ພິທີເປີດນໍາໃຊ້ລະບົບປະຕິບັດການ “ລາວສູ້ ສູ້”

0
1348

ວັນທີ 05 ກໍລະກົດ 2021
ໃນວັນທີ 05 ກໍລະກົດ 2021, ທີ່ກະຊວງ ສາທາລະນະສຸກ ໄດ້ມີພິທີເປີດນໍາໃຊ້ ການບໍລິການ “ລາວ ສູ້ສູ້” ຜ່ານ ໂປຣແກຣມ LaoKYC ໂດຍການເປັນປະທານຮ່ວມຂອງ ທ່ານ ດຣ. ບຸນແຝງ ພູມາໄລສິດ, ລັດຖະມົນຕີ ກະຊວງ ສາທາລະນະສຸກ ແລະ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໂດຍ ມີຜູ້ເຂົ້າຮ່ວມຈາກ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ທີ່ມາຈາກ ຫ້ອງວ່າການ ສູນຍ, ກະຊວງ ສາທາລະນະສຸກ ແລະ ບັນດາກະຊວງກ່ຽວຂ້ອງ ເຂົ້າຮ່ວມທັງຫມົດ 30 ທ່ານ.

ເພື່ອສືບຕໍ່ເຝົ້າລະວັງ ແລະ ຕ້ານການແຜ່ລະບາດຂອງພະຍາດ Covid-19, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມ ມືກັບ ກະຊວງສາທາລະນະສຸກ ແລະ ບໍລິສັດ ເອັສບີເລັບ 856 ຈໍາກັດ ເຊິ່ງເປັນນັກພັດທະນາໂປຣແກຣມ ຄົນລາວ, ຊ່ວຍ ກັນພັດທະນາເຄື່ອງມື ເພື່ອຊ່ວຍໃນການເຝົ້າລະວັງ ແລະ ຕ້ານການລະບາດຂອງພະຍາດ Covid-19 ບໍລິການນີ້ມີຊື່ວ່າ “ລາວ ສູ້ສູ້” ໂດຍການນໍາໃຊ້ຜ່ານລະບົບໂປຣແກຣມ LaoKYC ຊຶ່ງເປັນການຫນູນໃຊ້ເຕັກໂນໂລຊີທີ່ທັນສະໄຫມເຂົ້າມາ ຊ່ວຍ ເພື່ອສ້າງຄວາມແນ່ນອນ, ຊັດເຈນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະແພດຫມໍ ໃນການຕິດຕາມການເດີນທາງ ຫຼື ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ມີຄວາມສ່ຽງ ໄດ້ຢ່າງຖືກຕ້ອງ ແລະ ຊັດເຈນ.

ການບໍລິການ “ລາວ ສູ້ສູ້” ມີຫນ້າທີ່ ແລະ ອົງປະກອບຄື:

  • iFeel (ອາການຂ້ອຍ): ເພື່ອໃຫ້ທ່ານສາມາດລາຍງານອງການຂອງຕົນເອງໃນການກັກຕົວຢູ່ບ້ານ ຫຼື ສະຖານທີ່ກັກຕົວເຊັ່ນ ລາຍງານ ອຸນນະພູມຮ່າງກາຍ, ອງການ ໄຂ້, ໄອ, ເມືອຍ, ແລະ ອື່ນໆ).
  • iGo (ໄປໃສ): ເພື່ອ Check-ln ກ່ອນເຂົ້າສະຖານທີ່ໃດຫນຶ່ງ ໂດຍການສະແກນ QR Code, ແລະ ລະບົບສາມາດຕິດຕໍ່ແຈ້ງເຕືອນທ່ານໄດ້ ຖ້າມີຄົນກຸ່ມສ່ຽງໄປສະຖານທີ່ດັ່ງກ່າວໃນເວລາ.
  • Timeline (ການເຄື່ອນໄຫວ): ເພື່ອເບິ່ງທາມລາຍທ່ານເອງ ແລະ ໃຊ້ລາຍງານ ແພດຫມໍໄດ້.
  • iVac (ສັກວັກຊິນ): ເພື່ອລົງທະບຽນ ແລະ ຈອງຄິວສັກວັກຊິນລ່ວງຫນ້າ.
  • iTest (ໄປກວດ): ເພື່ອລົງທະບຽນ ແລະ ຈອງຄິວເຂົ້າກວດເຊື້ອ Covid-19


“ລາວ ສູ້ສູ້” ຖືວ່າເປັນເຄື່ອງມືທີ່ສຳຄັນໃນການໝູນໃຊ້ເຕັກໂນໂລຊີທີີ່ທັນສະໄໝເຂົ້າມາຊ່ວຍອໍານວຍຄວາມສະດວກໃຫ້ແກ່ພະນັກງານແພດໝໍໃນເວລາເກີດການລະບາດໃນຊຸມຊົນ, ທີມງານແພດສາມາດໃຊ້ເຄື່ອງມືນີ້ເພື່ອກວດ, ກັ່ນກອງຊອກຫາຜູ້ຕິດເຊື້ອເປັນຕົ້ນແມ່ນຕິດຕາມຜູ້ທີ່ເດີນທາງເຂົ້າມາປະເທດ, ການເດີນທາງຂອງຄົນໃນປະເທດ, ການເຄື່ອນໄຫວຂອງຜູ້ຕິດເຊື້ອ ແລະ ຜູ້ທີ່ມີຄວາມສ່ຽງໄດ້ຢ່າງວ່ອງໄວ, ຊັດເຈນ ແລະ ມີປະສິດທິພາບ, ກະຊວງສາທາລະນະສຸກເຊື່ອໝັ້ນວ່າ ເຄື່ອງມື “ລາວ ສູ້ສູ້” ຈະສາມາດຊ່ວຍໃຫ້ພວກເຮົາສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ຕັ້ງໄວ້.

LEAVE A REPLY

Please enter your comment!
Please enter your name here