ກໍານົດວິທະຍາໄລການເງິນພາກໃຕ້ເປັນສະຖານທີ່ປິ່ນປົວ ພາກສະໜາມ ຜູ້ຕິດເຊື້ອໂຄວິດ-19 ຄືນໃໝ່.

0
770

ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດ ວັນທີ 8 ກໍລະກົດ 2021 ນີ້ ໃຫ້ຮູ້ວ່າ:ຄະນະສະເພາະກິດຂັ້ນແຂວງ ຈໍາປາສັກໄດ້ ກໍານົດເອົາວິທະຍາໄລການເງິນພາກໃຕ້ເປັນສະຖານທີ່ປິ່ນປົວ ພາກສະໜາມ ຜູ້ຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ໂຄວິດ-19 ຄືນໃໝ່ ເປັນຮອບທີ 2 ເນື່ອງຈາກໄລຍະນີ້ມີແຮງງານລາວຢູ່ໄທເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ, ແຂວງຈຳປາສັກ ສະເລ່ຍຫລາຍກວ່າ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງ ແລະສະຖານທີ່ປິ່ນປົວບໍ່ພຽງພໍ.

ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ ທາງອົງການປົກຄອງແຂວງ ໄດ້ຂໍຄວາມຊ່ວຍເຫລືອຈາກຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງເພື່ອໄປຮັບເອົາແຮງງານຂອງຕົນທີ່ເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ.ເພື່ອຫຼຸດຜ່ອນຈໍານວນແຮງງານມີ່ເດີນທາງເຂົ້າມາບໍ່ໃຫ້ມີຄວາມສ່ຽງຕິດເຊື້ອພະຍາດໃສ່ກັນ.

ສໍາຄັນກວ່ານີ້ ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຂອງແຮງງານເຫລົ່ານີ້ແມ່ນພົບຜູ້ຕິດເຊື້ອເປັນຈຳ ນວນຫລາຍ ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດເຊື້ອບໍ່ສາມາດຮອງຮັບໄດ້ອີກ ຄື: ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຄົນ ແລະ ໂຮງໝໍພາກສະໜາມ ຫລັກ 21 ສາມາດບັນຈຸໄດ້ 113 ຄົນ,ໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ. ການແກ້ໄຂບັນຫາ ເບື້ອງຕົ້ນ ວັນທີ 8 ກໍລະກົດ ທາງຄະນະສະເພາະກິດ ໄດ້ລົງມືທໍາຄວາມສະອາດ ແລະເງື່ອນໄຂຕ່າງໆພາຍໃນຫໍພັກວິທະຍາໄລການເງິນພາກໃຕ້ ໃຫ້ເປັນໂຮງໝໍພາກສະໜາມອີກຄືນໃໜ່ ເພື່ອຮອງຮັບການປີ່ນປົວ ເພື່ອເປັນຊ່ອງທາງໃນການແກ້ໄຂຜູ້ຕິດເຊື້ອໂຄວິດທີ່ເພີ່ມຂຶ້ນ.

ພ້ອມນີ້ ແຂວງຈໍາປາສັກກໍຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນສູນກາງຫາວິທີໃຫ້ການຊ່ວຍ ເຫລືອ ແລະ ແຈ້ງມາຍັງບັນດາແຂວງໃນທົ່ວປະເທດທີ່ມີແຮງງານຂອງຕົນເດີນທາງເຂົ້າປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ໄປຮັບເອົາແຮງງານຂອງຕົນໄປຈຳກັດບໍລິເວນ ເພື່ອຫຼຸດຜ່ອນຄວາມແອອັດ ແລະຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ລະຫວ່າງແຮງງານດ້ວຍກັນໃນໄລຍະນີ້. ສໍາລັບຕົວເລກຜູ້ຕິດເຊື້ອໂຄວິດ-19 ມາຮອດວັນທີ 9 ກໍລະກົດ 2021 ມີທັງໝົດ 19 ຄົນ,ຊຶ່ງແມ່ນແຮງງານລາວທີ່ເດີນທາງມາຈາກປະເທດໄທທີ່ມີການລະບາດ. ໃນນັ້ນມີແຮງງານຊາວແຂວງຈໍາປາສັກ ຈໍານວນ 13 ຄົນ ຕ່າງແຂວງ 6 ຄົນ ຄື: ຄືແຂວງບໍລິຄໍາໄຊ 1 ຄົນ ແລະ ສາລະວັນ 5 ຄົນ.

LEAVE A REPLY

Please enter your comment!
Please enter your name here