ອີງຕາມການລາຍງານ ຈາກສຳນັກຂ່າວ ປະຊາຊົນ ໃຫ້ຮູ້ວ່າ: ໃນວັນທີ 1 ກໍລະກົດ ຜ່ານມານີ້ ໄດ້ຈັດຂຶ້ນພິທີ ມອບ-ຮັບ ກົນຈັກກະສິກຳໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ກົງທອງ ສິດທິໄຊ ວ່າການເຈົ້າເມືອງຊຽງຮ່ອນ ມີທ່ານ ບຸນເພັງ ແສນສະຫວັດ ຜູ້ປະສານງານໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ຫຼື LACP ມີພາກສ່ວນຈາກຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ, ນັກທຸລະກິດ ຜູ້ປະກອບການ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມ.
![](https://tholakhong.com/wp-content/uploads/2021/07/xienghorn2.jpg)
ໂຄງການຜະລິດກະສິກໍາເປັນສິນຄ້າຢູ່ ສປປ ລາວ ເປັນໂຄງການທີ່ໄດ້ຮັບທຶນກູ້ຢືມຈາກທະນາຄານໂລກ 25 ລ້ານໂດລາ ເຊິ່ງໄດ້ຮັບການເຊັນສັນຍາ ແລະ ອະນຸມັດໃນເດືອນພຶດສະພາ 2018 ໄລຍະການປະຕິບັດ 6 ປີ (2018-2024) ມີພື້ນທີ່ຈັດຕັ້ງປະຕິບັດຢູ່ 5 ແຂວງຄື: ແຂວງໄຊຍະບູລີ, ວຽງຈັນ, ນະຄອນຫຼວງ, ບໍລິຄໍາໄຊ ແລະ ແຂວງຄຳມ່ວນ ພືດຫຼັກທີ່ໂຄງການໃຫ້ການສົ່ງເສີມເພື່ອການຜະລິດເປັນສິນຄ້າມີຄື: ເຂົ້າ, ສາລີ ແລະ ພືດຜັກ, ສຳລັບຢູ່ເມືອງຊຽງຮ່ອນ ແມ່ນມີບ້ານເປົ້າ ໝາຍໂຄງການຜະລິດກະສິກໍາເປັນສິນຄ້ານີ້ ທັງໝົດ 21 ບ້ານ ມີ 1.614 ຄອບຄົວ, ມີ 37 ກຸ່ມຜະລິດຄື: ມີກຸ່ມຜະລິດແນວພັນເຂົ້າຈໍານວນ 3 ກຸ່ມ, ກຸ່ມຜະລິດເຂົ້າສະອາດເປັນສິນຄ້າຈໍານວນ 31 ກຸ່ມ ແລະ ກຸ່ມຜະລິດພືດຜັກສະອາດເປັນສິນຄ້າຈໍານວນ 3 ກຸ່ມ ມີເນື້ອທີ່ນາໃນລະດູຝົນ 1.452,19 ຮຕ ແລະ ລະດູແລ້ງ 800 ເຮັກຕາ, ນອນໃນ 6 ເຂດຊົນລະປະທານຄື: ນໍ້າມ່າວ, ນໍ້າງື່ມ, ນໍ້າແໜ້ນ, ນໍ້າຄ່ອມ, ນໍ້າຄ່ອມ 2 ແລະ ຊົນລະປະທານຮ່ອງຄໍ້າ.
![](https://tholakhong.com/wp-content/uploads/2021/07/03.jpg)
ໃນການສະໜັບສະໜູນໃນຄັ້ງນີ້ ໄດ້ສະໜອງລົດໄຖຄູໂບຕາໃຫຍ່ ໃຫ້ກຸ່ມຜະລິດເຂົ້າເປັນສິນຄ້າບ້ານລັບ 2 ກຸ່ມ, ກຸ່ມຜະລິດເຂົ້າເປັນສິນຄ້າບ້ານດອນຕັນ 2 ກຸ່ມ ແລະ ກຸ່ມຜະລິດເຂົ້າບ້ານດອນເຟືອງ 2 ກຸ່ມ ລວມທັງໝົດ 6 ຄັນ ທາງໂຄງການໄດ້ມອບທຶນສົມທົບໃຫ້ກຸ່ມຜະລິດ ຈຳນວນ 16.000 ໂດລາ ຕໍ່ 1 ກຸ່ມ ລວມມູນຄ່າທັງໝົດ 96.000 ໂດລາ ຫຼື (900 ລ້ານກວ່າກີບ) ແລະ ທຶນສົມທົບຂອງກຸ່ມອີກຈຳນວນໜຶ່ງ ຈຸດປະສົງຂອງໂຄງການ ກໍເພື່ອເຮັດໃຫ້ເກີດມີສິ່ງປ່ຽນແປງທາງດ້ານຜົນຜະລິດຂອງຊາວກະສິກອນໃນພື້ນທີ່ການຜະລິດ, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນໃນເຂດເປົ້າໝາຍເພື່ອເຮັດໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ກາຍເປັນທ່າແຮງໃນການຂັບເຄື່ອນແຜນພັດທະນວຽກ ງານກະສິກຳຂອງເມືອງມີຄຸນນະພາບດີກ່ວາເກົ່າ.