ການາດາ ຮ້ອນສຸດຂີດ ຫຼັງຄື້ນຄວາມຮ້ອນດັນອຸນຫະພູມສູງເປັນປະຫວັດສາດວັດສາດ

0
1063

ການາດາ ຮ້ອນແຮງ ເສຍຊີວິດແລ້ວ 230 ຄົນ ໃນລັດບິຣຕິດໂຄລຳເບຍ (British Columbia) ຫຼັງຄື້ນຄວາມຮ້ອນດັນອຸນຫະພູມສູງເປັນປະຫວັດສາດ.

ລັດບິຣຕິດໂຄລຳເບຍ ຂອງການາດາ ກໍລັງປະເຊີນໜ້າກັບພາວະຄື້ນຄວາມຮ້ອນ ມີລາຍງານຜູ້ເສຍຊີວິດແລ້ວ 233 ຄົນ ແຕ່ວັນສຸກ ວັນທີ 25 ມິຖຸນາ 2021 ທີ່ ຜ່ານມາ, ເຈົ້າໜ້າທີ່ຄາດວ່າ ຈະຍັງມີຕົວເລກເພີ່ມຂຶຶ້ນ, ພ້ອມຂໍໃຫ້ປະຊາຊົນເອົົາໃຈໃສ່ບຸກຄົນໃກ້ໂຕ ໂດຍສະເພາະ ຜູ້ສູງອາຍຸ, ເດັກນ້ອຍ ແລະ ຜູ້ມີບັນຫາດ້ານສຸຂະພາບ ເພາະຖືວ່າເປັນກຸ່ມສ່ຽງ.

ແວນຄູເວີ້ (Vancouver) ເມືອງໃຫຍ່ ຂອງລັດບິຣຕິດໂຄລຳເບຍ (British Columbia) ມີອຸນຫະພູມ 37 ອົງສາ ຫາ 38 ອົງສາ ເຊິ່ງເປັນອຸນຫະພູມທີ່ສູງເປັນປະຫວັດສາດ ເພາະໃນເມືອງແຫ່ງນີ້ ບໍ່ເຄີຍອຸນຫະພູມຮອດຂັ້ນນີ້ມາກ່ອນ, ສ່ວນໃນເມືອງລິດເຕີ້ ມີອຸຫະພູມສູງເຖິງ 49.4 ອົງສາ ໃນວັນອັງຄານທີ່ຜ່ານມາ.

ກ່ອນໜ້ານີ້ ເຈົ້າໜ້າທທີ່ທາງການ ຂອງລັດບິຣຕິດໂຄລຳເບຍ ໄດ້ຮັບລາຍງານຜູ້ເສຍຊີວິດໃນລັດແວນຄູເວີ (Vancouver) ລວມທັງເມືອງເບນາບີ (Burnaby) ແລະ ເຊີຣີ (Surrey) ທີ່ຢູ່ໃກ້ຄຽງ

ເຈົ້າໜ້າທີຫຼາຍເມືອງໄດ້ຮັບລາຍງານການເສຍຊີວິດຢ່າງກະທັນຫານ ໂດຍເຊື່ອວ່າຄວາມຮ້ອນເປັນສ່ວນສຳຄັນ ທີ່ເຮັດໃຫ້ມີການເສຍຊີວິດໃນຄັ້ງນີ້. ເຈົ້າໜ້າທີ່ໃຫ້ຮູ້ອີກວ່າ: ຜູ້ເສຍຊີວິດ ໃຫຍ່ຈະເປັນຜູ້ສູງອາຍຸ ແລະ ຜູ້ທີ່ມີບັນຫາສຸຂະພາບ.

LEAVE A REPLY

Please enter your comment!
Please enter your name here