ໄຊຍະບູລີສົມທົບກັບກະຊວງທີ່ກ່ຽວຂ້ອງ ແລະ ອົງການສາກົນວາງແຜນຟື້ນຟູຮີບດ່ວນ ຫຼັງໄພພິບັດນໍ້າຖ້ວມ

0
888

ຈາກໄພພິບັດທຳມະຊາດທີ່ໄດ້ເກີດຂຶ້ນຢູ່ຫຼາຍມືອງ ຂອງແຂວງໄຊຍະບູລີ ໃນລະຫວ່າງວັນທີ 11-14 ມິຖຸນາ 2021 ໄດ້ສ້າງຄວາມເສຍຫາຍຕໍ່ບ້ານເຮືອນປະຊາຊົນ ແລະ ພືດພັນຜົນລະປູກ ເຊິ່ງມີມູນຄ່າເສຍຫາຍຈຳນວນຫຼາຍ.

New.XBL ລາຍງານ: ກອງປະຊຸມປຶກສາຫາລື ກ່ຽວກັບການລົງປະເມີນຜົນຄວາມເສຍຫາຍ ແລະ ຄວາມຕ້ອງການ ເພື່ອວາງແຜນຟື້ນຟູຮີບດ່ວນຫຼັງໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 14 ມິຖຸນາ 2021 ຜ່ານມານີ້ ໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ໜູເກນ ພັນລັກ ວ່າການຫົວໜ້າພະແນກ ຮສສ, ຮອງປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ກິນດາວົງ ຫຼວງລາຊ ຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ພິລະວັນ ອົງແກ້ວ ຮອງເຈົ້າເມືອງໄຊຍະບູລີ, ມີຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ, ຮອງເລຂາຂັ້ນສູນກາງ, ຂັ້ນແຂວງ, ເມືອງ, ທີມງານຈາກກະຊວງທີ່ກ່ຽວຂ້ອງ ແລະ ຈາກອົງການຈັດຕັ້ງສາກົນ IOM UNDP WFP UNICEF ເຂົ້າຮ່ວມ.

ໃນລະຫວ່າງວັນທີ 11-14 ມິຖຸນາ 2021 ໄດ້ມີຝົນຕົກລິນຕໍ່ເນື່ອງ ແລະ ຕົກໜັກໃນຄືນຂອງວັນທີ 13 ມິຖຸນາ 2021 ໃນທົ່ວທຸກພື້ນທີ່ຂອງແຂວງໄຊຍະບູລີ ຈົນເຮັດໃຫ້ເກີດມີນໍ້າຖ້ວມ ທີ່ຢູ່ອາໄສຂອງປະຊາຊົນ, ເນື້ອທີ່ທໍາການຜະລິດ, ເສັ້ນທາງບາງຈຸດຖືກຕັດຂາດ, ເສົາໄຟຟ້າຫັກໂຄ້ນ, ດິນເຈື່ອນ, ມີບ້ານໄດ້ຮັບຜົນກະທົບ 136 ບ້ານ, ມີ 4.816 ຄອບຄົວ ໃນ 10 ເມືອງຂອງແຂວງໄຊຍະບູລີ.

ເມືອງທີ່ໄດ້ຮັບຜົນກະທົບໜັກຫຼາຍກວ່າໝູ່ເມືອງໄຊຍະບູລີມີ 39 ບ້ານ, ມູນຄ່າເສຍຫາຍ 91 ຕື້ກວ່າກີບ ລວມມູນຄ່າເສຍຫາຍຈາກໄພພິບັດນໍ້າຖ້ວມຄັ້ງນີ້ມີ 159,1 ຕື້ກີບ; ໃນນີ້ຄວາມເສຍຫາຍທາງດ້ານທີ່ຢູ່ອາໄສມີ 4 ເມືອງ, ມີ 42 ບ້ານ ຈໍານວນ 3.102 ຄອບຄົວ, ມີ 2.305 ຫຼັງຄາ, ມີພົນລະເມືອງ 14.937 ຄົນ, ຍິງ 7.503 ຄົນ, ສໍານັກງານຂອງລັດ 16 ແຫ່ງ ລວມມູນຄ່າເສຍຫາຍ 92,1 ຕື້ກວ່າກີບ.

ດ້ານກະສິກໍາປ່າໄມ້ ໄດ້ຮັບຜົນກະທົບ 9 ເມືອງ, ມີ 64 ບ້ານ, ມີ 1.061 ຄອບຄົວ ຈໍານວນຜົນທັງໝົດ 6.673 ຄົນ, ເນື້ອທີ່ນໍ້າຖ້ວມ 484 ເຮັກຕາ, ເສຍຫາຍ 297 ເຮັກຕາ, ເນື້ອທີ່ສວນເຂົ້າ ແລະ ພືດຜັກຕ່າງໆເສຍຫາຍ 387 ເຮັກຕາ, ຕົ້ນໄມ້ 5.934 ຕົ້ນ, ສັດລ້ຽງປະເພດ 4 ຂາມີ 411 ໂຕ, ສັດປີກ 61.452 ໂຕ, ໜອງປາ 390 ໜອງ, ຊົນລະປະທານ 51 ແຫ່ງ ລວມມູນຄ່າເສຍຫາຍ 30,3 ຕື້ກວ່າກີບ.

ດ້ານຄົມມະນາຄົມໄດ້ຮັບຜົນກະທົບ 4 ເມືອງ ມີຂົວ 3 ແຫ່ງ, ຂົວອູ່ 1 ແຫ່ງ, ເສັ້ນທາງຈໍານວນ 25 ເສັ້ນ, ມີຄວາມຍາວ 320 ກິໂລແມັດກວ່າ, ຕ້ານເຈື່ອນເພ 10 ຈຸດ ຍາວ 840 ແມັດ ແລະ ສິ່ງປຸກສ້າງສາທາລະນະອື່ນໆອີກ ລວມມູນຄ່າເສຍຫາຍ 33,2 ຕື້ກວ່າກີບ. ດ້ານສາທາລະນະສຸກມີວິດຖ່າຍ 3.150 ແຫ່ງ, ນໍ້າສ້າງ 1.088 ບໍ່, ດິນເຈື່ອນຖົ່ມຫົວງານ ແລະ ນໍ້າເຊາະທໍ່ນໍ້າລິນ 3 ແຫ່ງ ລວມມູນຄ່າເສຍຫາຍທັງໝົດ 372 ລ້ານກວ່າກີບ.

ດ້ານການສຶກສາມີ 2 ເມືອງທີ່ໂຮງຮຽນຖືກຜົນກະທົບ ມີ 15 ຫຼັງ, ໂຮງຮຽນພາກລັດ ແລະ ເອກະຊົນ 15 ຫຼັງ ລວມມູນຄ່າເສຍຫາຍ 1 ຕື້ 644 ລ້ານກວ່າກີບ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມຍັງໄດ້ປຶກສາຫາລືວາງແຜນ ເພື່ອຈະພ້ອມກັນລົງເກັບກໍາຂໍ້ມູນດ້ານຕ່າງໆ ເຊັ່ນ: ແນະນໍາແຜນວຽກ, ການແບ່ງທີມລົງເກັບກໍາຂໍ້ມູນ, ລົງເອົາຂໍ້ມູນຕາມຂະແໜງການ, ສັງລວມຂໍ້ມູນ ແລະ ກະກຽມວາງແຜນລົງບ້ານຕື່ມອີກ

LEAVE A REPLY

Please enter your comment!
Please enter your name here