ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ

0
699

ສະພາສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ.

ອີງຕາມ ຂປລ ລາຍງານ: ໃນວັນທີ 12 ກໍລະກົດ 2021 ທີ່ຜ່ານມາ, ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ທີ່ພົວພັນເຖິງສິດຂອງສະພາແຫ່ງຊາດ ແລະ ຄະນະປະຈໍາສະ ພາແຫ່ງຊາດ ໃນການພິຈາລະນາຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍສະເພາະ ແຜນພັດທະນາ ພະລັງງານໄຟຟ້າ ແລະ ແຮ່ທາດ ແຫ່ງຊາດ, ໂຄງການສໍາປະທານພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍທີ່ກ່ຽວຂ້ອງ ເປັນຕົ້ນ ກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍແຮ່ທາດ, ກົດໝາຍ ວ່າດ້ວຍໄຟຟ້າ, ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍ ວ່າດ້ວຍການລົດໄຟ, ກົດໝາຍ ວ່າດ້ວຍທາງຫລວງ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງ.ພາຍຫລັງທີ່ຮ່າງມະຕິສະບັບນີ້, ຖືກຮັບຮອງແລ້ວ ຈະເປັນບ່ອນອີງທີ່ສຳຄັນ ໃຫ້ແກ່ການຄົ້ນຄວ້າບັນດາເອກະສານຂອງໂຄງການສຳປະທານ ທີ່ພົວພັນກັບວຽກງານພັດທະນາພະລັງງານໄຟຟ້າ, ບໍ່ແຮ່, ໂຄງລ່າງພື້ນຖານ ທີ່ລັດຖະບານສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ເພື່ອເຮັດໃຫ້ການພິຈາລະນາໂຄງການດັ່ງກ່າວ ຂອງສະ ພາແຫ່ງຊາດ ມີຈຸດສຸມ, ມີຄວາມເປັນເອກະພາບ, ມີປະສິດທິຜົນ ແລະ ສອດຄ່ອງກັບກົດໝາຍ, ເຮັດໃຫ້ການພິຈາລະນາຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ແລະ ຜູ້ພັດທະນາໂຄງການ.ທ່ານ ລິນຄໍາ ດວງສະຫວັນ ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຊ່ວຍຄົ້ນຄວ້າປະກອບຄຳເຫັນ ຢ່າງມີຈຸດສຸມ ແລະ ລົງເລິກໄປແຕ່ລະບັນຫາທີ່ກຳນົດໄວ້ຢູ່ຮ່າງເນື້ອໃນມະຕິສະບັບນີ້, ມີຈຸດໃດ ຄວນເພີ່ມຕື່ມໃສ່, ຈຸດໃດຄວນຕັດອອກ, ຈຸດໃດຄວນປັບປຸງ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງມະຕິ ມີຄວາມຮັດກຸມ, ຄົບຖ້ວນ, ສົມບູນ ແລະ ສາມາດນໍາໄປໃຊ້ໄດ້ໃນການຄົ້ນຄວ້າພິຈາລະນາຕົກລົງບັນ ຫາສຳຄັນພື້ນຖານຂອງປະເທດຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເປັນກ້າວໆ.

LEAVE A REPLY

Please enter your comment!
Please enter your name here