ກຽມຂະຫຍາຍໂຮງໝໍພາກສະໜາມ ຢູ່ແຂວງຈຳປາສັກ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ

0
953

ຕາມການລາຍງານ ຂອງ ສຳນັກຂ່າວ ຂປລ ໃຫ້ຮູ້ວ່າ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ທັງເປັນຜູ້ປະຈຳການ ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ຂັ້ນແຂວງ ໄດ້ໃຫ້ສຳພາດກັບນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 7 ກໍລະກົດ 2021 ນີ້ວ່າ: ປັດຈຸບັນ, ແຂວງຈຳປາສັກ ກຽມຂະຫຍາຍໂຮງໝໍພາກສະໜາມ ຕື່ມອີກ 2 ແຫ່ງ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອ ໂຄວິດ-19 ຢູ່ໂຮງໝໍ 106 ແລະ ວິທະຍາໄລການເງິນພາກໃຕ້ ເນື່ອງຈາກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ພາຍໃນແຂວງມີຈຳນວນເພີ່ມຂຶ້ນ, ເຊິ່ງນັບແຕ່ຕົ້ນປີ 2021 ຫາ ວັນທີ 7 ກໍລະກົດ 2021 ມີຜູ້ຕິດເຊື້ອທັງໝົດ 571 ຄົນ, ຍິງ 273 ຄົນ (ຕິດເຊື້ອໃນຊຸມຊົນ 118 ຄົນ ແລະ ຕິດເຊື້ອນໍາເຂົ້າຈາກແຮງງານກັບມາແຕ່ປະເທດເພື່ອນບ້ານ 453 ຄົນ), ໃນນັ້ນ ມີຜູ້ຕິດເຊື້ອຕ່າງແຂວງ 190 ຄົນ ປະກອບມີ: ສາລະວັນ 154 ຄົນ, ສະຫວັນນະເຂດ 18 ຄົນ, ນະຄອນຫລວງ 9 ຄົນ, ຄໍາມ່ວນ 6 ຄົນ, ບໍລິຄໍາໄຊ, ເຊກອງ ແລະ ແຂວງວຽງຈັນ ແຂວງລະ 1 ຄົນ.

ມາຮອດປັດຈຸບັນ, ປິ່ນປົວຫາຍດີສະສົມ 371 ຄົນ, ຍັງສືບຕໍ່ປິ່ນປົວຈໍານວນ 200 ຄົນ ຢູ່ສູນປິ່ນປົວເມືອງໂພນທອງ ແລະ ໂຮງໝໍພາກສະໜາມຫຼັກ 21.

ທ່ານ ໂສມ ບຸດຕະກຸນ ໃຫ້ຮູ້ຕື່ມວ່າ: ແຮງງານລາວທີ່ເຂົ້າມາ ຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ສະສົມປີ 2021 ຮອດປັດຈຸບັນ ມີທັງໝົດ 11.090 ຄົນ ໃນນັ້ນ ຈໍາປາສັກ 7.044 ຕ່າງແຂວງ 4.046 ຄົນ. ສໍາລັບແຮງງານທີ່ເຂົ້າມາຈໍາກັດບໍລິເວນທີ່ສູນຫຼັກ 21 ປະຈຸບັນມີ 1.020 ຄົນ, ຍິງ 432 ຄົນ.

ໃນຂະນະດຽວກັນ, ທ່ານ ດຣ ລັດສະໝີ ສີພັນ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ແຂວງຈຳປາສັກ ໄດ້ກ່າວວ່າ: ປັດຈຸບັນ, ແຮງງານລາວທີ່ເຂົ້າມາຢູ່ສູນກັກກັນມີຈຳນວນຫຼາຍ ມື້ໜຶ່ງມີເຖິງ 100 ຫາ 200 ຄົນ ເຮັດໃຫ້ພວກເຮົາມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກສະຖານທີ່ຮອງຮັບບໍ່ພຽງພໍ, ເຄື່ອງອຸປະໂພກ ແລະ ເຄື່ອງໃຊ້ຕ່າງໆທີ່ຈຳເປັນກໍບໍ່ພຽງພໍ ເປັນຕົ້ນ ກໍຄື ສາດ, ໝອນ, ມຸ້ງ, ນ້ຳຢາຂ້າເຊື້ອ, ສະບູ ແລະ ອື່ນໆ.

ສໍາລັບ ຢູ່ສູນປິ່ນປົວ 2 ແຫ່ງ ທີ່ປິ່ນປົວຜູ້ທີ່ມີອາການເບົາບາງ ຫາຮ້າຍແຮງ ກໍພົບຄວາມຫຍຸ້ງຍາກຄືກັນ ເພາະວ່າຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ສູນປິ່ນປົວດັ່ງກ່າວເຕັມ. ສະນັ້ນ, ພວກເຮົາຈຳເປັນຕ້ອງໄດ້ຂະຫຍາຍ ໂຮງໝໍພາກສະໜາມເພີ່ມຕື່ມ ເພື່ອຮອງຮັບຄົນເຈັບທີ່ຕິດເຊື້ອໃໝ່, ແຕ່ກໍຍັງມີຄວາມຕ້ອງການ ສາດ, ໝອນ, ມຸ້ງ ແລະ ອຸປະ ກອນຮັບໃຊ້ທີ່ຈຳເປັນຕ່າງໆ ເພື່ອຮັບໃຊ້ຢູ່ໃນໂຮງໝໍພາກສະໜາມດັ່ງກ່າວ.

LEAVE A REPLY

Please enter your comment!
Please enter your name here