ແຂວງຄຳມ່ວນ ສັກວັກຊິນປ້ອງກັນໂຄວິດ-19 ໄດ້ 58 ພັນກວ່າຄົນ ແລ້ວ

0
802

ຕາມການລາຍງານຂອງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ພາຍຫຼັງທີ່ແຂວງໄດ້ຮັບຄໍາສັ່ງຈາກລັດຖະບານ ແລະ ຄະນະສະເພາະກິດຂັ້ນສູນກາງ ກໍ່ໄດ້ຫັນນິຕິກຳຕ່າງໆມາເປັນຂອງແຂວງ ໂດຍໄດ້ອອກຄຳສັ່ງ, ຄຳແນະນຳ ພ້ອມທັງໄດ້ມອບ ໝາຍຄວາມຮັບຜິດຊອບ ພາຍໃນຄະນະປະຈຳພັກແຂວງລົງເຄື່ອນໄຫວຊີ້ນຳບັນດາເມືອງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນໃນທົ່ວແຂວງ ໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານ-ສະມາຊິກພັກ, ກຳມະກອນ, ພໍ່ຄ້າຊາວຂາຍ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງພະຍາດໂຄວິດ-19.

ພ້ອມກັນນັ້ນ, ຍັງໄດ້ກຽມຄວາມພ້ອມທາງດ້ານສະຖານທີ່ເພື່ອນຳໃຊ້ເປັນໂຮງໝໍປິ່ນປົວຜູ້ຕິດເຊື້ອໂຄວິດ-19 ແບບເບົາບາງ ຈໍານວນ 02 ແຫ່ງຄື: ໂຮງຮຽນການເມືອງ-ການປົກຄອງແຂວງ ສາມາດບັນຈຸໄດ້ 300 ຕຽງ, ໂຮງໝໍຫີນບູນໃຕ້ ເມືອງຫີນບູນ ສາມາດບັນຈຸໄດ້ 25 ຕຽງ ແລະ ສູນປິ່ນປົວໃນຂັ້ນປານກາງ-ຮ້າຍແຮງ ຈຳນວນ 03 ແຫ່ງ, ສາມາດບັນຈຸໄດ້ 116 ຕຽງ ຄື: ຢູ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຫຼັງເກົ່າ) ບັນຈຸໄດ້ 48 ຕຽງ, ໂຮງໝໍທະຫານແຂວງ 38 ຕຽງ ແລະ ໂຮງໝໍຊຸມຊົນເມືອງຍົມມະລາດ 30 ຕຽງ. ເຊິ່ງໃນໄລຍະແຕ່ວັນທີ 01 ມັງກອນ ຫາ 30 ມິຖຸນາ 2021 ມີຈຳນວນແຮງງານເຂົ້າກັກກັນຢູ່ສູນສະສົມທັງໝົດ 1.895 ຄົນ, ໃນນັ້ນກັກກັນຄົບ 14 ວັນ ແລ້ວອອກຈາກສູນມີ 1.756 ຄົນ, ເກັບຕົວຢ່າງເພື່ອສົ່ງກວດຫາເຊື້ອທັງໝົດ 1.895 ຄົນ ແລະ ໄດ້ພົບຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 16 ກໍລະນີ (ຈໍານວນຜູ້ຕິດເຊື້ອທັງໝົດແມ່ນແຮງງານທີ່ກັບມາຈາກປະເທດເພື່ອນບ້ານ). ໃນນັ້ນປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍແລ້ວ 06 ຄົນ, ຍັງສືບຕໍ່ປິ່ນປົວ 10 ຄົນ.

ສຳລັບວຽກງານການບໍລິການສັກວັກຊິນ ແຂວງຄຳມ່ວນ ແມ່ນໄດ້ຮັບວັກຊິນຈາກສູນກາງທັງໝົດ 4 ຄັ້ງ. ໃນນັ້ນ, ປະກອບມີ ວັນຊິນຊະນິດ ຊີໂນຟາມຈໍານວນ 80.600 ໂດສ ແລະ ວັກຊິນຊະນິດ ອັດສະຕາເຊັນນີກາ ຈຳນວນ 6.000 ໂດສ ເຊິ່ງໄດ້ບໍລິການສັກວັກຊິນໃຫ້ກັບພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໄດ້ແລ້ວ 58.590 ຄົນ.ໃນນັ້ນ ເຂັມທີ 01 ໄດ້ 37.407 ຄົນ ແລະ ເຂັມທີ 02 ໄດ້ 21.183 ຄົນ. ພ້ອມນັ້ນກໍ່ຍັງຈະໄດ້ສືບຕໍ່ສະເໜີຂັ້ນສູນກາງ ເພື່ອນໍາເອົາວັກຊິນມາຊັກໃຫ້ແກ່ພໍ່ແມ່ປະຊາຊົນໃຫ້ບັນລຸໃນລະດັບ 50% ຂອງປະຊາກອນໃນທົ່ວແຂວງ ຫຼື ເທົ່າກັບ 219.831 ຄົນ.

LEAVE A REPLY

Please enter your comment!
Please enter your name here