ເປີດໃຫ້ບໍລິການໄປຕ່າງແຂວງໄດ້ແລ້ວ ສຳລັບຄິວລົດປາກຊັນ

0
1296

ຕາມການລາຍງານ ຂອງMedia Lao ໃຫ້ຮູ້ວ່າ: ພາຍຫຼັງປິດກິດຈະການຂົ້ນສົ່ງໂດຍສານລະເມືອງຫາເມືອງ, ແຂວງຫາແຂວງ ເປັນເວລາຫຼາຍເດືອນ ຍ້ອນການລະບາດຂອງພະຍາດໂຄວິດ 19 ມາຮອດປະຈຸບັນ ໂດຍລວມ ສປປ ລາວ ກໍ່ສາມາດຄວບຄຸມພະຍາດດັ່ງກ່າວໄດ້ ໃນຂັ້ນພື້ນຖານ ລັດຖະບານຈື່ງມີມາດຕະການຜ່ອນຜັນມາດຕະການຄວບຄຸມໂຄວິດ 19 ລົງເທື່ອລະກ້າວ ຈື່ງເຮັດໃຫ້ການຂົ້ນສົ່ງໂດຍສານ ລະຫວ່າງແຂວງຫາແຂວງ ໂດຍສະເພາະນະຄອນຫຼວງວຽງຈັນ ກໍ່ໄດ້ກັບຄືນມາບໍລິການຜູ້ໂດຍສານເປັນປົກກະຕິ

ຮູບພາບຈາກ: www.bolikhamxay.gov.la

ທ່ານ ຄຳເກິງ ແກ້ວວິວົງ ຫົວໜ້າວິສາຫະກິດລວມໝູ່ບໍລິການຄີວລົດໂດຍສານແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດ ໃນວັນທີ 07 ກໍລະກົດ 2021 ວ່າ: ເພື່ອປະຕິບັດຕາມຄຳສັງເລກທີ 06/ນຍ ແລະ ບັນດາຄຳສັ່ງ – ແຈ້ງການຂອງແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ ຄີວລົດໂດຍສານບໍລິຄຳໄຊ ໄດ້ເລີ່ມປິດການໃຫ້ບໍລິການແຕ່ ວັນທີ 24 ເມສາ 2021 ແລະ ໃຫ້ສະມາຊິກ ເກັບຕົວຢູ່ເຮືອນຂອງຕົນ.ມາຮອດວັນທີ 25 ພຶດສະພາ ແມ່ນໄດ້ເປີດບໍລິການການຂົນສົ່ງໄດ້ພາຍໃນແຂວງ ແລະ ໃນວັນທີ 6 ກໍລະກົດ ແມ່ນໄດ້ມີແຈ້ງການຂອງສຳນັກງານນາຍົກລັດຖະມົນຕີ ໃນການຜ່ອນຜັນສາມາດໃຫ້ບໍລິການການຂົນສົ່ງໂດຍສານໄປສູ່ຕ່າງແຂວງໄດ້ ຄື: ປາກຊັນ-ວຽງຈັນ ແລະ ປາກຊັນ-ຊຽງຂວາງ ໂດຍຈະແລ່ນ 4 ຖ້ຽວເທົ່ານັ້ນ: ເວລາອອກ ຖ້ຽວ 1 ເວລາ 08:00 ໂມງ, ຖ້ຽວ 2 ເວລາ 11:00 ໂມງ, ຖ້ຽວ 3 ເວລາ 13:40 ໂມງ ແລະ ຖ້ຽວ 4 ເວລາ 16:30 ໂມງ.

LEAVE A REPLY

Please enter your comment!
Please enter your name here