ມ້າງຂະບວນການຜະລິດຢາເສບຕິດ ທີ່ແຂວງອຸດົມໄຊ 7 ຈຸດ

0
1725

ເຈົ້າໜ້າທີຕຳຫຼວດ ປກສ ແຂວງອຸດົມໄຊ ສົມທົບພາກສ່ວນກ່ຽວຂ້ອງເຂົ້າຈັບກຸມເປົ້າໝາຍມີການຜະລິດຢາເສບຕິດ ພ້ອມຍຶດເຄື່ອງຂອງກາງຫຼາຍປະເພດ

ໃນຕົ້ນເດືອນ ມິຖຸນາ 2021 ທາງກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ຈຸດພື້ນທີ່ສວນລ້ຽງງົວ ຢູ່ເຂດບ້ານພູສະຫວັນ, ເມືອງໄຊ ແຂວງອຸດົມໄຊ ໄດ້ພົບເຫັນຮ່ອງຮອຍສົງໄສມີການຜະລິດຢາເສບຕິດ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຊັນນະສູດຈຸດພື້ນທີ່ດັ່ງກ່າວ ຜ່ານການກວດກາ ຊັນນະສູດເຫັນວ່າມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ວ່າ, ມີການຜະລິດຢາເສບຕິດຢູ່ຈຸດດັ່ງກ່າວແທ້ ເປົ້າໝາຍສົງໄສທີ່ເປັນເຈົ້າຂອງສວນ ແລະ ເປັນຕົວການໃນການເຄື່ອນໄຫວຜະລິດຢາເສບຕິດແມ່ນ ທ້າວ ວາລີ ວ້າ ປະຊາຊົນຢູ່ ບ້ານພູສະຫວັນ, ເມືອງໄຊ, ແຂວງອຸດົມໄຊ,

ມາຮອດເວລາ 6 ໂມງເຊົ້າ ຂອງວັນທີ 27 ມິຖຸນາ 2021 ເຈົ້າໜ້າທີ່ຈຶ່ງເຂົ້າກວດກາຕິດຕາມ ສະພາບຢູ່ຈຸດພື້ນທີ່ດັ່ງກ່າວ ພົບເຫັນເປົ້າໝາຍ 2 ຄົນທີ່ເຄື່ອນໄຫວເຂົ້າ-ອອກ ເຮືອນຂອງເປົ້າໝາຍ ເຂດບ້ານພູສະຫວັນ ( ຫຼັກ 28 ) ເມືອງໄຊ ແຂວງອຸດົມໄຊຫາຈຸດພັກເຊົ່າຂອງພວກກ່ຽວທີ່ ບ້ານຫຼັກ 32 ທ່າທາງມີພິລຸດສົງໄສ ຈິ່ງໄດ້ເຂົ້າກວດກາສອບຖາມ ຈິ່ງຮູ້ວ່າຊື່ ທ້າວ ເຈຍວ່າ ແລະ ນາງ ເດົາລີ (ຜົວເມຍ) ແລະ ໄດ້ກວດກາພົບເຫັນຢາບ້າ ຈໍານວນ 81 ມັດ, ກັບ 4 ຖົງນ້ອຍ ມີ 162.800 ເມັດ ນ້ໍາໜັກ 19 ກິໂລກຣາມ ທີ່ບັນຈຸຢູ່ໃນແກັດເຈ້ຍກະກຽມເຄື່ອນຍ້າຍອອກຈໍາໜ່າຍ

ຈາກນັ້ນທາງກອງບັນຊາການ ປກສ ແຂວງ ຈິ່ງໄດ້ປະສານສົມທົບກັບກຳລັງກອງບັນຊາການທະຫານ ແຂວງອຸດົມໄຊເພື່ອວາງແຜນເຂົ້າມ້າງຄະດີ ຢ່າງຮີບດ່ວນ ດ້ວຍຮູບການເຂົ້າຈັບກຸມ ແລະ ກວດຄົ້ນເຄຫະສະຖານ (ເຮືອນ) ຢູ່ບ້ານພູສະຫວັນ ແລະ ຈຸດພັກເຊົາຂອງເປົ້າໝາຍຢູ່ບ້ານຫຼັກ 32 ພ້ອມທັງ ບັນຈຸກໍາລັງເຂົ້າກວດຄົ້ນ ຈຸດສົງໄສມີການຜະລິດຢາເສບຕິດຢູ່ໃນພື້ນທີ່(ສວນ) ຂອງເປົ້າໝາຍ ໂດຍຊ້ອງ ໜ້າກັບອົງການປົກຄອງບ້ານ ແລະ ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນແຂວງ ໂດຍມີຈຸດເປົ້າໝາຍທັງໝົດ 7 ຈຸດ, ຜ່ານການຈັດຕັ້ງປະຕິບັດສາມາດກັກຕົວເປົ້າໝາຍ ແລະ ຍຶດເຄື່ອງຂອງກາງຫຼາຍປະເພດ.

ຈຸດທີ 1 ກວດຄົ້ນເຄຫະສະຖານ ( ເຮືອນ ) 2 ຫຼັງ ແລະ ກວດຄົ້ນພື້ນທີ່(ສວນ)ຈຸດຜະລິດຢາເສບຕິດ ຢູ່ເຂດບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ວາລີ ວ້າ ອາຍຸ 31 ປີ, ສັນຊາດ ລາວ, ປະຊາຊົນ ພົບຂອງກາງ ເຄື່ອງຈັກຜະລິດຢາບ້າຈໍານວນ 2 ເຄື່ອງ ຢາເສບຕິດປະເພດ(ຢາບ້າ)ຈໍານວນ 1.469.999 ເມັດ ນ້ໍາໜັກ 139,2 ກິໂລ ກຣາມ,ຢາບ້າ ທີ່ຍັງເປັນແປ້ງຝຸ່ນສີແດງ ບໍ່ທັນໄດ້ອັດເປັນເມັດ ມີຈໍານວນ 846,5 ກິໂລກຣາມ,ຢາໄອສ໌ ນ້ໍາໜັກ 3 ກິໂລກຣາມ,ຢາປະເພດເມັດສີຂາວມີເຄື່ອງໝາຍ WY ຄ້າຍຄືຢາບ້າ ຈໍານວນ 8.791 ເມັດນ້ໍາໜັກ 800 ກຣາມ,ແປ້ງຝຸ່ນສີຂາວ ນ້ໍາໜັກ 17,2 ກິໂລກຣາມ,ກາຈໍ້າ ມີເຄື່ອງໝາຍຕົວ Y ຈໍານວນ 1 ອັນ, ມີເຄື່ອງໝາຍຕົວ A ຈໍານວນ 1 ອັນ ແລະ ເຄື່ອງ ໝາຍເລກ 1ຈໍານວນ 1 ອັນ,ຖົງຢາງເປົ່າ 17,2 ກິໂລກຣາມ, ລົດຈັກ 2 ຄັນ, ກວດຄົ້ນເຮືອນ 2 ຫຼັງ ພົບຂອງກາງ ເງິນກີບ ຈໍານວນ 18.000.000 ກີບ, ເງິນບາດໄທ 155.000 ບາດ, ສາຍຄໍຄ້າຍຄືຄໍາ 1 ເສັ້ນ,ລົດຈິບ ຍີ່ຫໍ້ TOYOTA ລຸ້ນ FORTUNER ສີຂາວ ທະບຽນ ກກ 3889 ອຸດົມໄຊ,ລົດກະບະ HUYNDAI ສີຂາວ ( ບໍ່ມີປ້າຍ ) ແລະ ລົດຈັກ 2 ຄັນ.

ຈຸດທີ 2 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ຕຸວ້າ ອາຍຸ 20 ປີ, ສັນຊາດລາວ, ປະຊາຊົນ,ຂອງກາງ ຢາບ້າ 218 ເມັດ ນ້ໍາໜັກ 22,7 ກຣາມ,ປືນສັ້ນ 9 ມມ 1 ກະບອກ ພ້ອມລູກປືນ 24 ລູກ,ລົດຈັກ 1 ຄັນ,ເງິນກີບ ຈໍານວນ 43.000.000 ກີບ,ເງິນບາດ ຈໍານວນ 98.000 ບາດ,ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ.

ຈຸດທີ 3 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ໄມ່ມົວ ອາຍຸ 49 ປີ, ສັນຊາດລາວ, ປະຊາຊົນ ມີຂອງກາງ ຢາບ້າ 95 ເມັດ ນ້ໍາໜັກ 10,1 ກຣາມ,ເງິນກີບ ຈໍານວນ 1.700.000 ກີບ,ເງິນບາດໄທ ຈໍານວນ 111.000 ບາດ, ຕາດ່ຽງຊັງຢາຝິ່ນ 1 ອັນ,ໂທລະສັບ 6 ເຄື່ອງ,ໃບຕາດິນ 1 ໃບ.

ຈຸດທີ 4 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ໄມ່ຊົງ ອາຍຸ 16 ປີ, ສັນຊາດລາວ, ປະຊາຊົນ,ມີຂອງກາງ ຢາບ້າ 366 ເມັດ ນ້ໍາໜັກ 31,8 ກຣາມ,ເງິນກີບ ຈໍານວນ 9.000.000 ກີບ,ເງິນບາດໄທ ຈໍານວນ 217.000 ບາດ,ລົດຈັກ ຮອນດາເວບ 1 ຄັນ,ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ ນ້ໍາໜັກ 36,1 ກຣາມ,ໂທລະສັບ 3 ເຄື່ອງ.

ຈຸດທີ 5 ຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ເຊັງວ້າ ອາຍຸ 18 ປີ, ສັນຊາດລາວ, ປະຊາຊົນ,ເຄື່ອງຂອງກາງຍຶດໄດ້ມີ ເງິນກີບ ຈໍານວນ 1.700.000 ກີບ,ເງິນບາດ ຈໍານວນ 219.000 ບາດ, ສາຍຄໍສີເຫຼືອງຄ້າຍຄືຄໍາ ພ້ອມກີ້ 1 ເສັ້ນ, ນໍ້າໜັກ 19,4 ກຣາມ,ປືນແກັບ 01ກະບອກ.ເປົ້າໝາຍຈຳນວນດັ່ງກ່າວ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ.

ຈຸດທີ 6 ເຄຫະສະຖານ ( ເຮືອນ ) 1 ຫຼັງ ຢູ່ບ້ານ ຫຼັກ 32 ແລະ ກວດຄົ້ນຈຸດຜະລິດຢາເສບຕິດ ຢູ່ເຂດບ້ານພູສະຫວັນ ເມືອງໄຊ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ກາເຢັງຊົງ ອາຍຸ 34 ປີ, ສັນຊາດລາວ, ອາຊີບສອມແປງລົດ, ຢູ່ບ້ານຫຼັກ 32, ເມືອງໄຊ, ແຂວງອຸດົມໄຊ ຂອງກາງມີ ເຈ້ຍປໍສາ 60 ກິໂລກຣາມ,ສະກ໋ອດສີຂາວ 17 ກໍ່,ສະກ໋ອດສີເຫຼືອງ 5 ກໍ່,ຖົງຢາງ 2 ຕັບ,ຢາງບ້ວງສີແດງ 2 ກິໂລກຣາມ,ເງິນກີບ ຈໍານວນ 210.000.000 ກີບ,ປື້ມບັນຊີເງິນຝາກ 1 ຫົວ,ໂທລະສັບ 2 ເຄື່ອງ,ສາຍຄໍສີເຫຼືອງຄ້າຍຄືຄໍາ ພ້ອມກີ້ພະ 1 ເສັ້ນ ນ້ໍາໜັກ 77,1 ກຣາມ,ປືນລົມ 1 ກະບອກ ພ້ອມລູກ 2 ລູກ,ເອກະສານນໍາໃຊ້ລົດ 1 ຊຸດ,ລົດກະບະ ຍີ່ຫໍ້ TOYOTA ລຸ້ນ REVO ສີປອນເງິນ ທະບຽນ ມຂ 8866 ກໍາແພງນະຄອນຈຳນວນ 1 ຄັນ,ເຄື່ອງຈັກຜະລິດຢາບ້າ 1 ເຄື່ອງ, ເຄື່ອງອັດຢາບ້າ ພ້ອມຈັກປັນໄຟ 1 ເຄື່ອງ,ຢາບ້າເມັດສີຂຽວ ຈໍານວນ 43.956 ເມັດ ນ້ໍາໜັກ 4 ກິໂລ ກຣາມ,ຢາໄອສ໌ ນ້ໍາໜັກ 1 ກິໂລກຣາມ,ຖົງຢາງເພື່ອບັນຈຸຢາບ້າ ( ຖົງເປົ່າ ) ນ້ໍາໜັກ 13,6 ກິໂລ ກຣາມ,ແປ້ງຝຸ່ນສີແດງ ນ້ໍາໜັກ 1,5 ກິໂລກຣາມ,ແປ້ງຝຸ່ນສີຂຽວ 1 ຖົງນ້ອຍ ນ້ໍາໜັກ 360 ກຣາມ,ແປ້ງຝຸ່ນສີຂາວ 9,4 ກິໂລກຣາມ,ກາຈ້ໍາ ມີເຄື່ອງໝາຍຕົວ Y ຈໍານວນ 4 ອັນ, ມີເຄື່ອງໝາຍຕົວ A ຈໍານວນ 3 ອັນ ແລະ ເຄື່ອງ ໝາຍເລກ 1 ຈໍານວນ 3 ອັນ,ລົດຊິ້ງ 1 ຄັນ.

ຈຸດທີ 7 ເຄຫະສະຖານ ( ເຮືອນ ) 1 ຫຼັງ ຢູ່ບ້ານຫຼັກ 32 ກັກຕົວຜູ້ຖືກຫາໄດ້ 2 ຄົນ ຊື່ ທ້າວ ເຈຍ ວ້າ ອາຍຸ 26 ປີ, ສັນຊາດລາວ, ປະຊາຊົນ ຢູ່ບ້ານພູສະຫວັນ ແລະ ນາງ ເດົາລີ ອາຍຸ 24 ປີ, ສັນຊາດລາວ, ປະຊາຊົນ ຢູ່ບ້ານປຸງວົງ, ເມືອງໄຊ, ແຂວງອຸດົມໄຊ ມີຂອງກາງ ຢາບ້າ ຈໍານວນ 81 ມັດ ກັບ 4 ຖົງນ້ອຍ ມີ 162.800 ເມັດ ນ້ໍາໜັກ 19 ກິໂລກຣາມ,ລົດກະບະ ແດຫັນ ສີປອນເງິນ ທະບຽນ ກດ 1622 ກໍາແພງນະຄອນຈຳນວນ 1 ຄັນ. ຜ່ານການສືບສວນ-ສອບສວນ ທ້າວ ວາລີ ວ້າ ໄດ້ໃຫ້ການຮັບສະພາບວ່າ ໄດ້ເຄື່ອນໄຫວຜະລິດຢາບ້າແທ້, ເຄື່ອງຂອງກາງຢາເສບຕິດ, ເຄື່ອງຈັກ, ເຄື່ອງມື, ອຸປະກອນທີ່ໃຊ້ຜະລິດຢາເສບຕິດ ທີ່ເຈົ້າໜ້າທີ່ກວດກາພົບເຫັນ ແລະ ຍຶດໄດ້ ຢູ່ສວນຂອງຜູ້ກ່ຽວນັ້ນແມ່ນຂອງຜູ້ກ່ຽວແທ້ ເຊິ່ງເລີ່ມຜະລິດຢາບ້າມາແຕ່ເດືອນ ກຸມພາ 2021 ເປັນຕົ້ນມາ ໂດຍມີຜູ້ຮ່ວມຂະບວນການໃນການຜະ ລິດຢາບ້າໃນຄັ້ງນີ້ຫຼາຍຄົນ, ປະຈຸບັນລາຍຄະດີດັ່ງກ່າວຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີເພື່ອຂະຫຍາຍຜົນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here