ການສ້າງລາຍຮັບເຂົ້າຄອບຄົວ ດ້ວຍການປູກຜັກກະລໍ່າປີ ແລະ ຜັກແບບປະສົມປະສານ ເປັນສິນຄ້າ

0
1408

ຜັກກະລໍ່າປີ ແມ່ນພືດອີກຊະນິດໜຶ່ງ ທີ່ສັງຄົມໃຫ້ຄວາມຍອມຮັບ ແລະ ນິຍົມກັນ ນຳມາປຸງແຕ່ງເປັນອາຫານຢ່າງແຜ່ຫຼາຍ ຊຶ່ງປັດຈຸບັນ ປະຊາຊົນລາວບັນດາເຜົ່າ ໄດ້ໃຫ້ຄວາມສົນໃຈໃນການປູກພືດຊະນິດດັ່ງກ່າວ ເພື່ອຜະລິດເປັນສິນຄ້າ ຢ່າງເປັນຂະບວນການຟົດຟື້ນພໍສົມຄວນ ແລະ ຕະຫຼາດ ກໍມີຄວາມຕ້ອງການຢ່າງກວ້າງຂວາງ.

ດັ່ງຄອບຄົວ ຂອງທ່ານ ບົກວ່າງ, ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການປູກຜັກກະລໍ່າປີເປັນສິນຄ້າ ແລະ ສາມາດສ້າງລາຍຮັບເຂົ້າຄອບຄົວ ໄດ້ເປັນຢ່າງດີ. ທ່ານ ບົກວ່າງ ໃຫ້ຮູ້ວ່າ ການປູກຜັກກະລໍ່າປີ ແມ່ນໄດ້ລິເລີ່ມໃນໄລຍະປີ 2019 ເປັນຕົ້ນມາ ແລະ ການປູກຜັກແບບປະສົມປະສານ ເປັນຕົ້ນ ຫອມບົ່ວ, ຫອມປ້ອມ, ຜັກກາດ, ໝາກແຕງ, ໝາກຖົ່ວ ແລະ ໝາກຊູ ແມ່ນເລີ່ມຕົ້ນປູກນັບແຕ່ປີ 1989 ເປັນຕົ້ນມາ, ໃນເວລານັ້ນການປູກ ແມ່ນເນັ້ນໃສ່ການບໍລິໂພກພາຍໃນຄອບຄົວ ເປັນສ່ວນໃຫຍ່ ຊຶ່ງຍັງບໍ່ທັນມີທ່າແຮງເພື່ອຜະລິດເປັນສິນຄ້າໄດ້ເທື່ອ, ການປູກແມ່ນປະຕິບັດຕາມເປັນຕາມເກີດ, ປູກແບບພື້ນບ້ານ ແລະ ປະຖົມປະຖານ ໂດຍອາໄສທຳມະຊາດເປັນຕົ້ນຕໍ, ແຕ່ມາຮອດໄລຍະການສ້າງຕັ້ງແຂວງໄຊສົມບູນ ໄດ້ມີເງື່ອນໄຂຫຼາຍຢ່າງ ທີ່ອຳນວຍຄວາມສະດວກ ດັ່ງນັ້ນ ເພິ່ນຈິ່ງໄດ້ຕັດສິນໃຈເລີ່ມຕົ້ນປູກຢ່າງຈິງຈັງ ໂດຍສຸມໃສ່ການປູກຜັກກະລໍ່າປີເປັນຕົ້ນຕໍ, ສໍາລັບໝາກຊູ, ໝາກແຕງ, ຫອມບົ່ວ ແລະ ຫອມປ້ອມ ເປັນການປູກແບບສຳຮອງ.

ພ້ອມດຽວກັນນີ້ ລາຍຮັບຈາກການຂາຍຕົວຈິງ ສຳລັບຜັກກະລໍ່າປີ ແມ່ນສາມາດສ້າງລາຍຮັບໄດ້ 10-20 ລ້ານກີບ ຕໍ່ງວດ ແລະ ພືດຜັກແບບປະສົມປະສານ ສາມາດສ້າງລາຍຮັບໄດ້ 5-6 ລ້ານກີບ ຕໍ່ເດືອນ ເຖິງວ່າຈະເປັນຈຳນວນເງິນ ທີ່ຍັງບໍ່ທັນຫຼວງຫຼາຍ ແລະ ບໍ່ສາມາດເປັນຄອບຄົວຕົວແບບໄດ້ກໍຕາມ ແຕ່ມັນກໍສາມາດແກ້ໄຂຄວາມຫຍຸ້ງຍາກພາຍໃນຄອບຄົວ ໄດ້ເປັນຢ່າງດີ ທັງສະແດງໃຫ້ເຫັນເຖິງຄວາມດຸໝັ່ນຂະຫຍັນພຽນ ແລະ ມີຄວາມຕັດສິນໃຈສູງ ເຂົ້າໃນການພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ມີຖານະດີຂຶ້ນ ໂດຍປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ ເທື່ອລະກ້າວ ຊຶ່ງເປັນມູນເຊື້ອທີ່ຫຼາຍຄອບຄົວຄວນເອົາເປັນແບບຢ່າງ.

ສຳລັບການຂາຍ ແມ່ນຂາຍຕາມການສັ່ງຊື້ຂອງພໍ່ຄ້າ-ແມ່ຄ້າ ຢູ່ທ້ອງຕະຫຼາດ ພາຍໃນແຂວງ ແລະ ສົ່ງຂາຍໃຫ້ບໍລິສັດ ພູເບ້ຍມາຍນິງ ໃນຈຳນວນ 500 ກິໂລ ໃນທຸກໆ ອາທິດ ຕໍ່ໜຶ່ງຄັ້ງ ຊຶ່ງລາຄາຂາຍທີ່ສົ່ງໃຫ້ພໍ່ຄ້າ-ແມ່ຄ້າ ໃນຕະຫຼາດ ແມ່ນ 3000 ກີບ ຕໍ່ກິໂລ ແລະ ສົ່ງໃຫ້ບໍລິສັດ ພູເບ້ຍ ມາຍນິງ ແມ່ນ 8000 ກີບ ຕໍ່ກິໂລ. ນອກນີ້ ຍັງໄດ້ສົ່ງຂາຍໃຫ້ບັນດາເມືອງພາຍໃນແຂວງ ແລະ ສົ່ງໄປຂາຍ ຢູ່ແຂວງວຽງຈັນ ຕື່ມອີກ. ອາດເວົ້າໄດ້ວ່າ ຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານ ຂອງທ່ານ ບົກວ່າງ ໄດ້ເຮັດໃຫ້ຕະຫຼາດ ທັງພາຍໃນ ແລະ ຕ່າງແຂວງ ໃຫ້ຄວາມຍອມຮັບ ພ້ອມທັງສັ່ງຊື້ຢ່າງເປັນຂະບວນການກວ້າງຂວາງ ພໍສົມຄວນ. ຊຶ່ງຄາດວ່າອີກບໍ່ດົນທ່ານ ບົກວ່າງ ຈະກາຍເປັນບຸກຄົນ ແລະ ຄອບຄົວຕົວແບບ ໃນການປູກພືດຜັກຜະລິດເປັນສິນຄ້າ ຢ່າງແນ່ນອນ. ສຳລັບການບົວລະບັດຮັກສາ ແມ່ນສຸມໃສ່ການຖາງຫຍ້າ ອອກຈາກບໍລິເວນລຳຕົ້ນຂອງຜັກ ເປັນບັນຫາສຳຄັນ ໄປພ້ອມກັບການກຳຈັດບັນດາສັດຕູພືດທີ່ເຂົ້າມາທຳລາຍຜັກກະລໍ່າປີ ແລະ ພືດຜັກຊະນິດອື່ນໆ ພ້ອມທັງເຕີມຝຸ່ນ ແລະ ຫົດນໍ້າ ໃຫ້ເປັນປົກກະຕິ ພຽງທໍ່ນີ້ ຜັກກໍຈະງອກງາມ ແລະ ຂາຍໄດ້ ຕາມຄວາມຕ້ອງການ.

ສຳລັບແຮງງານທີ່ໝູນໃຊ້ເຂົ້າໃນການບົວລະບັດຮັກສາ ແມ່ນນໍາໃຊ້ແຮງງານຂອງລູກໆ ພາຍໃນຄອບຄົວ ເປັນແຮງງານຕົ້ນຕໍ ທີ່ໄດ້ພ້ອມກັນຄຸກຄີ ແລະ ຫ້າວຫັນ ບົວລະບັດຮັກສາໃນແຕ່ລະມື້ ຢ່າງສະໝໍ່າສະເໝີ.
ຜ່ານການຢຶດຖືການປູກຜັກກະລໍ່າປີ ແລະ ພືດຜັກແບບປະສົມປະສານຊະນິດຕ່າງໆ ເປັນສິນຄ້າ ຂອງທ່ານ ບົກວ່າງ ປະຊາຊົນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ເສດຖະກິດຄອບຄົວຂອງເພິ່ນ ມີຖານະດີຂຶ້ນເປັນກ້າວໆ ຈາກຄອບຄົວທີ່ເຄີຍຫຍຸ້ງຍາກໃນເມື່ອກ່ອນ ມາຮອດປັດຈຸບັນ ໄດ້ຄ່ອຍໆ ມີທ່າອຽງຫຼຸດພົ້ນອອກຈາກຄວາມທຸກຍາກເປັນລຳດັບ ແລະ ຮັບປະກັນຄວາມສະດວກສະບາຍ ທາງດ້ານການເງິນພາຍໃນຄອບຄົວ ເທື່ອລະກ້າວ.

ທ່ານຜູ້ອ່ານທີ່ເຄົາລົບ ແລະ ຮັກແພງ ທຸກໆ ທ່ານ ຍ້ອນຄວາມດຸໝັ່ນ, ຊື່ສັດ, ປະຢັດ ແລະ ອົດທົນ ບວກກັບຄວາມມີຫົວຄິດປະດິດສ້າງ ໃນການທຳມາຫາກິນ ທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງ, ກ້າຄິດ, ກ້າເຮັດ ແລະ ຕັດສິນໃຈ ຈຶ່ງເຮັດໃຫ້ເສດຖະກິດຄອບຄົວຂອງທ່ານ ບົກວ່າງ ໄດ້ຮັບການພັດການດີຂຶ້ນ ແລະ ອີ່ມໜຳສໍາລານ.

ພາບ-ຂ່າວ: ຈິນລະວອນ ວໍລະສົມບູນ

Cr: Media Laos

LEAVE A REPLY

Please enter your comment!
Please enter your name here