ປິດ 4 ບ້ານ ຢູ່ ເມືອງຄົງເຊໂດນ ແຂວງສາລະວັນ

0
1598

ແຈ້ງການ ຈາກເຈົ້າເມືອງຄົງເຊໂດນ ເລື່ອງໃຫ້ປະຕິບັດມາດຕະການປ້ອງກັນ, ຄວບຄຸ, ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-1 ນັບແຕ່ວັນທີ 04 ກໍລະກົດ ຫາ 19 ກໍລະກົດ 2021.

ເພື່ອຮັບປະກັນການປ້ອງ ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ – 19 ຢູ່ ເມືອງຄົງເຊໂດນ, ໃນ ວັນທີ 5 ກໍລະກົດ 2021 ມື້ນີ້ ແມ່ນໄດ້ມີການປະຕິບັດຢ່າງເຂັ້ມງວດຕໍ່ມາດຕະການປ້ອງກັນ, ຄວບຄຸມ ເຊັ້ນ: ການເຂົ້າ-ອອກ ລະຫ່ວາງບ້ານ ຫາ ບ້ານ ໃນທົ່ວເມືອງມີຈຳນວນ 84 ບ້ານ, ໂດຍສະເພາະແມ່ນໃຫ້ອຳນາດການປົກຄອງໃນ 4 ບ້ານຄື: ບ້ານທົ່ງຈະເລີນ, ບ້ານຄົງໃຫຍ່, ບ້ານຄົງນ້ອຍ ແລະ ບ້ານຄົງນະຄອນ ປິດການເຂົ້າອອກຊົ່ວຄາວ ພ້ອມທັງຕັ້ງຈຸດກວດກາຄົນເຂົ້າ – ອອກຕະຫຼອດ 24 ຊົ່ວໂມງ ຢ່າງເຂັ້ມງວດ, ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ ໄປມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວ (ຍົກເວັ້ນກໍລະນີຈໍາເປັນເທົ່ານັ້ນ) ແລະ ຍັງໄດ້ກໍານົດເອົາ 8 ບ້ານອ້ອມຂ້າງທີ່ມີຄວາມສ່ຽງຄື: ບ້ານບຶງກາງ, ບ້ານທ່າຄໍ້, ບົວລະພາ, ໂນນຄໍ້, ໝື່ນປູ, ນາແພງໃຫຍ່, ວັງການຮຸງ ແລະ ບ້ານໂຮງເລື່ອຍມີໄຊ ປິດການສັນຈອນໄປມານັບແຕ່ເວລາ 9 : 00 ໂມງ ຂອງຕອນແລງ ຫາ 5:00 ໂມງ ຂອງຕອນເຊົ້າ ຍົກເວັ້ນກໍລະນີຈໍາເປັນ ສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານອອກໃບຢັ້ຢືນໃຫ້ຈິງສາມາດໄປໄດ້, ປິດກິດຈະກໍາ ຮ້ານກິນດື່ມ, ຮ້ານບັນເທີງ-ຄາລາໂອເກະ, ຄຣິນິກ, ຮ້ານອິນເຕີເນັດ, ຮ້ານສະໜຸກເກີ້, ຮ້ານເສີມສວຍ, ຮ້ານຕັດຜົມ, ເດີ່ນຟຸດຊໍ, ຟິດເນັດ, ຮ້ານນວດສະປາ ແລະ ສະໜາມຕີໄກ່ທົ່ວເມືອງ, ປິດການຮຽນການສອນຊົ່ວຄາວແຕ່ມໍ 1 ຫາ ມໍ 6 ສ່ວນຂັ້ນມໍ 4 ແລະ ມໍ 7 ແມ່ນສືບຕໍ່ຮຽນປົກກະຕິ ໂດຍໃຫ້ຮັກສາມາດຕະການປ້ອງກັນ ພະຍາດໂຄວິດ – 19 ຢ່າງເຂັ້ມງວດ

ອະນຸຍາດເປີດຮ້ານຂາຍເຄື່ອງຍ່ອຍ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍຢາ, ຮ້ານຂາຍເຄື່ອງກໍ່ສ້າງ-ເຄື່ອງໄຟຟ້າ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສິດ, ໂຮງງານນໍ້າດື່ມ, ນໍ້າກ້ອນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຮັກສາໄລຍະຫ່າງ, ໃສ່ຜ້າອັດປາກ-ປອັດດັງ, ລ້າງມືດ້ວຍສະບຸ ຫຼື ເຈວທີ່ສ່ວນປະສົມຂອງເຫຼົ້າ, ແລະ ໃຫ້ອໍານາດການປົກຄອງແຕ່ລະບ້ານຕິດຕາມກວດກາຄົນເຂົ້າ-ອອກ ພາຍໃນບ້ານ ໂດຍສະເພາະຜູ້ທີ່ເດີນທາງມາແຕ່ເຂດສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ- 19 ທັງພາຍໃນ ແລະ ຕ່າງປະເທດ ຖ້າພົບເຫັນວ່າ ບຸກຄົນໃດຫາກລັກລອບເຂົ້າມາໂດຍບໍ່ໄດ້ຮັບອະນຸຍາດ ແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ ຂອງບ້ານ-ເມືອງ.

ນອກນັ້ນຍັງໄດ້ມີການວາງກຳລັງລາດຕະເວນຢ່າງເຂັ້ມງວດ ໃນການເຄື່ອນໄຫວຕິດຕາມກວດກາ, ຄວບຄຸມ ເພື່ອຮັບປະກັນການປະຕິບັດມາດຕະການຂໍ້ຫ້າມຕ່າງໆໃຫ້ເຂັ້ມງວດ ຖ້າຫາກມີການຝ່າຝືນລະເມີນ ແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ ທີ່ກຳນົດໄວ້.

LEAVE A REPLY

Please enter your comment!
Please enter your name here