ກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຄັ້ງທີ VI

0
933

ຕາມການລາຍງານຂອງ ປະຊາຊົນ: ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດກອງປະຊຸມ 4 ພາກສ່ວນກ່ຽວກັບການດຳເນີນຄະດີ ຕາມຂະບວນການຍຸຕິທຳ ຄັ້ງທີ VI ໃນວັນທີ 14 ກໍລະກົດນີ້ ທີ່ ສປສສ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳພັນ ບຸນພາຄົມ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ຮອງລັດຖະມົນຕີ ກະຊວງຍຸຕິທຳ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ພ້ອມພະນັກງານວິຊາການທີ່ກ້ຽວຂ້ອງເຂົ້າຮ່ວມ.ພາຍຫຼັງກອງປະຊຸມແລກປ່ຽນຄໍາຄິດຄໍາເຫັນ ໃນການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄັ້ງທີ V ເປັນຕົ້ນມາ, ເຖິງວ່າການເຄື່ອນໄຫວວຽກງານຈະມີອຸປະສັກ ແລະ ສິ່ງທ້າທາຍຫຼາຍໆດ້ານກໍຕາມ ແຕ່ສານປະຊາຊົນ, ອົງການໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ກໍໄດ້ມີຄວາມພະຍາຍາມ, ບຸກບືນສູ້ຊົນ ດ້ວຍການຍົກສູງຄວາມຮັບຜິດຊອບຂອງຕົນ ໃນການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກກອງປະຊຸມ, ປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນຈັດວາງພະນັກງານ ໃຫ້ແທດເໝາະກັບຕົວຈິງ, ສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ທາງດ້ານວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນ ທີ່ເຮັດວຽກໃນຂົງເຂດດັ່ງກ່າວ.

ນອກຈາກນີ້, ທຸກອົງການຍັງສຸມໃສ່ເຮັດວຽກໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆໃຫ້ແກ່ສໍານັກງານ, ອົງການຈັດຕັ້ງ, ຫົວໜ້າໜ່ວຍທຸລະກິດ ແລະ ທ້ອງຖິ່ນຮາກຖານ ເຮັດໃຫ້ການດໍາເນີນຄະດີຕາມຂະບວນຍຸຕິທໍາ ມີຜົນສໍາເລັດຫຼາຍດ້ານຊຶ່ງສະແດງອອກດັ່ງນີ້:ອົງການສືບສວນ-ສອບສວນ ໄດ້ເກັບກໍາຂໍ້ມູນຫຼັກຖານ ກໍໄດ້ເອົາໃຈໃສ່ປະຕິບັດໂດຍເລັ່ງໃສ່ຊອກໃຫ້ເຫັນ 4 ອົງປະກອບຂອງການກະທໍາຜິດທາງອາຍາ ຊຶ່ງກົດໝາຍໄດ້ກໍານົດແຈ້ງ, ການກວດຄົ້ນ, ການຊັນນະສູດສະຖານທີ່ເກີດເຫດ ແລະ ການທົດສອບຂໍ້ມູນຄືນໃໝ່ ກໍໄດ້ນໍາໃຊ້ຫຼັກການວິຊາສະເພາະ ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ການດໍາເນີນຄະດີຕະຫຼອດໄລຍະຜ່ານມາ ຖືກຕ້ອງຕາມກົດໝາຍ ສະແດງອອກທົ່ວປະເທດມີຄະດີອາຍາເກີດຂຶ້ນ 14.010 ລາຍ, ສາມາດດໍາເນີນສໍາເລັດສົ່ງໄອຍະການປະຊາຊົນຈໍານວນ 10.807 ລາຍ, ມີຜູ້ຖືກຫາຈໍານວນ 15.935 ຄົນ (ຍິງ 1.968 ຄົນ) ໃນນັ້ນມີຜູ້ຖືກຫາຕ່າງປະເທດຈໍານວນ 293 ຄົນ (ຍິງ 13 ຄົນ).

ອົງການໄອຍະການປະຊາຊົນ ໃນກໍລະນີເຈົ້າໜ້າທີ່ສືບສວນ-ສອບສວນ ສະເໜີຂໍຄໍາສັ່ງຈັບຕົວ, ຄໍາສັ່ງກັກຂັງພາງ ອົງການໄອຍະການປະຊາຊົນທີ່ປະຕິບັດສິດ ແລະ ໜ້າທີ່ ໃນການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ໂດຍສະເພາະແມ່ນການນໍາໃຊ້ມາດຕະການສະກັດກັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຄົ້ນຄວ້າ ການປະກອບຂໍ້ມູນຫຼັກຖານ, ເມື່ອຄົບເງື່ອນໄຂຕາມທີ່ໄດ້ກໍານົດໄວ້ຢູ່ໃນມາດຕາ 139 ແລະ ມາດຕາ 142 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ກໍໄດ້ອອກຄໍາສັ່ງສົ່ງໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ຈັດຕັ້ງປະຕິບັດ, ໃນປີ 2018-2019 ຜ່ານມາ ໄດ້ອອກຄໍາສັ່ງເປີດການສືບສວນ-ສອບສວນ 1.467 ສະບັບ, ອອກຄໍາສັ່ງຢຶດ ແລະ ອາຍັດຊັບ 51 ສະບັບ, ອອກຄໍາສັ່ງກວດຄົ້ນ 1.466 ສະບັບ, ອອກຄໍາແນະນໍາກ່ຽວກັບການດໍາເນີນຄະດີອາຍາ 2.911 ສະບັບ, ອອກຄໍາສັ່ງຈັບຕົວຜູ້ຖືກຫາ 3.967 ສະບັບ, ອອກຄໍາສັ່ງກັກຂັງພາງ 17.756 ສະບັບ, ອອກຄໍາສັ່ງຕໍ່ກໍານົດເວລາການກັກຂັງພາງ 12.825 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 1.542 ສະບັບ, ອອກຄໍາສັ່ງປ່ອຍຕົວກ່ອນກໍານົດ 475 ສະບັບ. ວຽກງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ອົງ​ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານແຕ່ລະຂັ້ນ ພ້ອມ​ທັງ​ພະ​ນັກ​ງານຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໄດ້​ປະ​ຕິ​ບັດ​ສິດ ແລະ ໜ້າ​ທີ່ຂອງຕົນ ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ ​ວ່າ​ດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໂດຍ​ສະ​ເພາະນັບແຕ່ກອງປະຊຸມ ດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ V ມາເຖິງທ້າຍເດືອນພະຈິກ 2019 ມີຄຳຕັດສິນທັງໝົດ 38.892 ເລື່ອງ, ຄະດີແພ່ງ 10.333 ເລື່ອງ, ຄະດີອາຍາ 28.559 ເລື່ອງ. ຈັດຕັ້ງປະຕິບັດສໍາເລັດ 4.321 ເລື່ອງ, ຄະດີແພ່ງ 1.887 ເລື່ອງ, ຄະດີອາຍາ 2.434 ເລື່ອງ; ອົງການໄອຍະການທວງສຳນວນ 305 ເລື່ອງ, ຄະດີແພ່ງ 212 ເລື່ອງ, ຄະດີອາຍາ 93 ເລື່ອງ. ປັດຈຸບັນຍັງຄ້າງ 34.266 ເລື່ອງ, ຄະດີແພ່ງ 8.234 ເລື່ອງ, ຄະດີອາຍາ 26.032 ເລື່ອງ.

ລວມເງິນທີ່ເກັບໄດ້ ແລະ ມອບໃຫ້ຄູ່ຄວາມມີທັງໝົດ 72.853.697.182 ກີບ, 93.646.915 ບາດ, 2.664.165 ໂດລາ, 16.200 ຢວນ; ລວມເງິນອາກອນ, ເງິນປັບໃໝ, ເງິນຮິບທີ່ເກັບໄດ້ ແລະ ມອບໃຫ້ລັດມີ 16.745.522.505 ກີບ, 7.134.433 ບາດ 317 ໂດລາ, 210.700 ດົງ. (ຂ່າວ-ພາບ:ຕຸໄລເພັດ)

LEAVE A REPLY

Please enter your comment!
Please enter your name here