ລັດຖະມົນຕີຕ່າງປະເທດ ແຫ່ງສະຫະພັນຣັດເຊຍ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

0
1136

ຕາມການລາຍງານ ຈາກວິທະຍຸ ກະຈາຍສຽງ ແຫ່ງຊາດລາວ, ໃນວັນທີ 7 ກໍລະກົດ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະປຶກສາຫາລືກັບ ທ່ານ ເຊຣເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນຣັດເຊຍ ໃນໂອກາດນຳພາຄະນະຜູ້ແທນມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 6-7 ກໍລະກົດ 2021.

ການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໃນໄລຍະຜ່ານມາ ໂດຍໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະກັນ, ການພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາແຕ່ດົນນານ ໃນປີ 2021 ນີ້ ແມ່ນຄົບຮອບ 10 ປີ ແຫ່ງການເປັນຄູ່ຮ່ວມມືຍຸດທະສາດ ດ້ານຄວາມໝັ້ນຄົງໃນຂົງເຂດອາຊີ-ປາຊີຟິກ. ບົນຈິດໃຈດັ່ງກ່າວ, ສອງຝ່າຍ ໄດ້ເປັນເອກະພາບກັນເພີ່ມທະວີຊຸກຍູ້ການພົວພັນສອງຝ່າຍໃນຫລາຍຂົງເຂດ ເຊັ່ນ: ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ, ພະລັງງານ, ການສຶກສາ, ການທະຫານ, ວິທະຍາສາດ-ເຕັກໂນໂລຊີ, ການ ທ່ອງທ່ຽວ ແລະອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ແລະມີຜົນປະໂຫຍດຮ່ວມກັນ. ສອງຝ່າຍ ພ້ອມກັນຕີລາຄາສູງຕໍ່ການຮ່ວມມືໃນຂອບ ອາຊຽນ-ຣັດເຊຍ, ປີນີ້ ແມ່ນຄົບຮອບ 30 ປີ ແຫ່ງການພົວພັນອາຊຽນ-ຣັດເຊຍ ແລະ25 ປີ ແຫ່ງການເປັນຄູ່ຮ່ວມເຈລະນາ ອາຊຽນ-ຣັດເຊຍ, ເຊິ່ງໄລຍະຜ່ານມາ ຣັດເຊຍ ໄດ້ປະກອບສ່ວນຊຸກຍູ້ໃນຂົງເຂດການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນາທຳ-ສັງຄົມ ຂອງອາຊຽນ ກໍຄືການຮ່ວມມືຕ້ານການກໍ່ອາຊະຍາກຳຂ້າມຊາດ, ການຄ້າ ແລະການລົງທຶນ, ພະລັງງານ ແລະ ການຕ້ານໄພພິບັດ ປະກອບສ່ວນຊ່ວຍໃຫ້ອາຊຽນ ຮັບມືກັບສິ່ງທ້າທາຍ ແລະ ມີຜົນດີຕໍ່ການພັດທະນາໃນພາກພື້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການແກ້ໄຂບັນຫາສາກົນທີ່ພົ້ນເດັ່ນ ແລະສິ່ງທ້າທາຍຕ່າງໆ. ພ້ອມນີ້, ສອງຝ່າຍ ໄດ້ລົງນາມຮ່ວມກັນໃນແຜນການປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະ ເທດ ລາວ-ຣັດເຊຍ.

ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຂອງ ລັດຖະບານ ແລະ ປະຊາຊົນຣັດເຊຍ ທີ່ມີຕໍ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍສະເພາະການຊ່ວຍເຫລືອສ້າງຊັບພະຍາກອນມະນຸດ ແລະອຸປະກອນເຕັກນິກດ້ານການທະຫານ, ການຊ່ວຍເຫລືອດ້ານມະນຸດສະທໍາ, ອຸປະກອນການແພດເພື່ອກວດຫາເຊື້ອພະຍາດໂຄວິດ-19 ແລະວັກຊິນ ສະປຸດນິກວີ ຂອງຣັດເຊຍ.

ພ້ອມກັນນີ້, ທ່ານ ເຊຣເກ ລາວະຣົບ ຍັງໄດ້ປະດັບຫລຽນໄຊມິດຕະພາບໃຫ້ແກ່ ທ່ານ ສະເຫລີມ ໄຊກົມມະສິດ ເພື່ອເປັນການຍ້ອງຍໍສັນລະເສີນຜົນງານທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອມາຍາວນານ ລວມທັງການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຣັດເຊຍ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະເສີມຂະຫຍາຍຢ່າງຕັ້ງໜ້າຕະຫລອດໄລຍະຊຸມປີຜ່ານມາ.

ໃນການເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ທ່ານ ເຊຣເກ ລາວະຣົບ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here