ພະແນກອຸດສະຫະກຳ ແລະ ການຄ້າແຂວງຜົ້ງສາລີ ທໍາລາຍ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າລອກແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ

0
1467

ຕາມການລາຍງານ ຂອງການຄ້າແຂວງຜົງສາລີໃຫ້ຮູ້ວ່າ: ວັນທີ 09 ກໍລະກົດ 2021 ທີ່ຜ່ານມາ, ຢູ່ທີ່ສະໜາມຖິ້ມຂີ່ເຫຍື້ອ ( ຫຼັກ 06 ) ເມືອງຜົ້ງສາລີ, ໄດ້ຈັດພິທີທໍາລາຍ ສິນຄ້າໝົດອາຍຸ, ສິນຄ້າເຊື່ອມຄຸນ, ສິນຄ້າປອມແປງລອກແບບ ແລະ ສິນຄ້ານໍາເຂົ້າບໍ່ຖືກຕ້ອງ. ໂດຍເປັນກຽດເຂ້າຮ່ວມຂອງ ທ່ານ ຄໍາເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ມີບັນດາທ່ານຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມເປັນສັກຄີພິຍານ.

ໃນພິທີ ທ່ານ ທອງສະຫວັນ ແສງໄຊຍະລາດ ຮັກສາການຫົວໜ້າຂະແໜງການຄ້າ ໄດ້ຜ່ານບົດລາຍງານການຈັດຕັ້ງປະຕິບັດໃນຄັ້ງນີ້ ເຊິ່ງໃຫ້ຮູ້ວ່າ : ທາງເຈົ້າໜ້າທີ່ກວດກາການຄ້າຂັ້ນແຂວງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງໃນເທດສະບານເມືອງຜົ້ງສາລີ ພ້ອມກັນລົງກວດກາສິນຄ້າໝົດອາຍຸ ພາຍໃນຕະຫຼາດ ແລະ ຫ້າງຮ້ານຂາຍຍົກ-ຂາຍຍ່ອຍ ພາຍໃນເທດສະບານເມືອງຜົ້ງສາລີ. ຜ່ານການລົງກວດກາຕົວຈິງ ສາມາດກວດພົບ ສິນຄ້າເຊື່ອມຄຸນ, ສິນຄ້າໝົດອາຍຸ ເປັນຕົ້ນແມ່ນສິນຄ້າປະເພດແຊ່ແຂງ, ເຄື່ອງປຸງອາຫານ, ປະເພດນົມ ແລະ ຂະໜົມ ຈໍານວນ 41 ລາຍການ, ນໍ້າໜັກ 117 ກິໂລກຣາມ ໃນນີ້, ມີ ເຄື່ອງບໍລິໂພກທົ່ວໄປ 82 ກິໂລກຣາມ, ໄສ້ກອກແຊ່ແຂງ 21, 5 ກິໂລກຣາມ, ເຕົາຫູ້ໄຂແຊ່ແຂງ 02 ກິໂລກຣາມ, ເຄື່ອງຕົ້ມປາ (ແຈ່ວ, ເຕົາຫູ້ດອງ) 07 ກິໂລກຣາມ ແລະ ປູອັດແຊ່ແຂງ 05 ກິໂລກຣາມ, , ຄິດເປັນມູນຄ່າ 7, 207, 500 ກີບ.

ສໍາລັບສິນຄ້າຈໍານວນດັ່ງກ່າວ, ທາງເຈົ້າໜ້າທີ່ໄດ້ຍຶດເພື່ອຈະນໍາໄປທໍາລາຍ ພ້ອມທັງເຮັດບົດບັນທຶກກັບບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານຈໍານວນ 08 ຮ້ານ, ທັງນີ້ ກໍ່ເພື່ອເປັນການຕັກເຕືອນໃຫ້ກັບຫົວໜ່ວຍທຸລະກິດ ເປັນເຈົ້າການໃນການຈໍາໜ່າຍສິນຄ້າທີ່ຖືກຕ້ອງຕາມມາດຕະຖານ, ສິນຄ້າມີຄຸນນະພາບ ແນ່ໃສ່ເຮັດໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ສິນຄ້າມີຄຸນນະພາບ ຖືກຫຼັກສຸກຂະອະນາໄມ ແລະ ມີຄວາມປວດໄພທາງດ້ານສຸຂະພາບ.

LEAVE A REPLY

Please enter your comment!
Please enter your name here