ອີງຕາມການຖະແຫຼງຂ່າວ ຈາກຄະນະສະເພາະກິດ ເວລາ 10 ໂມງ ຂອງວັນທີ 4 ກໍລະກົດ 2021, ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ກ່ຽວກັບ ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19
ໂດຍໄດ້ຮັບມອບໝາຍ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ຂ້າພະເຈົ້າ ຂໍແຈ້ງມາຍັງ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:
![](https://tholakhong.com/wp-content/uploads/2021/07/01.jpg)
ຜ່ານການປະເມີນສະພາບການລະບາດຂອງພະຍາດ COVID-19 ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆໃນຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ເຫັນວ່າ ພວກເຮົາສາມາດຄວບຄຸມການລະບາດໄດ້ໃນລະດັບໜຶ່ງ, ເຮັດໃຫ້ຕົວເລກຜູ້ຕິດເຊື້ອພາຍໃນປະເທດຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງປະເທດອ້ອມຂ້າງ ກໍຍັງປະເຊີນໜ້າກັບການລະບາດຮອບໃໝ່, ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເພີ່ມຂຶ້ນໃນແຕ່ລະວັນ, ຍິ່ງໄປກວ່ານັ້ນ ຍັງພົບເຫັນສາຍພັນໃໝ່ ທີ່ສາມາດແຜ່ເຊື້ອໄດ້ໄວ ແລະ ປັດຈຸບັນ ກໍພົບຜູ້ຕິດເຊື້ອສາຍພັນເດວຕາ ໃນ ສປປ ລາວ ຊຶ່ງເປັນກໍລະນີນຳເຂົ້າ.
![](https://tholakhong.com/wp-content/uploads/2021/07/02.jpg)
ຕໍ່ສະພາບການດັ່ງກ່າວ ເຫັນວ່າ ປະເທດເຮົາ ຍັງມີຄວາມສ່ຽງ ເນື່ອງຈາກວ່າ ບາງປະເທດໃກ້ຄຽງທີ່ມີການລະບາດໃນຊຸມຊົນ ໄດ້ມີມາດຕະການປິດກິດຈະການໃນບາງແຂວງ ເຮັດໃຫ້ແຮງງານລາວເດີນທາງກັບປະເທດຫຼາຍ. ສະນັ້ນ, ພວກເຮົາ ຕ້ອງສືບຕໍ່ກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບ ແລະ ຕ້ອງເຝົ້າລະວັງຕາມເຂດຊາຍແດນ ຢ່າງເຂັ້ມງວດ ເພື່ອສະກັດກັ້ນການລັກລອບເຂົ້າເມືອງ. ພ້ອມກັນນັ້ນ, ເພື່ອຫຼຸດຜ່ອນຜົນກະທົບດ້ານເສດຖະກິດ-ສັງຄົມ ແລະ ບັນລຸຄາດໝາຍໃນການຄວບການລະບາດ ເຮັດໃຫ້ມີຜູ້ຕິດເຊື້ອພະຍາດ COVID-19 ແລະ ຜູ້ເສຍຊີວິດໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ໄດ້ຫັນໄປສູ່ການດຳລົງຊີວິດປົກກະຕິ ພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal)ໄດ້ໄວ ແລະ ທົ່ວເຖິງ, ລັດຖະບານ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄຳສັ່ງ ເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ເລກທີ 671/ຫສນຍ, ລົງວັນທີ 19 ມິຖຸນາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 05 ກໍລະກົດ ຫາ ເວລາ 24:00 ໂມງ ຂອງວັນທີ 19 ກໍລະກົດ 2021, ພ້ອມທັງ ຜ່ອນຜັນບາງມາດຕະການ ດັ່ງນີ້:
![](https://tholakhong.com/wp-content/uploads/2021/07/03-1.jpg)
ມາດຕະການສືບຕໍ່ປະຕິບັດ:
- ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງ ອົງການປົກຄອງທ້ອງຖິ່ນ ກັບບຸກຄະລາກອນທາງການແພດ ແລະ ພາກສ່ວນຕ່າງໆຂອງສັງຄົມ ດ້ວຍຫຼາຍ ວິທີ; ພ້ອມທັງ ເພີ່ມການສັກວັກຊີນແກ່ກຸ່ມເປົ້າໝາຍ ໃຫ້ໄດ້ຕາມຄາດໝາຍ.
- ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
- ຫ້າມຫຼິ້ນກິລາທີ່ຮ່າງກາຍມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ.
- ສືບຕໍ່ປິດການຮຽນ-ການສອນ ຢູ່ສະຖານການສຶກສາ ທຸກຊັ້ນ ທຸກສາຍ ຢູ່ນະຄອນຫຼວງວຽງຈັນ ຫຼືແຂວງທີ່ມີການລະບາດໃນຊຸມຊົນ, ຍົກເວັ້ນ ໂຮງຮຽນກິນນອນ.
- ສືບຕໍ່ປິດບັນດາໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນ ໂຮງງານທີ່ພະນັກງານ, ກໍາມະກອນ ໄດ້ສັກວັກຊີນ ຄົບ 02 ເຂັມແລ້ວ, ໂຮງງານທີ່ມີຫໍພັກຂອງແຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ແລະ ອຸປະກອນການແພດ ແຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ປະກອບ ການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດທີ່ປິດ ມີລະບຽບການໃນການຄຸ້ມຄອງແຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ ແລະ ປະສານສົມທົບກັບອົງການກ່ຽວຂ້ອງ ເພື່ອປະຕິບັດນະໂຍບາຍ ສະຫວັດດີການ ໃຫ້ແກ່ແຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ.
- ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນ ໄຂ ແລະ ເຫດຜົນຈຳເປັນ.
- ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
- ສືບຕໍ່ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
–ສືບຕໍ່ປະຕິບັດມາດຕະການຜ່ອນຜັນ
- ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
- ສືບຕໍ່ອະນຸຍາດໃຫ້ຍ່າງອອກກຳລັງກາຍຕາມສະຖານທີ່ຕ່າງໆ ແລະ ຫຼິ້ນກິລາກາງແຈ້ງ ທີ່ຮ່າງກາຍບໍ່ໄດ້ສຳພັດກັນ.
- ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
- ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
- ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່.
- ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດ ຈຳນວນເຮືອຫາປາ ແລ້ວຈຶ່ງອະນຸຍາດ ໂດຍກ່ອນຈະອອກໄປ ກໍຕ້ອງໄດ້ບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
- ສືບຕໍ່ອະນຸຍາດໃຫ້ເດີນທາງເຂົ້າ-ອອກ ຢູ່ພາຍໃນທ້ອງຖິ່ນ ທີ່ບໍ່ມີການລະບາດໃນຊຸມຊົນ ໄດ້ປົກກະຕິ.
- ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງຕໍ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຜູ້ໂດຍສານ ເຂົ້າ-ອອກ ນະຄອນຫຼວງວຽງຈັນ ຫຼື ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ສັກວັກຊີນ ຄົບ 02 ເຂັມ ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື ຄັກແນ່. ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
- ສືບຕໍ່ອະນຸຍາດໃຫ້ຜູ້ຂັບຂີ່ລົດ ແລະ ພະນັກງານຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ຕ້ອງກວດຫາເຊື້ອພະຍາດ COVID-19 ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
- ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ, ວິສາຫະກິດ ທົ່ວນະຄອນຫຼວງວຽງຈັນ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ແຕ່ໃຫ້ມີການວັດແທກອຸນຫະພູມ, ມີເຈວລ້າງມືຢູ່ທາງເຂົ້າ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
- ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
- ອະນຸຍາດໃຫ້ເປີດຮຽນຄືນປີສຸດທ້າຍ ຂອງອາຊີວະສຶກສາ, ການສຶກສາຄູ, ພະລະ-ສິລະປະສຶກສາ ແລະ ການສຶກສາຊັ້ນສູງ ຢູ່ນະຄອນຫຼວງວຽງຈັນ ໂດຍຕ້ອງປະຕິບັດຕາມມາດຕະການປ້ອງກັນ, ຄວບຄຸມ ແລະ ການແຜ່ລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ.
- ອະນຸຍາດໃຫ້ເປີດສູນກິລາໃນຮົ່ມທຸກປະເພດ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ສຳລັບຢູ່ນະຄອນ ຫຼວງວຽງຈັນ ໃຫ້ເຈົ້າຂອງກິດຈະການດັ່ງກ່າວ ສະເໜີຂໍອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ໂດຍຜ່ານກະຊວງສຶກສາທິການ ແລະ ກິລາ. ສ່ວນແຂວງທີ່ມີການລະບາດໃນຊຸມຊົນ ໃຫ້ສະເໜີຂໍອະນຸຍາດຈາກ ຄະນະສະເພາະກິດຂັ້ນແຂວງ ໂດຍຜ່ານຂະແໜງສຶກສາທິການ ແລະ ກິລາ. ພ້ອມນີ້, ໃຫ້ກຳນົດມາດຕະການໃນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະຍາດ ຢ່າງເຂັ້ມງວດ, ທັງລົງກວດກາສະຖານທີ່ ກ່ອນອະນຸຍາດ ແລະ ຕິດຕາມການຈັດຕັ້ງປະຕິບັດ ພາຍຫຼັງເປີດບໍລິການ.
![](https://tholakhong.com/wp-content/uploads/2021/07/04-1.jpg)
ມອບໃຫ້ກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເດັດຂາດ ແລະ ເຂັ້ມງວດ.
ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 745/ຫສນຍ, ລົງວັນທີ 04 ກໍລະກົດ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 05 ຫາ 19 ກໍລະກົດ 2021. ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.