ເຫດຄົນແຂວນຄໍເສຍຊີວິດ ທີ່ ບ້ານໃໝ່ພູຄາ ເມືອງຫ້ວຍຊາຍ

0
1149

ຕາມການລາຍງານ ຂອງໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາ 13:55 ນາທີ ຂອງວັນທີ 03 ກໍລະກົດ 2021 ທີ່ຜ່ານມາ, ໜ່ວຍກູ້ຊີບ ໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າ: ມີຄົນແຂວນຄໍເສຍຊີວິດ ຢູ່ບ້ານ ໃໝ່ພູຄາ (ຄຸ້ມປ່າຊາງ) ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີຄົນແຂວນຄໍເສຍຊີວິດ. ເມື່ອໜ່ວຍກູ້ຊີບອົງການກາແດງ ແຂວງບໍ່ແກ້ວ ໄປຮອດສະຖານທີ່​ເກີດເຫດ ພົບເຫັນຜູ້ເສຍຊີວິດ 01 ຄົນ​:

ຂໍ້ມູນຜູ້ເສຍຊີວິດ: ທ້າວ ໄມວັນ, ອາຍຸ27ປີ, ສັນຊາດລາວ, ປັດຈຸບັນ ຢູ່ບ້ານ ໃໝ່ພູຄາ ເມືອງ ຫ້ວຍຊາຍ ແຂວງບໍ່ແກ້ວ.

ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່​ເກີດເຫດ ຈື່ງ​ໄດ້ທຳການ CPR, ແຕ່ບໍ່ມີການຕອບສະໜອງແຕ່ຢ່າງໃດ.

ຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງ ຂອງຜູ້ເສຍຊິວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເທີນ.

LEAVE A REPLY

Please enter your comment!
Please enter your name here