6 ເດືອນ ເຊກອງ ເກັບລາຍຮັບໄດ້ 20 ຕື້ກວ່າກີບ

0
1161

ປະຊາຊົນລາຍງານ: ສະພາບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດແຂວງເຊກອງໃນໄລຍະ 6 ເດືອນຜ່ານມາ ເຫັນວ່າຍັງມີຫຼາຍດ້ານພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງ, ບັນຫາລວມແມ່ນຍັງເປັນສະພາບຝືດເຄືອງທາງດ້ານການເງິນ-ງົບປະມານ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19.

ທ່ານ ສຸກັນ ວໍລະປັນໄຊ ຮອງຫົວໜ້າພະແນກການເງິນແຂວງເຊກອງໃຫ້ສໍາພາດຕໍ່ນັກຂ່າວເມື່ອບໍ່ດົນນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2021 ແຂວງເຊກອງ ຈັດເກັບລາຍຮັບເຂົ້າງົບປະມານໄດ້ພຽງ 20,29 ຕື້ກີບ ເທົ່າກັບ 25,12% ຂອງແຜນການປີ, ຖືວ່າຍັງບໍ່ທັນໄດ້ເຄິ່ງໜຶ່ງຂອງແຜນການທີ່ວາງໄວ້ ຊຶ່ງໝົດປີນີ້ແຂວງໄດ້ຮັບໂຕເລກການຈັດເກັບລາຍຮັບໃຫ້ໄດ້ທັງໝົດ 80,77 ຕື້ກີບ. ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 0,27 ຕື້ກີບ ເທົ່າກັບ 5,15% ແລະ ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 20,02 ຕື້ກີບ ເທົ່າກັບ 26,49%.

ສາເຫດທີ່ເກັບລາຍຮັບບໍ່ເຖິງຄາດໝາຍ ແມ່ນຍ້ອນການຄຸ້ມຄອງການເກັບລາຍຮັບຈາກບັນດາຂະແໜງການບໍລິຫານວິຊາການ, ພາສີທີ່ດິນ, ລາຍຮັບວິຊາການ, ລາຍຮັບທີ່ຕິດພັນກັບໂຄງການແມ່ນຫຼຸດລົງ, ຄວາມເອົາໃຈໃສ່, ຄວາມກະຕືລືລົ້ນ ແລະ ຄວາມເປັນເຈົ້າຂອງພະນັກງານທີ່ເຮັດໜ້າທີ່ຈັດເກັບລາຍຮັບໃນແຕ່ລະຂະແໜງການນັບແຕ່ຂັ້ນແຂວງລົງຮອດຂັ້ນເມືອງຍັງບໍ່ທັນດີ ແລະ ບັນຫາໃຫຍ່ກວ່າໝູ່ແມ່ນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການເຄື່ອນໄຫວຂອງພາກສ່ວນທຸລະກິດ, ຜູ້ປະກອບການໄດ້ຢຸດສະງັກ, ການຜ່ອນຜັນນະໂຍບາຍຂອງລັດຖະບານ ໂດຍສະເພາະປະເພດອາກອນຈໍານວນໜຶ່ງຖືກຍົກເວັ້ນເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານບໍ່ໄດ້ຕາມແຜນ ແລະ ບໍ່ທ່ວງທັນກໍານົດເວລາ.ທ່ານ ສຸກັນ ວໍລະປັນໄຊ ຍັງກ່າວຕື່ມວ່າ: ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໃນ 6 ເດືອນທ້າຍປີ 2021 ບັນລຸໄດ້ຕາມເປົ້າໝາຍ ທາງພະແນກການເງິນແຂວງໄດ້ມີທິດແກ້ໄຂ ໂດຍຈະຫັນທ່າແຮງໃໝ່ຂອງການສ້າງລາຍຮັບ, ຄຽງຄູ່ກັບການສໍາຫຼວດຄືນໃໝ່ຂອງຖານລາຍຮັບໃຫ້ລະອຽດ ແລະ ຊັດເຈນ; ສືບຕໍ່ຂະຫຍາຍ ແລະ ນໍາໃຊ້ເຄື່ອງມືທັນສະໄໝຢູ່ບັນດາເມືອງທີ່ມີເງື່ອນໄຂ, ອໍານວຍຄວາມສະດວກໃຫ້ທຸລະກິດ, ຜູ້ປະກອບການຫັນມາຊໍາລະພັນທະຕ່າງໆ ດ້ວຍຕົນເອງຜ່ານລະບົບທະນາຄານຫຼາຍຂຶ້ນ; ພ້ອມທັງເພີ່ມທະວີຢ່າງເຂັ້ມງວດກວ່າເກົ່າຕໍ່ວຽກງານວິໄນການເງິນ ເພື່ອເຮັດໃຫ້ການເກັບລາຍຮັບບໍ່ມີການຮົ່ວໄຫຼທັງຮັບປະກັນຄວາມໂປ່ງໃສ.

LEAVE A REPLY

Please enter your comment!
Please enter your name here