ສະວິດ ຊ່ວຍເຫຼືອດ້ານສະບຽງອາຫານ ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

0
689

ສະວິດ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນໃນ 6 ແຂວງ ຂອງ ສປປ ລາວ.

ວິທະຍຸກະຈາຍສຽງແຫ່ງຊາດລາວ ລາຍງານ: ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ ມອບການຊ່ວຍເຫຼືອດ້ານສະບຽງອາຫານ ມູນຄ່າ 790.000 ໂດລາສະຫະລັດ ໃຫ້ແກ່ບັນ ດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື: ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ.

ການມອບການຊ່ວຍເຫຼືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານ ທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານໄດ້ຫຼາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີສະວິດ ແລະ ດຣ. ບຸນແຟງ ພູມມະໄລສິດ ລັດ ຖະມົນຕີ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ, ມີ ທ່ານ ນາງ ແຈັກເກີລີນ ເດີ ກຣູດ ຮອງຜູ້ອຳນວຍການ ອົງ ການອາຫານໂລກ ປະຈຳ ສປປ ລາວ.

ດຣ. ບຸນແຟງ ພູມມະໄລສິດ ໄດ້ກ່າວວ່າ: ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມດັ່ງກ່າວ, ແມ່ນຈະໄດ້ການສະໜອງອາຫານໃນແຕ່ລະມື້ ໃຫ້ກັບແຮງງານທີ່ກັບມາ ຈາກປະເທດເພື່ອນບ້ານ ຢູ່ໃນສູນຈຳກັດບໍລິເວນ, ແມ່ນເຮັດໃຫ້ພວກເຂົາສາມາດຢູ່ໃນສູນຈໍາກັດບໍລິເວນ ຄົບຕາມໄລຍະເວລາກໍາ ນົດ 14 ວັນ ເພື່ອຊ່ວຍຮັກສາສຸຂະພາບ ແລະ ການເປັນຢູ່ທີ່ດີ ແລະ ຍັງເປັນການຫຼຸດພາລະທາງດ້ານການເງິນ ແລະ ຄອບຄົວຂອງພວກເຂົານຳອີກ.

ທ່ານ ຈອນ ຟລັງຊົວ ກ່າວວ່າ: ການໃຫ້ຄວາມຊ່ວຍເຫຼືອ ສປປ ລາວ ໂດຍຜ່ານອົງການອາຫານໂລກໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນ ລວມຈາກປະເທດສະວິດ ເພື່ອຊ່ວຍເຫລືອ ສປປ ລາວ ໃນການຕໍ່ສູ້ກັບພະຍາດໂຄວິດ-19 ແລະ ໃນການຟື້ນຟູຈາກວິກິດທາງດ້ານເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວ.

ໄລຍະຜ່ານມາ ປະເທດສະວິດໄດ້ມອບການຊ່ວຍເຫຼືອເປັນມູນຄ່າລວມ 3,5 ລ້ານໂດລາສະຫະລັດ, ໂດຍຜ່ານຫລາຍໆໂຄງການ ໂດຍອີງໃສ່ຍຸດທະສາດການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ- 19 ຂອງລັດຖະບານ ແຫ່ງ ສປປ ລາວ.

ໂອກາດດຽວກັນນີ້, ທ່ານ ນາງ ແຈັກເກີລີນ ໄດ້ສະແດງຄວາມຊົມເຊີຍ ທີ່ລັດຖະບານແຫ່ງປະເທດສະວິດ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຮງງານ ທີ່ກັບຈາກປະເທດເພື່ອນບ້ານເຫລົ່ານີ້ ຜູ້ທີ່ໄດ້ປະເຊີນໜ້າກັບຫລາຍສິ່ງທ້າທາຍ ໂດຍສະເພາະແມ່ນເລື່ອງລາຍຮັບ ແລະ ຊີວິດການເປັນຢູ່ຂອງພວກເຂົາ ນັບຕັ້ງ ແຕ່ເດືອນມິຖຸນາ 2020, ກິດຈະກຳການຊ່ວຍເຫຼືອທາງດ້ານສະບຽງອາຫານຂອງພວກເຮົາ, ໂດຍການຮ່ວມງານກັບອົງການກາແດງ ແຫ່ງປະເທດສະວິດ, ອົງການ ກາແດງລາວ ແລະ ອົງການສຸພັນນິມິດສາກົນ ແມ່ນໄດ້ສະໜອງອາຫານ ປະມານ 1 ລ້ານຄາບ, ຜູ້ໄດ້ຮັບຜົນປະໂຫຍດຫຼາຍກວ່າ 42.000 ຄົນ ດ້ວຍມູນຄ່າການຊ່ວຍເຫຼືອ ຈາກອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ ໃນຄັ້ງນີ້, ພວກເຮົາສາມາດສືບຕໍ່ປະຕິບັດກິດຈະກໍາອັນຈໍາເປັນນີ້ໄດ້.

LEAVE A REPLY

Please enter your comment!
Please enter your name here