ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ-19 ຢູ່ແຂວງວຽງຈັນ

0
2151

ສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຍັງກະຈາຍເປັນວົງກ້ວາງ ຢູ່ບາງເຂດ, ເມືອງ, ແຂວງ ໃນທົ່ວປະເທດ ແລະ ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນ ດັ່ງນັ້ນ, ຄະນະກຳມະການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-119 ແຂວງວຽງຈັນ ອອກແຈ້ງການ ດັ່ງນີ້:

1.ໃຫ້ຄະນະສະເພາະກິດເມືອງໂພນໂຮງ ເຊິ່ງເປັນເມືອງທີ່ກຳລັງມີການລະບາດ ຂອງພະຍາດໂຄວິດ-19 ໃນຊຸມຊົນ, ເມືອງັງວຽງ ທີ່ເປັນແຫຼ່ງທ່ອງທ່ຽວຂອງແຂວງ ແລະ ເມືອງອື່ນໆ ທີ່ເຫັນວ່າສ່ຽງ ໃຫ້ຈັດຕັ້ງກວດກາວິເຄາະຫາຜູ້ຕິດເຊື້ອ, ຄົ້ນຫາຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອ ເພື່ອນຳຕົວມາປິ່ນປົວໃຫ້ຫາຍດີໂດຍໄວ, ພ້ອມທັງ ໃຫ້ບັນດາເມືອງສືບຕໍ່ເພີ່ມທະວີການໂຄສະນາ, ສຸຂະສຶກສາ ຈັດຕັ້ງຂະບວນການສັກວັກຊີນ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍບູລາມະສິດ ໃນທົ່ວແຂວງວຽງຈັນ ໂດຍປະຕິມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ.

2 ສືບຕໍ່ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອາຫານບຸບເຟ້ທຸກປະເພດ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາພື້ນເມືອງ, ຮ້ານສະນຸກເກີ, ສັງວຽນ ຕີໄກ່, ສະຫນາມບານເຕະຟຸດຊໍ ແລະ ສູນກິລາໃນຮົ່ມ ທຸກປະເພດ ໃນທົ່ວແຂວງວຽງຈັນ ພ້ອມທັງ ຫ້າມ ບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ… ໂດຍມອບໃຫ້ເຈົ້າຫນ້າ ທີ່ທີ່ກ່ຽວຂ້ອງ ເປັນເຈົ້າການຕິດຕາມ, ກວດກາ, ເຝົ້າລະວັງ ໃນກໍລະນີພົບເຫັນມີການລະເມີດ ແມ່ນໃຫ້ມີການເຮັດບັນທຶກ, ປັບໄໝຕາມລະບຽບການ, ຖ້າຍັງສືບຕໍ່ລະເມີດ ແມ່ນໃຫ້ຖອນໃບອະນຸຍາດ ດຳເນີນທຸລະກິດ ພ້ອມທັງດຳເນີນມາດຕະການກົດໝາຍ ຢ່າງເດັດຂາດ.

3 ຫ້າມປະຊາຊົນ ຫຼື ບຸກຄົນ ເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດບ້ານແດງ) ຄື: ບ້ານໃຫມ່, ບ້ານນາເລົາ ແລະ ບ້ານໂພນທັນ ຫຼື ເຂດທີ່ມີຄວາມສ່ຽງ(ບ້ານເຫຼືອງ) ເຊັ່ນ: ບ້ານຫຼັກ 52, ບ້ານໂພນເງິນ ເມືອງໂພນໂຮງ ແລະ ບ້ານທີ່ຕິດກັບບ້ານແດງ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງແຕ່ລະ ຂັ້ນ ດ້ວຍເງື່ອນໄຂ ແລະ ເຫດຜົນຈໍາເປັນ ທີ່ສຸດ.
4 ຫ້າມລົດບັນທຸກ, ລົດຂົນສົ່ງສິນຄ້າ ຫຼື ລົດທີ່ຈະເດີນທາງຜ່ານເສັ້ນທາງ 13 ເຫນືອ ໄປນະຄອນຫຼວງວຽງ ຈັນ, ໄປຍັງແຂວງພາກໃຕ້ ແລະ ແຂວງພາກເຫນືອ ຢຸດຈອດຢູ່ເຂດບ້ານແດງ ຫຼື ໃຫ້ນໍາໃຊ້ເສັ້ນທາງເມືອງ ທຸລະຄົມ ອອກໄປທາງນານົກຄຸ້ມ-ປາກງື່ມ ແລະ ເສັ້ນທາງດ່ວນ ໂດຍບໍ່ຜ່ານເຂົ້າມາໃນເມືອງໂພນໂຮງ ຖ້າບໍ່ຈໍາເປັນ ເພື່ອບໍ່ໃຫ້ມີຄວາມສ່ຽງຕິດເຊື້ອພະຍາດ.
5 ຫ້າມຈັດງານລ້ຽງສັງສັນ, ຊຸມແຊວ, ມົ້ວສຸມດື່ມແອວກໍຮໍ (ເຫຼົ້າ, ເບຍ) ທຸກຮູບແບບ ໃນທຸກສະຖານທີ່. ໂດຍສະເພາະ ສະຖານທີ່ທ່ອງທ່ຽວ, ສວນອາຫານທີ່ໄດ້ເປີດບໍລິການແລ້ວ ຫ້າມບໍ່ໃຫ້ບໍລິການເຄື່ອງດື່ມທີ່ ມີທາດເຫຼົ້າ ເປັນຕົ້ນແມ່ນ ຢູ່ເມືອງວັງວຽງ ທີ່ມີຮ້ານອາຫານໃຫ້ບໍລິການຢູ່ຕາມແຄມນ້ໍາຊອງ, ເມືອງທຸລະ ຄົມ, ເມືອງແກ້ວອຸດົມ ແລະ ເມືອງອື່ນໆ… ທີ່ມີສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ, ມີນັກທ່ອງທ່ຽວຈາກ ນະຄອນຫຼວງວຽງຈັນ ເຊິ່ງເປັນແຂວງທີ່ຍັງມີການລະບາດໃນຊຸມຊົນ ມັກມາທ່ຽວເປັນປະຈໍາ ໂດຍມອບ ໃຫ້ຄະນະສະເພາະກິດເມືອງ ເປັນເຈົ້າການຄົ້ນຄວ້າກໍານົດມາດຕະການປ້ອງກັນສະເພາະ ຢ່າງລະອຽດ,
ຮັດກຸມ, ສ້າງບົດບັນທຶກ ພ້ອມທັງ ຕິດຕາມ, ກວດກາ ເພື່ອປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດຢ່າງ ເດັດຂາດ.
6 ມອບໃຫ້ຄະນະສະເພາະກິດຂັ້ນເມືອງ, ບ້ານ ແລະ ເຈົ້າຫນ້າທີ່ທີ່ກ່ຽວຂ້ອງ ຢູ່ແຕ່ລະຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຫນ້າທີ່ຂອງຕົນ ດ້ວຍຄວາມເອົາໃຈໃສ່. ນອກຈາກເນື້ອໃນຂອງແຈ້ງການສະບັບນີ້ ແມ່ນໃຫ້ແຕ່ລະເມືອງ, ບ້ານ ແລະ ທຸກພາກສ່ວນ ຈັດຕັ້ງປະຕິບັດຕາມແຈ້ງການຂອງຄະນະສະເພາະກິດ ເລກທີ 014/ຄສກ.ວຈ ລົງວັນທີ 19 ມິຖຸນາ 2021 ຢ່າງເຂັ້ມງວດ. ໃນກໍລະນີຈໍາເປັນ ອາດພິຈາລະນາ
ຍົກລະດັບມາດຕະການຕ່າງໆ ຕາມສະພາບການຕົວຈິງຂອງທ້ອງຖິ່ນ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການ ສະບັບນີ້ດ້ວຍ.

LEAVE A REPLY

Please enter your comment!
Please enter your name here