ສປປ ລາວ ມີວັງສະຫງວນປາ 885 ວັງ ກວມເອົາ 308 ບ້ານ ຂອງ 44 ເມືອງ

0
1351

ປັດຈຸບັນ, ລາວ ມີວັງສະຫງວນປາ 885 ວັງ ກວມເອົາ 308 ບ້ານ ຂອງ 44 ເມືອງ, ມີສູນ, ສະຖານີຜະລິດລູກປາ ຂອງລັດ 32 ແຫ່ງ ແລະ ຟາມຜະລິດລູກປາ ຂອງເອກະຊົນຫຼາຍກ່ວາ 50 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ. ບັນດາສູນດັ່ງກ່າວ, ໄດ້ຄົ້ນຄ້ວາທົດລອງລ້ຽງ ແລະ ຂະຫຍາຍພັນປາພື້ນເມືອງໄດ້ຫລາຍຊະນິດ

Lao National Radio ລາຍງານ: ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນງານຖະແຫລງ ຂ່າວວັນປ່ອຍປາ ແລະ ອະນຸ ລັກສັດນໍ້າ-ສັດປ່າແຫ່ງຊາດ ໃນວັນທີ 9 ກໍລະກົດ 2021 ນີ້ວ່າ: ວັນທີ 13 ກໍລະ ກົດ ແມ່ນວັນສໍາຄັນຂອງຊາດລາວ, ໄດ້ໜູນວຽນມາອີກວາລະໜຶ່ງຄືກັບທຸກປີ, ວັນທີ 13 ກໍລະກົດ, ພັກ ແລະ ລັດຖະ ບານ ໄດ້ກໍານົດເອົາເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ເຊິ່ງໄດ້ເລີ່ມຕົ້ນມາແຕ່ປີ 1997 ມາຮອດປີນີ້ ແມ່ນຄົບຮອບ 24 ປີ, ເຊິ່ງວັນສໍາຄັນດັ່ງກ່າວ ແມ່ນກົງກັບ ວັນຄ້າຍວັນເກີດຂອງປະທານສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ, ໃນແຕ່ລະປີໄດ້ຈັດກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອານຸຊົນລຸ້ນຫລັງ ກໍຄືທົ່ວສັງຄົມ ໃຫ້ເຫັນໄດ້ຄວາມສໍາຄັນຂອງການອະນຸລັກສັດນໍ້າ-ສັດປ່າ ໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ.

ພ້ອມດຽວກັນນີ້, ກໍເພື່ອຈາລຶກບຸນຄຸນ, ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ ຫລວງ ຂອງປະທານສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງພວກເຮົາ, ເຊິ່ງໃນແຕ່ລະປີ ມີມວນຊົນເຂົ້າຮ່ວມກິດຈະກໍາເພີ່ມຂຶ້ນຕະຫລອດມາ. ທ່ານ ເພັດ ພົມພິພັກ ໃຫ້ຮູ້ຕື່ມວ່າ: ກະ ຊວງກະສິກໍາ ແລະ ປ່າໄມ້ ໄດ້ຜັນຂະ ຫຍາຍອອກເປັນຄໍາສັ່ງ, ແຈ້ງການ ໃຫ້ບັນກົມກ່ຽວຂ້ອງ ໃນຂັ້ນສູນກາງ, ອົງການປົກຄອງຂັ້ນທ້ອງຖິ່ນ ຕະຫລອດຮອດຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ຕໍ່ວຽກ ງານການພັດ ທະນາ, ການອະນຸລັກ, ການຄຸ້ມຄອງ ແລະ ນຳໃຊ້ສັດນ້ຳ-ສັດປ່າ ໃຫ້ມີຄວາມຍືນຍົງ ເພື່ອປະກອບ ສ່ວນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ, ພ້ອມທັງສ້າງລາຍຮັບໃຫ້ປະຊາຊົນລາວໃຫ້ນັບມື້ຫລາຍຂຶ້ນ.

ມາຮອດປັດຈຸບັນ ທົ່ວປະເທດມີສູນ, ສະຖານີຜະລິດລູກປາ ຂອງລັດ 32 ແຫ່ງ ແລະ ຟາມຜະລິດລູກປາ ຂອງເອກະຊົນຫຼາຍກ່ວາ 50 ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ. ບັນດາສູນດັ່ງກ່າວ, ໄດ້ຄົ້ນຄ້ວາທົດລອງລ້ຽງ ແລະ ຂະຫຍາຍພັນປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດ ມີວັງສະຫງວນປາ 885 ວັງ, ກວມເອົາ 308 ບ້ານ ຂອງ 44 ເມືອງ.

ໃນປີຜ່ານມາກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບບັນດາອົງການປົກຄອງທ້ອງຖິ່ນຂອງແຂວງ ໃນຂອບ ເຂດທົ່ວປະເທດ ຈັດກິດຈະກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າ ແຫ່ງຊາດ ໄດ້ມີການເຂົ້າຮ່ວມຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ປະກອບການ, ລວມທັງອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະ ໜັບສະໜູນແນວພັນປາ ແລະ ແນວພັນສັດນໍ້າ ຢ່າງເປັນຂະບວນຟົດຟື້ນ ສາມາດປ່ອຍປາໄດ້ ທັງໝົດ 55 ລ້ານໂຕ, ປ່ອຍສັດປ່າປະເພດນົກ, ສັດເລືອຄານ ແລະ ສັດປະເພດອື່ນໆຈໍານວນໜຶ່ງ.

ສຳລັບປີນີ້, ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ການຈັດກິດຈະກໍາ ໃນວັນປ່ອຍປາ ຈຶ່ງໄດ້ມອບໃຫ້ພາກສ່ວນກ່ຽວຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ຈັດພິທີແບບກະທັດຮັດ, ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ໂດຍມອບໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ.

ໃນໂອກາດດັ່ງກ່າວ, ທ່ານ ເພັດ ພົມພິພັກ ຍັງເນັ້ນໃຫ້ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມ ກັນພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ, ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈຳນວນປະຊາກອນຂອງສັດນ້ຳ ແລະ ສັດປ່າ ທີ່ເປັນມໍລະດົກທາງທຳມະຊາດຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດຮອດເຊັ່ນລູກເຊັ່ນຫລານຕະຫລອດໄປ. ນອກຈາກປ່ອຍສັດນ້ຳ-ສັດປ່າປ່າ ແບບອານຸລັກແລ້ວ ກໍ່ໃຫ້ຜູ້ປະກອບການ ແລະ ພີ່ນ້ອງປະຊາຊົນລ້ຽງ ສັດນ້ຳ ແລະ ສັດປ່າ ໃຫ້ຖືກຕ້ອງຕາມກົດໝາຍ ເພື່ອເປັນເສດຖະກິດໃຫ້ຫລາຍຂຶ້ນ, ສ້າງລາຍຮັບໃຫ້ຄອບຄົວ ແລະ ປະເທດຊາດ.

LEAVE A REPLY

Please enter your comment!
Please enter your name here