີ້ ກໍ່ເພື່ອປ້ອງກັນຄອບຄົວຂອງທ່ານ.

-ອີກຢ່າງໜຶ່ງ ຂໍໃຫ້ຜູ້ທີ່ຢູ່ໃນກຸ່ມສ່ຽງ ປະຕິບັດມາດຕະການຈຳກັດບໍລິເວນ ຢ່າງເຄັ່ງຄັດ ໂດຍສະເພາະໄລຍະລໍຖ້າຜົນການກວດຫາເຊື້ອ ກໍ່ພາຍຫຼັງມາເກັບຕົວຢ່າງກວດຫາເຊື້ອ ໃຫ້ຈຳກັດຕົວເອງຢູ່ເຮືອນຂອງຕົນ, ບໍ່ໃຫ້ເດີນທາງໄປໃສ. ເມື່ອຜົນກວດອອກເປັນລົບ ກໍ່ຕ້ອງສືບຕໍ່ຈຳກັດບໍລິເວນໃຫ້ຄົບ 14 ວັນ.

-ໃຫ້ທົ່ວສັງຄົມ ຕິດຕາມຂໍ້ມູນຂ່າວສານຜ່ານສື່ທາງການ ແລະ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ແຊຂໍ້ມູນທີ່ບິດເບືອນ ຫຼື ບໍ່ມີຄວາມຈິງ ຊຶ່ງຈະສ້າງຄວາມປັ່ນປ່ວນ,​ແຕກຕື່ນ ແລະ ຄວາມບໍ່ສະຫງົບ ໃນສັງຄົມ

-ສິ່ງສຳຄັນ, ໃນການເຄື່ອນໄຫວ ດຳລົງຊີວິດ ປະຈຳວັນ ຂໍໃຫ້ທຸກຄົນ ປະຕິບັດມາດຕະການປ້ອງກັນການແຜ່ເຊື້ອ ແລະ ຕິດເຊື້ອ ຢ່າງເຂັ້ມງວດ ເປັນຕົ້ນ ການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫຼື ເຈວລ້າງມື ເປັນປະຈຳ.

LEAVE A REPLY

Please enter your comment!
Please enter your name here