ປະທານກາແດງລາວ ເຄື່ອນໄຫວຢ້ຽມຢາມ ແລະ ມອບອຸປະກອນກູ້ໄພສຸກເສີນ ໃຫ້ແຂວງບໍ່ແກ້ວ

0
1606

ຕາມການລາຍງານ ຂອງສຳນັກຂ່າວ ຂປລ ໃຫ້ຮູ້ວ່າ ໃນວັນທີ 2 ກໍລະກົດ 2021 ທີ່ຜ່ານມານີ້, ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຮັດວຽກທີ່ແຂວງບໍ່ແກ້ວ ແລະ ໄດ້ເຂົ້າພົບທ່ານ ປອ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ. ພ້ອມທັງກ່າວວ່າ: ການເຄື່ອນໄຫວວຽກງານ ຂອງອົງການກາແດງ ແມ່ນມີຄວາມສຳຄັນຫຼາຍ ເພື່ອເຮັດຫນ້າທີ່ຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ, ສະເພາະກາແດງແຂວງບໍ່ແກ້ວ ກໍໄດ້ຈັດຕັ້ງເຄື່ອນໄຫວວຽກງານຢ່າງຫ້າວຫັນ ແລະ ເປັນຂະບວນການ ພາຍໃຕ້ 9 ວຽກງານຕົ້ນຕໍ.

ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ

ສິ່ງສຳຄັນແມ່ນ ວຽກງານເລືອດ ທີ່ໄດ້ເອົາໃຈໃສ່ສູ້ຊົນໃຫ້ໄດ້ຄາດຫມາຍ ແຕ່ການຊົມໃຊ້ເລືອດຕົວຈິງແມ່ນເພີ່ມຂຶ້ນ. ສ່ວນວຽກງານກູ້ໄພ ແມ່ນວຽກງານໜຶ່ງເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາໄດ້ປີກວ່າ ເຫັນວ່າ ມີຄວາມສຳຄັນໃນການຮັບໃຊ້ສັງຄົມ; ສະນັ້ນ, ທ່ານປະທານອົງການກາແດງລາວ ຈຶ່ງໄດ້ສະເໜີໃຫ້ການນຳຂອງແຂວງ ໃຫ້ການສະໜັບສະໜູນຮ່ວມມືຢ່າງຈິງຈັງ, ຊ່ວຍເປັນກະບອກສຽງ ໃນການປຸກລະດົມຂົນຂວາຍຂະແໜງການຕ່າງໆ ອ້ອມຂ້າງແຂວງ ໃນການປຸກລະດົມທົ່ວສັງຄົມບໍລິຈາກເລືອດ, ການລະດົມທຶນຮອນ ແລະ ຂອດການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ແລະ ວຽກອື່ນໆ ທີ່ເຫັນວ່າຍັງບໍ່ໄດ້ຮັບການເອົາໃຈໃສ່ໃນຜ່ານມາ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງການມາຮັບໜ້າທີ່ໃໝ່ຂອງປະທານອົງການກາແດງລາວ ແລະ ມາເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ແກ້ວ ໃນຄັ້ງນີ້, ພ້ອມຢືນຢັນຈະໃຫ້ການສະໜັບສະໜູນ ແລະ ຄົ້ນຄວ້າ ປະສານສົມທົບໃຫ້ດີຂຶ້ນກວ່າເກົ່າ, ຖືເປັນໜ້າວຽກສຳຄັນ ເພາະວ່າເປັນໜ້າທີ່ພື້ນຖານ ໃນການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃນການຫຼຸດຜ່ອນຄວາມທຸກຍາກ ຕາມທິດທາງລັດຖະບານ ແລະ ຈະຊຸກຍູ້ອົງການກາແດງແຂວງຢ່າງໃກ້ຊິດຕິດແທດ.

ຈາກນັ້ນ ກໍໄດ້ມີພິທີມອບຮັບເຄື່ອງຊ່ວຍເຫຼືອບັນເທົາທຸກ ເພື່ອໄປມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ພາຍໃນແຂວງ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ເຂົ້າສານ, ນ້ຳດື່ມ, ໝີ່, ປາກະປ໋ອງ, ຢາທີ່ຈຳເປັນ ລວມທັງອຸປະກອນກູ້ໄພສຸກເສີນ ປະກອບມີ ບັ້ງມອດໄຟ, ເສື້ອຊູຊີບ, ກົງເບັງ, ເຊືອກກູ້ໄພ, ເກີບໂບກ, ເສື້ອກັນຝົນ, ໄຟສາຍ, ຕູ້ລຳໂພງ ແລະ ອຸປະກອນປະຖົມ ພະຍາບານ ເຊິ່ງລວມມູນຄ່າທັງໝົດແມ່ນ 21 ລ້ານກວ່າກີບ ໂດຍໄດ້ຮັບການສະໜັບສະໜູນຈາກ ກາແດງສິງກະໂປ ແລະ ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ.

LEAVE A REPLY

Please enter your comment!
Please enter your name here