ກະຊວງ ຖວທ ປະກາດແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ ແລະ ປະກາດການອອກພັກການ ຮັບອຸດໜູນບໍານານຂັ້ນຮອງຫົວໜ້າກົມ

0
1315

ໃນວັນທີ 9 ກໍລະກົດ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໄດ້ມີພິທີປະກາດ ການແຕ່ງຕັ້ງ ຕໍາແໜ່ງບໍລິຫານຂັ້ນກົມ ແລະ ປະກາດການອອກພັກການຮັບອຸດໜູນບໍານານ ຂັ້ນຮອງຫົວໜ້າກົມພາຍໃນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ໂດຍການເປັນປະທານຂອງ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະພັກ, ຄະນະກົມ, ພ້ອມດ້ວຍພະ ນັກງານຫລັກແຫລ່ງອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ.

ໃນພິທີ, ຕາງໜ້າຄະນະຈັດຕັ້ງ ກະຊວງ ຖວທ ໄດ້ຜ່ານດໍາລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ບົວໄລ ພານຸວົງ ຂຶ້ນເປັນຫົວໜ້າຫ້ອງການ ກະ ຊວງ ຖວທ, ທ່ານ ອໍາຄໍາ ວົງໝື່ນກ້າ ເປັນຫົວໜ້າກົມການເງິນ, ທ່ານ ຄໍາຫລ້າ ຍອຍສາຍຄໍາ ເປັນຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຄົມ ດວງຈັນທາ ເປັນຫົວໜ້າກົມໂຄສະນາການທ່ອງທ່ຽວ ແລະ ທ່ານ ນາງ ພອນມະລີ ອິນທະພົມ ເປັນຫົວໜ້າກົມພັດທະນາການທ່ອງທ່ຽວ.

ພ້ອມນີ້, ຍັງໄດ້ປະກາດພະນັກງານຂັ້ນຮອງກົມ ອອກພັກການ-ຮັບອຸດໜູນບໍານານ ຄື: ທ່ານ ນາງ ສົມພຽນ ພົງສະຫວັດມີໄຊ ຮອງຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ໂອທອງ ຄໍາອິນຊູ ຮອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ, ທ່ານ ນາງ ຄໍາໄມ ເພັງພະວັນ ຮອງຫົວໜ້າກົມການເງິນ, ທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວໜ້າກົມມໍລະດົກ, ທ່ານ ບຸນຫາບ ສຸລິໂຍ ຮອງຫົວໜ້າກົມສື່ມວນຊົນ, ທ່ານ ບົວເງິນ ພົມມະຈັກ ຮອງຫົວໜ້າກົມວິຈິດສິນ, ທ່ານ ວິນລຽມ ສຸວັນນາມ ຮອງຜູ້ອໍານວຍການໂທລະພາບແຫ່ງຊາດ ແລະ ທ່ານ ວິວັນ ຈັນທະໂຄດ ຮອງຫົວໜ້າອໍານວຍການສໍານັກພິມ ແລະ ຈໍາໜ່າຍປຶ້ມແຫ່ງລັດ.

ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ກະຊວງ ຖວທ ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບດ້ານຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ໃນຂອບເຂດທົ່ວປະເທດ. ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນມື້ນີ້ ຂໍໃຫ້ຮີບຮ້ອນນໍາພາການເຄື່ອນໄຫວວຽກງານ ພາຍ ໃນໜ່ວຍງານຂອງຕົນ ໃຫ້ດໍາເນີນໄປເປັນປົກກະຕິ, ເນື່ອງຈາກວ່າພາຍຫລັງຜົນສໍາເລັດກອງປະຊຸມເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງແລ້ວ ພວກເຮົາມີວຽກງານຫລາຍອັນທີ່ຈະຕ້ອງໄດ້ຮີບ ຮ້ອນຈັດຕັ້ງປະຕິບັດ, ພ້ອມທັງສະເໜີ ໃຫ້ພະນັກງານ-ລັດຖະກອນ ໃນທຸກຂົງ ເຂດວຽກງານ ຖວທ ຈົ່ງເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດອັນໃໝ່ ແລະ ມີຄຸນນະພາບສູງກວ່າເກົ່າ. ສໍາລັບຜູ້ທີ່ໄດ້ຮັບນະໂຍ ບາຍອອກພັກການ- ຮັບອຸດໜູນບໍານານ ກໍຂໍໃຫ້ສືບຕໍ່ຊ່ວຍ ເຫລືອ ແລະ ເປັນແບບຢ່າງໃຫ້ກັບພະ ນັກງານ ລຸ້ນສືບທອດພາຍໃນກະຊວງ ໄດ້ສຶກສາຮຽນຮູ້ເອົາບົດຮຽນ ແລະ ປະ ສົບການຂອງພວກທ່ານ. ເພາະໃນເງື່ອນ ໄຂໃໝ່ນີ້, ການຈັດຕັ້ງແມ່ນຕ້ອງການພະ ນັກງານທີ່ມີຄວາມຮູ້ຄວາມສາມາດ, ມີຄຸນ ສົມບັດສິນທໍາປະ ຕິວັດ ເຂົ້າມາປະ ກອບໜ້າທີ່ວຽກງານນໍາອົງການຈັດຕັ້ງພັກ-ລັດ ກໍຄື ຢູ່ກະຊວງ ຖວທ ເພື່ອເປັນກໍາລັງແຮງໃນການປະຕິບັດໜ້າທີ່ວຽກ ງານໃນແຕ່ ລະໄລຍະຂອງກະຊວງໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນໄປລື້ອງໆ.

ຂ່າວ: ສຸພະສະຫວັນ
ພາບ: ຂັນໄຊ

LEAVE A REPLY

Please enter your comment!
Please enter your name here