ນະຄອນຫຼວງວຽງຈັນ ຈະສູ້ຊົນພັດທະນາຕົວໂຄງລ່າງ

0
995

ອີງຕາມການລາຍງານ ຂອງແຟນເພສ ປະຊາຊົນ ໃຫ້ຮູ້ວ່າ ປີ 2021 ນີ້, ນະຄອນຫຼວງວຽງຈັນ ຈະສູ້ຊົນຟື້ນຟູເສັ້ນທາງສາຍຫຼັກ ແລະ ເສັ້ນທາງສາຍແຈກ ຈໍານວນ 9 ເສັ້ນ ມີລວງຍາວ 23 ກິໂລແມັດ ແກ້ໄຂຈຸດທີ່ມີການສັນຈອນແອອັດຕາມທ້ອງຖະໜົນ ໂດຍການປັບປຸງເປີດກວ້າງ ແລະ ຂະຫຍາຍວົງວຽນຖະໜົນຄູວຽງ (ແຕ່ວົງວຽນຄອມເຊັນເຕີ ຫາ ວົງວຽນ 5 ເມສາ), ໜ້າໂຮງກາຍຍະສິນ ແລະ ຫ້າແຍກສະຫວ່າງ ຮ່ວມກັບອົງການ JICA. ສູ້ຊົນໃຫ້ໂຄງການກໍ່ສ້າງ ແລະ ພັດທະນາແຄມຂອງໄລຍະ II ແຕ່ຫຼັກ 3 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ໃຫ້ໄດ້ເລີ່ມຕົ້ນລົງມືຈັດຕັ້ງປະຕິບັດ.

ລົງເຜີຍແຜ່ ແລະ ຝຶກອົບຮົມ ລະບຽບຄຸ້ມຄອງການປຸກສ້າງ ໃຫ້ຫ້ອງການໂຍທາທິການ ແລະ ຂົນສົ່ງ 5 ເມືອງໃນ. ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງການປຸກສ້າງທີ່ຕິດພັນກັບການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງເຊັ່ນ: ມ້າງເທີບ-ເງີບ ທີ່ກວມເຂດສະຫງວນຂອງທາງ, ຕັດປ້າຍໂຄສະນາ, ກອງທຶນ, ກອງຊາຍ, ການຂາຍເຄື່ອງຕາມແຄມທາງໃນ 3 ເສັ້ນທາງຫຼັກຄື: ຖະໜົນໄກສອນ ພົມວິຫານ, ຖະໜົນສຸພານຸວົງ ແລະ ຖະໜົນລ້ານຊ້າງ. ອອກແບບປັບປຸງແຜນຜັງເທດສະບານເມືອງ ໃຫ້ໄດ້ 1 ເມືອງ. ສ້າງນິຕິກໍາລຸ່ມກົດໝາຍ, ບົດແນະນໍາດ້ານເຕັກນິກກ່ຽວກັບການຄຸ້ມຄອງ ປ້າຍໂຄສະນາ, ກອງຫີນ, ກອງຊາຍ, ການຈົກດິນ-ຖົມດິນ, ການສໍາຫຼວດເຂດສະຫງວນທາງຮ່ອມ, ຮ່ອງລະບາຍນ້ໍາ ແລະ ບ້ານຈັດສັນ ໃຫ້ໄດ້ 1 ສະບັບ.

ຊົນຊຸກຍູ້ໃຫ້ໂຄງການກໍ່ສ້າງຂະຫຍາຍນໍ້າປະປາຈິນາຍໂມ້, ນ້ໍາປະປາເທດສະບານເມືອງປາກງື່ມ, ນ້ໍາປະປາກຸ່ມບ້ານຊ້າງ ເມືອງໄຊທານີ, ນໍ້າປະປາດົງບັງ ແລະ ນ້ໍາປະປາເຂດນິຄົມອຸດສາຫະກໍາ ຫຼັກ 21 ໃຫ້ໄດ້ລົງມືຈັດຕັ້ງປະຕິບັດຕົວຈິງ. ສູ້ຊົນໃຫ້ໂຄງການບໍາບັດນ້ໍາເປື້ອນ ທີ່ນໍາໃຊ້ເງິນກູ້ຢືມຈາກ ຮົງກາຣີ ໄດ້ຖືກຮັບຮອງບົດສຶກສາຄວາມເປັນໄປໄດ້ ແລະ ດໍາເນີນຂັ້ນຕອນການອອກແບບລະອຽດ. ຈັດວາງຖັງເກັບມ້ຽນຂີ້ເຫຍື້ອ ຢູ່ໃນຂອບເຂດ 300 ບ້ານ ໃຫ້ໄດ້ 50%.

ຄວບຄຸມການເກັບມ້ຽນຂີ້ເຫຍື້ອໃຫ້ທົ່ວເຖິງ ດ້ວຍການເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ໃນຂອບເຂດ 300 ບ້ານ ໃຫ້ໄດ້ 100%. ພັດທະນາສະໜາມບໍາບັດຂີ້ເຫຍື້ອ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ສຶກສາເກັບກໍາຂໍ້ມູນຄວາມເປັນໄປໄດ້ ສ້າງສະໜາມຂີ້ເຫຍື້ອແຫ່ງໃໝ່ 2 ແຫ່ງ ຄື: ຢູ່ເຂດເມືອງນາຊາຍທອງ ແລະ ເຂດເມືອງສັງທອງ.ຈັດຕັ້ງປະຕິບັດໂຄງການທົດລອງຄັດແຍກຂີ້ເຫຍື້ອຢູ່ 3 ບ້ານ ຄື: ບ້ານດົງນາໂຊກໃຕ້, ບ້ານໜອງບົວທອງເໜືອ ແລະ ບ້ານປາກທ້າງ. ປັບປຸງຮ່ອງລະບາຍນ້ໍາ ແລະ ສວນສາທາລະນະ ໃຫ້ເປັນເຂດຂຽວຈໍານວນໜຶ່ງ (ບ່ອນທີ່ມີເງື່ອນໄຂ) ໃຫ້ສໍາເລັດໂດຍພື້ນຖານ ຈັດສັນປັກແລວເຂດສະຫງວນຕາມທາງສາຍຫຼັກ ໃຫ້ໄດ້ 21 ເສັ້ນທາງ ພ້ອມລົງໂຄສະນາເຜີຍແຜ່ ລະບຽບການຄຸ້ມຄອງຜັງເມືອງສູ່ຂັ້ນບ້ານທີ່ຢູ່ໃນຕົວເມືອງໃຫ້ຮັບຮູ້ຢ່າງທົ່ວເຖິງ ເພື່ອຫັນເຂົ້າສູ່ລະບຽບການໃຫ້ໄດ້ 100%. ກໍ່ສ້າງບ່ອນຈອດລົດເປັນເຮືອນ-ຕຶກ ມີລະບົບຂຶ້ນ-ລົງ ເຂົ້າຈອດທີ່ທັນສະໄ​ໝ ໃຫ້ໄດ້ 2 ແຫ່ງ. ປັບປຸງຈັດສັນບ່ອນຈອດລົດທີ່ມີແລ້ວ ແລະ ກໍ່ສ້າງໃໝ່ໃຫ້ໄດ້ 10 ແຫ່ງ.

LEAVE A REPLY

Please enter your comment!
Please enter your name here